ID:

9

Author:

toum

Tags:

CoPການບັນຊີ ແລະ ການເງີນ

Created date:

2023-06-02 00:00:00

ການກະກຽມເອກະສານເພື່ອສົ່ງໃຫ້ຜູ້ໃຫ້ທືນພາຍຫຼັງຈາກໄດ້ຮັບງົບປະມານຈາກຜູ້ໃຫ້ທືນ

ໃນວັນທີ່ 2  ມິຖຸນາ 2023 ທີ່ຜ່ານມາຊຸມຊົນການຮຽນຮູ້(ການບັນຊີ ແລະ ການເງີນ) ເກີດຂື້ນເປັນຄັ້ງທຳອິດ ໄດ້ຈັດການຮຽນຮູ້ແລກປ່ຽນໃນຫົວຂໍ້: ການກະກຽມເອກະສານເພື່ອສົ່ງໃຫ້ຜູ້ໃຫ້ທືນພາຍຫຼັງຈາກໄດ້ຮັບງົບປະມານຈາກຜູ້ໃຫ້ທືນແລ້ວ ແລະ ນຳສະເໜີເງື່ອນໄຂຕ່າງໆໃນການນຳໃຊ້ງົບປະມານ.ໃຫ້ແກ່ອົງກອນທີ່ໄດ້ຮັບທືນຈາກ VOICE  ມາຮ່ວມຮຽນຮູ້ແລກປ່ຽນນຳກັນໂດຍໄດ້ມີຜູ້ເຂົ້າຮ່ວມທັງໝົດ 15 ທ່ານ ແລະ ເຂົ້້າຮ່ວມ Online ມີ 12 ທ່ານ ຈາກ 14 ອົງກອນ.

ນ້ອຍ ພະນັກງານການເງີນ  RDA ໄດ້ແບ່ງປັນກ່ຽວກັບການນຳໃຊ້ງົບປະມານຕາມເງື່ອນໄຂນະໂຍບາຍຂອງແຕ່ລະອົງກອນທີ່ໄດ້ເຊັນສັນຍາກັບຜູ້ໃຫ້ທືນ

ໃນຫົວຂໍ້:ການກະກຽມເອກະສານເພື່ອສົ່ງໃຫ້ຜູ້ໃຫ້ທືນພາຍຫຼັງຈາກໄດ້ຮັບງົບປະມານຈາກຜູ້ໃຫ້ທືນແລ້ວ ແລະ ນຳສະເໜີເງື່ອນໄຂຕ່າງໆໃນການນຳໃຊ້ງົບປະມານ.ຜູ້ເຂົ້າຮ່ວມໄດ້ແລກປ່ຽນຮຽນຮູ້ການນຳໃຊ້ທືນ ເຊັ່ນ:ການຈ່າຍພາສີອາກອນໃຫ້ພາກລັດ, ການຈັດຊື້ຈັດຈ້າງຕ່າງໆຕ້ອງແມ່ນຕາມສັນຍາ, ງົບປະມານນີ້ຈະໃຊ້ນອກເໜືອຈາກໃນແຜນງົບປະມານແມ່ນບໍ່ສາມາດໃຊ້ໄດ້ ຫຼື ຊໍາລະໜີ້ສິນອົງກອນ ແລະ ສ່ວນຕົວ, ລວມທັງການນໍາໃຊ້ງົບປະມານທີ່ຍັງບໍ່ຮອດ 70% ຄວນແຈ້ງໃຫ້ຜູ້ໃຫ້ທືນຮັບຮູ້, ການແຈ້ງລ່ວງໜ້າກ່ຽວກັບງົບປະມານ ແລະ ການເພີ່ມກິດຈະກຳຕ່າງໆຄວນແຈ້ງຜ່ານອີເມວເທົ່ານັ້ນພ້ອມທັງແລກປ່ຽນຢ່າງລະອຽດໃນການນຳໃຊ້ງົບປະມານ 7% ຊໍາລະເພື່ອບໍລິຫານອົງກອນ.

ຜູ້ເຂົ້າຮ່ວມໄດ້ຮຽນຮູ້ເພື່ອເປັນແນວທາງໃຫ້ການກະກຽມເອກະສານເພື່ອລາຍງານນຳໃຊ້ເຂົ້າໃນແຜນງານຂອງອົງກອນ ແລະ ເປັນທີ່ໜ້າຕື່ນເຕັ້ນຫຼາຍທີ່ຊຸມຊົນຮຽນຮູ້ຂອງຄອບຄົວ VOICE ໄດ້ເລີ່ມຂື້ນແລ້ວມາຮ່ວມຮຽນຮູ້ນຳກັນຫຼາຍໆເດີ້.