ຫົວຂໍ້: ສົ່ງເສີມໂພສະນາການໃນຄອບຄົວອາຍຸໜຸ່ມນ້ອຍ

ID:

26

Author:

GDA

Organization:
GDA
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ສະພາບລວມ: ຈາກບັນຫາທີ່ພົບເຫັນສ່ວນໃຫຍ່ແມ່ນເດັກນ້ອຍໃນກອບ 1000ວັນ ແມ່ນຍັງຂາດສານອາຫານເປັນສ່ວນໃຫຍ່ເນື່ອງຈາກຄອບຄົວໜຸ່ມບາງຄອບຄົວ ຍັງບໍ່ຮູ້ວິທີການລ້ຽງລູກ ແລະການກິນອາຫານທີ່ບໍ່ຖືກຫຼັກໂພສະນາການ, ແລະຫຍິ່ງໄປກວ່ານັ້ນການຮັບຮູ້ດ້ານບົດບາດຍິງ-ຊາຍຍັງບໍ່ທັນໄດ້ເຂົ້າເຖິງ.

ໄລຍະການຈັດຕັ້ງປະຕິບັດ ແມ່ນເລີ້ມ 1/8/2018 ເຖິງ 31/1/2019 ໃນ 2 ເມືອງ ເຂດສຸກສາລາຜາສັງແລະສຸກສາລາເມືອງຄີ່  ເທື່ອລະກ້າວ ໃນທ້າຍປີ 2019

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ດ້ານກິດຈະກໍາທີ່ເຮັດເພື່ອການແກ້ບັນຫາ:

ຝຶກອົບຮົມໃຫ້ອໍານາດການປົກຄອງບ້ານເພື່ອນໍາໄປເຜີຍແຜໃຫ້ຊຸມຊົນຂອງຕົນເຊັນ:

-ການສາທິດການປຸ່ງແຕ່ງອາຫານເສີມໃຫ້ເດັກ

-ການລ້ຽງລູກດ້ວຍນໍ້ານົມ

-ການສິກໍາ(ປູກຜັກ) ເພື່ອເປັນສະບຽງອາຫານ,

- ດ້ານສຸຂະອະນາໄມ ເຊັນການລ້າງມື,​ ການແຕ່ງກິນສະອາດ

3. ຜົນສຳເລັດຂອງໂຄງການ / Results of the project

ຈາກກໍລະນີສຶກສາເຫັນວ່າ ມີຄອບຄົວໜຸ່ມ ໄດ້ນໍາໄປປະຕິບັດຕົວຈິງ ເຊັ່ນ: ຄອບຄົວ ທ້າວ ເຢວື ແລະ ນາງ ໄມມົວ ບ້ານຜາສັງ,​ ເມືອງເຟືອງ, ແຂວງວຽງຈັນ ໄດ້ກ່າວວ່າ “ກ່ອນເຂົ້າຮ່ວມການຝຶກອົບຮົມແມ່ນລ້ຽງລູກຕາມທໍາມະຊາດ ປະຕິບັດຕາມຮີດເກົ່າຄອງເດີມຂອງຜູ້ເຖົ້າຜູ້ແກ່, ອາຍຸເດັກຍັງບໍ່ຮອດ 6 ເດືອນກໍ່ເອົາເຂົ້າໃຫ້ກິນແລ້ວ. ຈະນໍາເອົາຄວາມບົດຮຽນຜ່ານມາປະກອບການນໍາໃຊ້ເຊັນ: ອາຫານການກິນຂອງເດັກແລະແມ່ມານໃຫ້ກິນອາຫານຄົບໝູ່. ຫຼັງຈາກທີ່ໄດ້ເຂົ້າຮ່ວມແມ່ນເລີ້ມປ່ຽນກັບລູກຜູ້ທີ່ກໍາລັງສິເກີດ ແມ່ນໄດ້ມີການວາງແຜນທີ່ຈະໄປຝາກທ້ອງແລະເກີດຢູ່ສຸກສາລາ ສັກຢສກັນພະຍາດ, ສ່ວນການເຜີຍແຜ່ໃຫ້ຄົນອື່ນແມ່ນສາມາດບອກເຖິງວິທີການປຸ່ງແຕ່ງອາຫານ ແລະ ການລ້ຽງລູກໃຫ້ບາງຄົນທີ່ຍັງບໍ່ທັນເຂົ້າໃຈ ແລະປະຈຸບັນແມ່ນໄດ້ມີການປູກຜັກແລະ ລ້ຽງເປັດ ຈໍານວນ20ໂຕ ແລະ ໄກ່ 40ໂຕ.”

