12
toum
COPການບັນຊີ ແລະ ການເງີນ
2023-06-29 00:00:00
ໃຫ້ທຸກອົງກອນທີ່ໄດ້ຮັບທືນຈາກ VOICE ມາຮ່ວມຮຽນຮູ້ແລກປ່ຽນນຳກັນໂດຍໄດ້ມີຜູ້ເຂົ້າຮ່ວມມີທັງໝົດ 16 ທ່ານ ແລະເຂົ້້າຮ່ວມ Online ມີ 14 ທ່ານ ຈາກ 18 ອົງກອນ.
ນ້ອຍ RDA ໄດ້ການແບ່ງປັນການບັນທືກລາຍຈ່າຍແຕ່ລະກິດຈະກຳ ງວດທີ່1 ການບັນທຶກລາຍຈ່າຍຂອງກິດຈະກຳແມ່ນໃຊ້ລະບົບ Quickbook ກ່ອນເພື່ອສຳເນົາລາຍຈ່າຍ ຫຼັງຈາກນັ້ນແມ່ນຈື່ງນຳມາຕື່ມໃສ່ແບບຟອມລາຍງານຕ້ອງຕື່ມຂໍ້ມູນລາຍຈ່າຍຕາມ ງົບປະມານທີ່ຂື້ນໄປໃນທຳອິດທີ່ສົ່ງໃຫ້ຜູ້ໃຫ້ທືນຖ້າມີການໃຊ້ຈ່າຍງົບປະມານເກີນ ຫຼື ຫຼຸດ 10% ແມ່ນຕ້ອງມີຄໍາອະທິບາຍທຸກໆເທື່ອພ້ອມເຫດຜົນ.ການບວກງົບປະມານ ງວດ 1-2 ແລະ ງວດ 3 ໃສ່ໃນແບບຟອມບົດລາຍງານໂດຍການນຳໃຊ້ສູດ SUMIF ແລະ ການຂຽນບົດລາຍງານແຕ່ລະງວດ ອັດຕາແລກປ່ຽນແມ່ນມີການປ່ຽນແປງກ່ອນໄດ້ຮັບງົບປະມານ. ນີ້ເປັນໂອກາດທີ່ດີຫຼາຍທີ່ແຕ່ລະອົງກອນທັງຜູ້ທີ່ໄດ້ຮັບທືນໃໝ່ ແລະ ກຳລັງດຳເນີນກິດຈະກຳຢູ່ ໄດ້ມີໂອກາດແລກປ່ຽນຮຽນຮູ້ການລາຍງານການເງີນເພື່ອໃຫ້ການລາຍງານຂອງອົງກອນມີປະສິດທິພາບດີຂື້ນ.
ສຳຫຼັບຂໍ້ມູນເພີ່ມເຕີມຮູບພາບ ແລະ ເອກະສານຕິດຄັດໃນການແລກປ່ຽນເທື່ອນີ້:https://drive.google.com/drive/folders/1ZjvlKTgFOzRsrvRWdZuPtluFfPTqnG54?usp=drive_link