10
toum
CoPການບັນຊີ ແລະ ການເງີນ
2023-06-10 00:00:00
ໃນວັນທີ່ 10 ມິຖຸນາ 2023 ໄດ້ການຮຽນຮູ້ແລກປ່ຽນໃນຫົວຂໍ້: ການຊໍາລະພາສີອາກອນທຸກປະເພດ ແລະ ການຕັ້ງລະຫັດລາຍຈ່າຍພ້ອມທັງສູດ SUMIF,SUMIFS
ໃຫ້ທຸກອົງກອນທີ່ໄດ້ຮັບທືນຈາກ VOICE ມາຮ່ວມຮຽນຮູ້ແລກປ່ຽນນຳກັນໂດຍໄດ້ມີຜູ້ເຂົ້າຮ່ວມມີທັງໝົດ 17 ທ່ານ ແລະເຂົ້້າຮ່ວມ Online ມີ 15 ທ່ານ ຈາກ 15 ອົງກອນ.
ບ໋ອບບີ່ ຈາກ Skillbender ໄດ້ແບ່ງປັນການເສຍພາສີອາກອນສໍາລັບສະມາຄົມ ແລະ ການລະເວັ້ນພາສີສຳລັບຜູ້ພິການຕາມກົດໝາຍພ້ອມທັງການຊໍາລະພາສີອາກອນຜ່ານລະບົບ TAxຜູ້ເຂົ້າຮ່ວມໄດ້ມີການໂອລົມກັນສຳລັບນະໂຍບາຍພາຍໃນອົງກອນເພື່ອແລກປ່ຽນຮຽນຮູ້ເຊີ່ງກັນແລະກັນ.
ອົງ ແລະ ປ່າຊ້ອຍ ຈາກ Sisterhood ໄດ້ແບ່ງປັນການຕັ້ງລະຫັດລາຍຈ່າຍຂອງອົງກອນໃນການບັນທືກລາຍຈ່າຍແຕ່ລະກິດຈະກໍຳາພ້ອມທັງສາມາດກວດສອບໄດ້ວ່າການນຳໃຊ້ງົບປະມານວ່າໃຊ້ໄປເທົ່າໃດແລ້ວ ພ້ອມກັນນັ້ນໄດ້ແລກປ່ຽນໃຫ້ແຕ່ລະອົງກອນໄດ້ຮຽນຮູ້ການນຳໃຊ້ສູດ SUMIF,SUMIFS ອີກດ້ວຍ.