ໂຄງການ ສ້າງຄວາມເປັນເຈົ້າການ ໃຫ້ຊຸຸມຊົນ ໃນການປະຕິບັດບົດບາດຍິງຊາຍຂອງຄອບຄົວຊົນເຜົ່າມົ້ງ

ID:

43

Author:

AMA

Organization:
AMA
Created date:

2020-08-28 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ບົດບາດຍິງຊາຍຍັງເປັນບັນຫາລະອຽດອ່ອນ ໃນການສົນທະນາຢູ່ໃນຫົວໜ່ວຍຄອບຄົວ ໂດຍສະເພາະ ຄອບຄົວຊົນເຜົ່າມົ້ງທີ່ຢູ່ໃນບ້ານເປົ້າໝາຍທີ່ສະມາຄົມ ທີ່ພວກເຮົາກໍາລັງເຮັດວຽກຢູ່ ແມ່ຍິງຊົນເຜົ່າມົ້ງຈໍານວນ 300 ຄອບຄົວ ຍັງບໍ່ມີສ່ວນຮ່ວມໃນການວາງແຜນຄອບຄົວ, ການສ້າງລາຍຮັບ, ການບໍລິຫານຈັດການລາຍຮັບຂອງຄອບຄົວ ແລະ ວາງແຜນພັັດທະນາອານະຄົດຂອງລູກພວກເຂົາ. ອີງໃສ່ຮີດຄອງປະເພນີ ແລະ ການປະຕິບັດຕົວຈິງແບບດັ່ງເດີມ ຜູ້ຊາຍເຜົ່າມົ້ງ ຈະເປັນຫົວໜ້າຄອບຄົວຫຼັກ, ເປັນຜູ້ສ້າງລາຍຮັບໃຫ້ແກ່ຄອບຄົວ, ພວກເຂົາເປັນຜຸ້ມີສິດ ແລະ ຕັດສິນໃຈກ່ຽວກັບການບໍລິຫານຄອບຄົວ, ລວມທັງການໃຊ້ຈ່າຍຕ່າງໆ ຢູ່ໃນຄອບຄົວ, ການຄຸ້ມຄອງຊັບສິນໃນຄອບຄົວ ການປະຕິບັດພຶດຕິກໍາດັ່ງກ່າວ ເຮັດໃຫ້ແມ່ຍິງບໍ່ມີສິດເທົ່າທຽມກັບຜູ້ຊາຍ ໃນການຕັດສິນໃຈບັນຫາສໍາຄັນ, ຍີ່ງໄປກວ່ານັ້ນແມ່ຍິງຫຼາຍຄົນສູນເສຍສິດຫຼັງຈາກ ຢ່າຮ້າງກັບຜົວ ເພາະຊັບສິນທຸກຢ່າງຈະຕົກເປັນຂອງຜູ້ຊາຍ ລວມທັງລູກ. ອີກຢ່າງໜື່ງ ຜູ້ຊາຍເຜົ່າມົ້ງຈໍານວນຫຼາຍ ບໍ່ມີຄວາມຮັບຜິດຊອບຕໍ່ການພັດທະນາຄອບຄົວ ເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ເຊັ່ນ: ເອົາເມຍເພີ່ມ, ຫຼີ້ນສາວ, ຕິດຢາເສບຕິດ, ຫຼີ້ນກິນຟຸມເຟືອຍ ເຊີ່ງເປັນສາຍເຫດຫຼັກ ທີ່ພາໃຫ້ເກີດການໃຊ້ຄວາມຮຸນແຮງໃນຄອບຄົວ, ໃຊ້ກໍາລັງຂົ່ມຂູ່ແມ່ຍິງ, ທໍາຮ້າຍຮ່າງກາຍ, ເມຍເຮັດວຽກໜັກກ່ວາຜົວ, ນອກນັ້ນ ແມ່ຍິງຍັງໄດ້ເຮັດວຽກໜັກໃນໄລຍະຖືພາ ເຊີ່ງສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບ ຂອງແມ່ ແລະ ລູກໃນທ້ອງ. ອີງຕາມບົດລາຍງານຕົວຊີ້ວັດທາງສັງຄົມປີ 2017 ຊີ້ໃຫ້ເຫັນວ່າມີແມ່ຍິງຊົນເຜົ່າມົ້ງຈໍານວນ 39.2 ເປີເຊັນ ຖືກໃຊ້ຄວາມຮຸນແຮງໃນຄອບຄົວ ໃນນັ້ນ 29,1 ເປີເຊັນຍັງຍອມຮັບວ່າເປັນເລື່ອງປົກກະຕິ. ນອກນັ້ນ ຜູ້ຊາຍເຜົ່າມົ້ງຍັງບໍ່ທັນມີຄວາມເປັນເຈົ້າການໃນການນໍາພາເມຍໄປຝາກທ້ອງຢູ່ສຸກສາລາ ຫຼື