ID:

8

Author:

toum

Tags:

CoPການສື່ສານ

Created date:

2023-07-07 00:00:00

ຫຼັກການຈັດອົງປະກອບຂອງ ARTWORK ເພື່ອການນຳສະເໜີວຽກງານທີ່ໜ້າສົນໃຈ

ໃນວັນທີ່ 7 ກໍລະກົດ 2023 ທີ່ຜ່ານມາຊຸມຊົນການຮຽນຮູ້(ການສື່ສານ) ໄດ້ຈັດການແລກປ່ຽນໃນຫົວຂໍ້ : ຫຼັກການຈັດອົງປະກອບຂອງ ARTWORK ເພື່ອການນຳສະເໜີວຽກງານທີ່ໜ້າສົນໃຈ ໃຫ້ແກ່ອົງກອນໄດ້ຮັບທືນຈາກ VOICE  ມາຮ່ວມຮຽນຮູ້ແລກປ່ຽນນຳກັນໂດຍໄດ້ມີຜູ້ເຂົ້າຮ່ວມມີທັງໝົດ 18 ທ່ານທີ່ເຂົ້າຮ່ວມເຊີ່ງໜ້າ ແລະ ຜູ້ເຂົ້າຮ່ວມ Online 7 ທ່ານ ຈາກ 10 ອົງກອນທັງພາຍໃນນະຄອນຫຼວງ ແລະ ບັນດາອົງກອນທີ່ຢູ່ຕ່າງແຂວງ.

 

ເຕ້ພະນັກງານສື່ສານຈາກ RDA

ໄດ້ມາແບ່ງປັນກ່ຽວກັບຫຼັກການຈັດອົງປະກອບຂອງARTWORKເພື່ອໃຊ້ໃນການນຳສະເໜີວຽກງານໃຫ້ໜ້າສົນໃຈ.

 ເປັນການແລກປ່ຽນຮຽນຮູ້ ບໍ່ວ່າຈະເປັນການຈັດໜ້າເຈ້ຍ,​ ການຈັດອົງປະກອບ, ການເລືອກສີ ແລະ ການເລືອກຟ້ອນຕ່າງໆ, ນອກນັ້ນຍັງໄດ້ເປີດໃຫ້ຜູ້ເຂົ້າຮ່ວມແຕ່ລະຄົນໄດ້ທົດລອງນຳໃຊ້ Canvas ເຊິ່ງເປັນອີກໜຶ່ງເຄື່ອງມືໃນການອອກແບບ Poster,​ ບົດນໍາສະເໜີ ຫຼື ໂລໂກ້ຕ່າງໆ, ພ້ອມທັງໄດ້ນໍາພາໄດ້ຮຽນຮູ້ວິທີການໃຊ້ເຄື່ອງມື້ຕ່າງໆຂອງ canvas ອີກດ້ວຍ ແລະ ຜູ້ເຂົ້າຮ່ວມໄດ້ໃຊ້ເວລາທົບທວນພ້ອມທັງທົດລອງນຳໃຊ້ບົດຮຽນທີ່ຖືກນຳສະເໜີມາລອງປະຕິບັດເພື່ອອອກແບບ ARTWORK  ຂອງອົງກອນຕົນເອງ ແຕ່ລະອົງກອນໄດ້ມີການແລກປ່ຽນເຊີ່ງກັນແລະກັນໃນການອອກແບບ ARTWORK ເພື່ອນຳໃຊ້ເຂົ້າໃນວຽກງານການສື່ສານໃຫ້ເໝາະສົມ ແລະ ໜ້າສົນໃຈອີກດ້ວຍ.

ສຳຫຼັບຂໍ້ມູນເພີ່ມເຕີມຮູບພາບ ແລະ ເອກະສານຕິດຄັດໃນການເເລກປ່ຽນເທື່ອນີ້:

https://drive.google.com/drive/folders/13qHXqCWGp_FwXUTw4mg50WF-V57haWNg?usp=drive_link