4. ປັດໄຈສູ່ຜົນສຳເລັດ / Factors of success

-ການແກ້ໄຂສະຖານະການ

-ການກະກຽມຄວາມພ້ອມກ່ອນລົງພາກປະຕິບັດ

-ການຮ່ວມມືກັນກັບຊຸມຊົນ ແລະການປະສານງານ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

ກຸ່ມເປົ້າໝາຍ ທີ່ເຂົ້າຮ່ວມສ່ວນຫຼາຍເປັນແມ່ລູກອ່ອນທີ່ລູກຕິດນໍາມາຫຼາຍຄົນ ຈົນເຮັດໃຫ້ເວລາຮັບຟັງຂໍ້ມູນ ຫຼື ເຮັດກິດຈະກໍາບໍ່ສະດວກເພາະວ່າລູກໄຫ້ແອ່ວ ເຮັດໃຫ້ແມ່ບໍ່ມີສະມາທິ ແລະ ຢູ່ຮ່ວມກິດຈະກໍາຈົນຈົບໄດ້ເລີຍໄດ້ພາລູກກັບບ້ານກ່ອນ.

- ຄວາມລິ້ງເຄີຍກັບປະຊາຊົນກຸ່ມເປົ້າໝາຍເນື່ອງຈາກວ່າໂຄງການເຮົາບໍ່ມີພະນັກງານປະຈຳພາກສະໜາມໃນພື້ນທີຈັດຕັ້ງປະຕິບັດເຮັດໃຫ້ການເຂົ້າເຖິງຈິດໃຈກຸ່ມເປົ້າໝາຍເຮັດໃຫ້ເປັນເລື່ອງຍາກທີ່ເຂົາຈະເປີດໃຈຕອບທຸກສິ່ງທີ່ເປັນບັນຫາອອກມາ ແລະ ຫຼາຍຄົນທີ່ຍັງບໍ່ຮູ້ວ່າຊື່ໂຄງການທີ່ເຮົາຈັດຕັ້ງປະຕິບັດຢູ່ນັ້ນແມ່ນຫຍັງ.

-ສິ່ງທ້າທາຍແມ່ນການປະສານງານກັບອົງການຈັດຕັ້ງບ້ານເພື່ອແຈ້ງການເຕົ້າໂຮມກຸ່ມເປົ້າໝາຍໃຫ້ຮ່ວມກິດຈະກໍາແຕ່ລະຄັ້ງ ຈະມີອຸປະສັກເລັກນ້ອຍ ເຊັ່ນວ່າ ແຈ້ງການ, ເອກະສານແຜນງານ ຫຼື ແຜນກິດຈະກໍາ ທາງສະມາຄົມສາມາດຕິດຕໍ່ແຈ້ງການເອງໄດ້ຮອດແຕ່ຂັ້ນສຸກສາລາ ຫລັງຈາກນັ້ນແມ່ນສູກສາລາຈະເປັນຝ່າຍແຈ້ງຕໍ່ໄປຫາອົງການຈັດຕັ້ງບ້ານ ເພື່ອ ກະກຽມສະຖານທີ ແລະ ເຕົ້າໂຮມກຸ່ມເປົ້າໝາຍ ເຮັດໃຫ້ຂໍ້ມູນ,ຈຸດປະສົງ,ເນື້ອໃນກິດຈະກໍາ, ແຜນການປະຕິບັດ ຫຼື ການກະກຽມຕ່າງໆ ລວມທັງໜ້າທີ່ີຮັບຜິດຊອບຂອງແຕ່ລະຝ່າຍ ບໍ່ຈະແຈ້ງ ຫຼື ເກີດຄວາມບໍ່ເຂົ້າໃຈ ແລະ ບໍ່ລະອຽດພໍ ຄືກັບເຮົາປະສານຫາໂດຍກົງ ເຮັດໃຫ້ບາງຄັ້ງເກີດຂໍ້ຜິດພາດເປັນຕົ້ນບໍ່ຖືກກຸ່ມເປົ້າໝາຍຫຼືບ້ານມີຄວາມຊະລາໃຈບໍ່ແຈ້ງການຫາກຸ່ມເປົ້າໝາຍໄວ້ແຕ່ເນີ້ນໆ ເຮັດໃຫ້ກຸ່ມເປົ້າໝາຍບໍ່ຢູ່ ຕ້ອງໄດ້ໄປນໍາກຸ່ມເປົ້າໝາຍອີກພາຍໃນມື້ທີ່ປະຕິບັດກິດຈະກໍາ ອາດຈະເຮັດໃຫ້ເກີດການຊັກຊ້າ ເພາະໄດ້ກະກຽມ ຫຼື ແກ້ໄຂຄືນໃໝ່ພາຍໃນມື້ນັ້ນໆເລີຍ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