ໂຮງໝໍ. ອີງຕາມບົດລາຍງານຕົວຊີ້ວັດທາງສັງຄົມເຫັນວ່າ ມີພຽງ 61,3 ເປີເຊັນຂອງແມ່ຍິງເຜົ່າທີ່ໄປຝາກທ້ອງໃນເວລາຖືພາ. ນອກນັ້ນ ຄອບຄົວເປົ້າໝາຍຍັງບໍ່ມີຄວາມຮັບຜິດຊອບ ແລະ ເຫັນຄວາມສໍາຄັນຂອງການສຶກສາ ຂອງລູກພວກເຂົາ ເຮັດເດັກບໍ່ມີໂອກາດໃນການເຂົ້າເຖີງໂຮງຮຽນວິຊາຊີບ, ບໍ່ມີວຽກເຮັດ ແລະ ກາຍເປັນບັນຫາຂອງສັງຄົມ. ຫຼາຍຄອບຄົວຍັງບໍ່ມີແຫຼ່ງອາຫານ ພຽງພໍ ເນື່ອງຈາກຜົວບໍ່ເປັນເຈົ້າການໃນການສ້າງເສດຖະກິດຄອບຄົວ, ເຮັດໄຮ່, ເຮັດສວນ ເຊີ່ງເຮັດໃຫ້ກາຍເປັນພາລະຂອງແມ່ຍິງ ແລະ ເດັກ. ບັນຫາບົດບາດຍິງຊາຍ ໃນບ້ານເປົ້າໝາຍຍັງເປັນບັນຫາສໍາຄັນ ທີ່ຄວນຈະໄດ້ຮັບການພັດທະນາ ເພາະຮີດຄອງປະເພນີ ແລະ ຄວາມເຊື່ອຂອງຊົນເຜົ່າມົ້ງ ຍັງໃຫ້ໂອກາດ ແລະ ສົ່ງເສີມການສຶກສາ ເດັກຊາຍ ຫຼາຍກວ່າ ເດັກຍິງ, ເຊີ່ງເປັນສາຍເຫດເຮັດໃຫ້ເດັກຍິງສູນເສຍໂອກາດ ໃນການພັດທະນາຕົນເອງ, ບໍ່ມີອາຊີບທີ່ສາມາດສ້າງລາຍຮັບໃຫ້ແກ່ຕົນເອງ ເມື່ອພວກເຂົາກາຍເປັນໄວໜຸ່ມ. ອີງຕາມບົດລາຍງານຂອງ ຕົວຊີ້ວັດທາງສັງຄົມໃນປີ 2017 ຊີ້ໃຫ້ເຫັນວ່າ ມີພຽງ 39.9 ເປີເຊັນຂອງແມ່ຍິງເຜົ່າມົ້ງໃນອາຍຸ15 -49 ປີທີ່ສາມາດອ່ານອອກຂຽນໄດ້, ນັ້ນໝາຍຄວາມວ່າແມ່ຍິງເຜົ່າມົ້ງສ່ວນຫຼາຍສູນເສຍ ໂອກາດໃນການພັດທະນາຕົນເອງ ແລະ ມີຂໍ້ຈໍາກັດໃນການເຂົ້າເຖີງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ເຊີ່ງເປັນສາຍເຫດໜື່ງຂອງການແຕ່ງງານແຕ່ອາຍຸຍັງນ້ອຍ, ອີງຕາມບົດລາຍງານ ຂອງ ຕົວຊີ້ວັດທາງສັງຄົມໃນປີ 2017 ຊີ້ໃຫ້ເຫັນວ່າ ມີແມ່ຍິງຊົນເຜົ່າມົ້ງ 54,9 ເປີເຊັນ ແຕ່ງງານອາຍຸກ່ອນ 18 ປີ ແລະ ໃນນັ້ນແຕ່ງງານກ່ອນ 15 ປີມີເຖິງ 19,7% ດັ່ງນັ້ນ, ແມ່ຍິງເຜົ່ມມົ້ງທີ່ແຕ່ງງານໄປຢູ່ເຮືອນນໍາຜົວ ຈີ່ງບໍ່ມີຄວາມຮູ້ກ່ຽວກັບສິດທິຂັ້ນພື້ນຖານຂອງຕົນເອງ, ບໍ່ມີສິດໃນການຕັດສິນໃຈບັນຫາສໍາຄັນໃນຄອບຄົວ, ຍີ່ງໄປກວ່ານັ້ນບໍ່ມີສິດກັບມາເຮືອນຂອງພໍ່ແມ່ຕົນເອງໃນເວລາປະຮ້າງກັບຜົວ ແລະ ບໍ່ມີສິດເກີດລູກຢູ່ເຮືອນພໍ່ແມ່ກໍລະນີ ຖືພາ ກັບມາ. ການສ້າງຄວາມເປັນເຈົ້າການໃຫ້ກັບຄອບຄົວ ໃນການປະຕິບັດບົດບາດຍິງຊາຍ ເຊື່ອມສານເຂົ້າໃນ ການສ້າງເສດຖະກິດໃຫ້ຄອບຄົວ ຈະຊ່ວຍຫຼຸດຜ່ອນບັນດາປະກົດການຫຍໍ້ທໍ້  ດ້ານບົດບາດຍິງຊາຍ ແລະ ການໃຊ້ຄວາມຮຸນແຮງໃນຄອບຄົວ. 

