ID:

11

Author:

toum

Tags:

CoPການບັນຊີ ແລະ ການເງີນ

Created date:

2023-07-07 00:00:00

ການກະກຽມເອກະສານຕິດຄັດເພື່ອການສະຫຼຸບລາຍງານການເງິນ

ໃນວັນທີ່ 10ກໍລະກົດ ທີ່ຜ່ານມາ  ໄດ້ການຮຽນຮູ້ແລກປ່ຽນໃນຫົວຂໍ້ການເງີນ ຫົວຂໍ້ທີ່ມາແລກປ່ຽນແມ່ນ: ການກະກຽມເອກະສານຕິດຄັດເພື່ອການສະຫຼຸບລາຍງານການເງິນ.

ໃຫ້ທຸກອົງກອນທີ່ໄດ້ຮັບທືນຈາກ VOICE  ມາຮ່ວມຮຽນຮູ້ແລກປ່ຽນນຳກັນໂດຍໄດ້ມີຜູ້ເຂົ້າຮ່ວມມີທັງໝົດ 20 ທ່ານ ແລະເຂົ້້າຮ່ວມ Online ມີ 15 ທ່ານ ຈາກ 15 ອົງກອນ.

   ນ. ຕາດຳ ພົມມະກົດ ແລະ ນ. ໄພລິນ ເກີດຫຼ້າ ຈາກ ສະມາຄົມຕະກຽງລາວ  ໄດ້ແບ່ງປັນການກະກຽມເອກະສານຕິດຄັດປະເພດຕ່າງໆທີ່ໃຊ້ໃນການສະຫຼຸບການເງິນເຊັ່ນ: ໃບສະເໜີລາຄາ, ໃບສົມທຽບລາຄາ, ໃບບິນປະເພດຕ່າງໆພ້ອມທັງສົນທະນາແລກປ່ຽນກ່ຽວກັບບາງນະໂຍບາຍການເງິນຂອງ

ອົງກອນ ນອກຈາກນີ້ຍັງເປັນໂອກາດໃຫ້ທຸກອົງກອນໄດ້ລະດົມສະໝອງໃນການວາງແຜນໃຊ້ງົບປະມານ

ໃຫ້ຖືກກກັບນະໂຍບາຍຂອງອົງກອນ ທີ່ຜູ້ເຂົ້າຮ່ວມອື່ນໆສາມາດເອົາໄປປັບໃຊ້ໄດ້ໃນອົງກອນຂອງຕົນເອງໄດ້.

ເພື່ອເຮັດໃຫ້ການເກັບກຳໃບບິນບໍ່ມີຈຳນວນທີ່ຫຼາຍຈົນເກີນໄປ ເພື່ອປ້ອງກັນການສູນຫາຍຂອງໃບບິນ ພ້ອມທັງເຮັດໃຫ້ການສະຫຼຸບການເງິນງ່າຍຂຶ້ນ.