13
toum
COP ການອຳນວຍຄວາມສະດວກ
2024-03-06 00:00:00
ໃນວັນທີ 5 - 6 ມີນາ 2024 ທີ່ຜ່ານມາຫຼາຍຄົນຈາກຫຼາຍອົງກອນໃນແຜນງານ VOICE ມີຄວາມສົນໃຈກັບການເປັນຜູ້ອຳນວຍຄວາມສະດວກຄືບຸກຄົນທີ່ສະໜັບສະໜູນຂະບວນການຮຽນຮູ້ໃຫ້ບັນລຸເປົ້າຫມາຍຮ່ວມກັນໂດຍໃຊ້ທັກສະຕ່າງໆ.
ເຊິ່ງມີຫຼາກຫຼາຍພາກສ່ວນເຂົ້າຮ່ວມທັງໄດ້ຮຽນຮູ້ ແລະ ໄດ້ປະຕິບັດຕົວຈິງທາງດ້ານທັກສະຂອງການເປັນ "ຟາ" ຫລື "ຜູ້ອຳນວຍຄວາມສະດວກ".
ການຝຶກອົບຮົມຄັ້ງນີ້ແມ່ນໜຶ່ງໃນວຽກງານຂອງໂຄງການ ການເຊື່ອມສານ ແລະ ການຮຽນຮູ້ (Linking and Learning) ທີ່ຮວບຮ່ວມເອົາອົງກອນຕ່າງໆທີ່ໄດ້ຮັບທຶນພາຍໃຕ້ໂຄງການຂອງ VOICE ມາຮຽນຮູ້ແລກປ່ຽນກັນ.
ສຳຫຼັບຂໍ້ມູນເພີ່ມເຕີມຮູບພາບ ແລະ ເອກະສານຕິດຄັດໃນການແລກປ່ຽນເທື່ອນີ້:https://drive.google.com/drive/folders/1d3nGmdhTqKhu2IDDj1jT_CUbEwhPk2cd?usp=drive_link