7
toum
CoPການສື່ສານ
2023-06-30 00:00:00
ໃນວັນທີ່ 30 ມິຖຸນາ 2023 ທີ່ຜ່ານມາ ຊຸມຊົນການຮຽນຮູ້ (ການສື່ສານ) ໄດ້ຈັດການຮຽນຮູ້ແລກປ່ຽນໃນຫົວຂໍ້ :ການນຳໃຊ້ສື່ອອນລາຍເຂົ້າໃນການໂຄສະນາວຽກງານຂອງອົງກອນ (ການສ້າງວິດີໂອຜ່ານສື່ອອນລາຍ ຫຼື TikTok) ໃຫ້ແກ່ອົງກອນທີ່ໄດ້ຮັບທືນຈາກ VOICE ມາຮ່ວມຮຽນຮູ້ແລກປ່ຽນນຳກັນໂດຍໄດ້ມີຜູ້ເຂົ້າຮ່ວມມີທັງໝົດ 19 ທ່ານຈາກ 10 ອົງກອນ.
ລູກໜູ ແລະ ມີໂນ່ ຈາກ STELLA ໄດ້ແບ່ງປັນກ່ຽວກັບການນໍາໃຊ້ເຄື່ອງມືຕ່າງໆໃນຕິກຕັອກເພື່ອເຮັດໃຫ້ວິດີໂອໜ້າສົນໃຈຫຼາຍຂຶ້ນ ພ້ອມທັງໃຫ້ທຸກອົງກອນທົດລອງຕັ້ງບັນຊີຕິກຕັອກຂອງຕົນເອງ. ພ້ອມທັງມີການສົນທະນາເພື່ອແລກປ່ຽນຄວາມຄິດເຫັນ ໃນຫົວຂໍ້: ການສ້າງຄອນເທັ້ນແບບໃດເປັນທີ່ໜ້າສົນໃຈ ແລະ ຄວນມີຄອນເທັ້ນລັກສະນະໃດເພື່ອດຶງດູດກຸ່ມເປົ້າໝາຍ. ຜູ້ເຂົ້າຮ່ວມໄດ້ໃຊ້ເວລາໃນການທົບທວນເລື່ອງ Personal Branding ຂອງອົງກອນຕົນເອງ ແລະ ນໍາສະເໜີເພື່ອແລກປ່ຽນຄວາມຄິດເຫັນກັບອົງກອນອື່ນ ເພື່ອນຳໃຊ້ເຂົ້າໃນການວາງແຜນທິດທາງການສ້າງຄອນເທັ້ນເພື່ອໃຫ້ເໝາະສົມກັບກຸ່ມເປົ້າໝາຍຂອງຕົນເອງໃນສື່ອອນລາຍ. ລູກໜູ ແລະ ມີໂນ່ ຈາກ STELLA ໄດ້ນໍາສະເໜີຕົວຢ່າງຄອນເທັ້ນຂອງ STELLA ໃນບັນຊີຕິກຕັອກເພື່ອເປັນຕົວຢ່າງໃຫ້ແກ່ທຸກອົງກອນເປັນແນວທາງໃນການເຮັດຄອນເທັ້ນຂອງຕົນເອງ. ນໍາສະເໜີເພື່ອແລກປ່ຽນຄວາມຄິດເຫັນກັບອົງກອນອື່ນ ແລະ ເພື່ອນຳໃຊ້ເຂົ້າໃນການວາງແຜນທິດທາງການເຮັດຄອນເທັ້ນເພື່ອໃຫ້ເໝາະສົມກັບກຸ່ມເປົ້າໝາຍຂອງຕົນເອງໃນລຳດັບຕໍ່ໄປ.
ສຳຫຼັບຂໍ້ມູນເພີ່ມເຕີມຮູບພາບ ແລະ ເອກະສານຕິດຄັດໃນການແລກປ່ຽນເທື່ອນີ້:
https://drive.google.com/drive/folders/12UvMO8_FXvN11bC_HdF0nMNkU8cvWIDN?usp=drive_link