- ສໍາລັບເມືອງແມດທີ່ເຮັດກິດຈະກໍາຕໍ່ຈາກເມືອງເຟືອງ  ໄດ້ນໍາເອົາຂໍ້ຜິດພາດຈາກການປະສານງານມາເປັນບົດຮຽນຄື ຫລັງຈາກທີ່ປະສານງານແຈ້ງການຫາສຸກສາລາແລ້ວ ສຸກສາລາຕ້ອງລົງໄປຫາ ອົງການຈັດຕັ້ງບ້ານອີກເທື່ອຫນຶ່ງວ່າໄດ້ຮັບແຈ້ງການຫຼືບໍ່ ແລະ ໃຫ້ສຸກສາລາໄປອະທິບາຍແຜນກິດຈະກໍາທີ່ຈະເຮັດ  ພ້ອມທັງການກະກຽມສະຖານທີ່ ແລະ ກຸ່ມເປົ້າໝາຍ ແລະ ຫລັງຈາກນັ້ນກ່ອນມື້ທີ່ຈະລົງເຮັດກິດຈະກໍາ ໃນແຕ່ລະບ້ານທີມງານໂຄງການ, ຄູຝຶກ ແລະ ພາກສ່ວນເມືອງໄດ້ລົງໄປຢ້ຽມຢາມ ອົງການຈັດຕັ້ງບ້ານເພື່ອເປັນການທາບທາມເບິ່ງວ່າ ສຸກສາລາໄດ້ສົ່ງ ແຈ້ງການໄປຫາ ການຈັດຕັ້ງບ້ານ ເພື່ອຂໍຈັດຕັ້ງປະຕິບັດກິດຈະກໍາແລ້ວບໍ່ ແລະ ຜູ້ປະສານງານໂຄງການຢ້ໍາແຜນກິດຈະກໍາຄືນ, ຫນ້າທີ່ຮັບຜິດຊອບ ຫຼື ສິ່ງທີ່ຕ້ອງກະກຽມເພື່ອອໍານວຍຄວາມສະດວກ ບໍ່ວ່າຈະເປັນສະຖານທີ ໂດຍສະເພາະກຸ່ມເປົ້າໝາຍທີ່ຈະຕ້ອງໄດ້ເຂົ້່າຮ່ວມກິດຈະກໍາ.

-   ວິທີການແມ່ນແນະນໍາໃຫ້ແມ່ຍິງເອົາຜົວມາພ້ອມເພື່ອຊ່ວຍກັນເອົາລູກ ຫຼື ຖ້າຜູ້ທີ່ບໍ່ມີຜົວມານໍາ ທີມງານໂຄງການກໍ່ພະຍາຍາມຈັດສັນເວລາເຮັດຕອນເຊົ້າເພື່ອໃຫ້ເລີກກ່ອນຕອນບ່າຍເພື່ອບໍ່ໃຫ້ລູກນ້ອຍຫິວເຂົ້າທຽງ.

- ວິທີການຄືໃນປະຈຸບັນນີ້ທາງສະມາຄົມມີໂຄງການໄວໜຸ່ມເຊິ່ງຈັດຕັ້ງປະຕິບັດຢູ່ເຂດເມືອງແມດ, ແຂວງ ວຽງຈັນ. ໃນເວລາຈັດຕັ້ງປະຕິບັດກິດຈະກຳນີ້ອາດຈະລົງໄປຢ້ຽມຢາມຕິດຕາມຖາມຂ່າວໃນບາງບ້ານ ແລະ ເວລາຈັດຕັ້ງປະຕິບັດກິດຈະກຳລົງບ້ານພະຍາຍາມຢ້ຳຄືນເຖິງພາບລວມຂອງໂຄງການ ແລະ ຈຸດປະສົງຂອງການມາຢ້ຽມຢາມ.

...
...
...
...