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

1. ໂຄງການສ້າງຄວາມເປັນເຈົ້າການ ໃຫ້ກັບຊຸມຊົນ ໃນການປະຕິບັັດບົດບາດຍິງຊາຍ ຈະນໍາໃຊ້ເຄື່ອງມື Gender Action Learning System (GALs) ເຂົ້າໃນການຝຶກອົບຮົມ ແລະ ສົນທະນາກັບຄອບຄົວເປົ້າໝາຍ.

2. ສະມາຄົມແມ່ຍິງຮ່ວມໃຈພັດທະນາໄດ້ມາສອນທາງດ້ານການນຳໃຊ້ເຄື່ອງມື GALS ໃຫ້ແກ່ວິຊາການຂອງ AMA ເພື່ອເປັນຄູຝຶກ

2. ຄູຝຶກຂອງ AMA ໄດ້ນຳເອົາເຄື່ອງມື GALS ລົງປະຕິບັດກັບກຸ່ມເປົ້າໝາຍຈຳນວນ 45 ຄອບຄົວ.

3. 45 ຄອບຄົວເປົ້າໝາຍສ້າງແຜນພັດທະນາແລະການປ່ຽນໃໝ່ຂອງຕົນເອງ, ພັດທະນາເສດຖະກິດຄອບຄົວ ໃຫ້ຄວາມເຂັ້ມແຂງພາຍໃນຄົວເຮືອນ

4. ໂຄງການຝຶກອົບຮົມໃຫ້ກັບອໍານາດການປົກຄອງບ້ານ ໂດຍສະເພາະສະຫະພັນແມ່ຍິງບ້ານ ໃນການຕິດຕາມຊຸກຍູ້ ແລະ ຊ່ວຍໂຄສະນາປູກຈິດສໍານຶກບົດບາດຍິງຊາຍ ໃນບ້ານເປົ້າໝາຍ.

5. ໂຄສະນາທາງວິທະຍຸກະຈ່າຍສຽງອອກລາຍການຊົນເຜົ່າມົ້ງ ແລະ ສ້າງຟອມຖາມຕອບຕາມບົດຮຽນທີ່ໄດ້ຝຶກມາ ເພື່ອປູກຈິດສໍານຶກໃນການຫຼຸດຜ່ອນການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ເພີ່ມການມີສ່ວນຮ່ວມຂອງແມ່ຍິງ-ຜູ້ຊາຍ ໃນການ ພັດທະນາຄອບຄົວແລະຊຸມຊົນ.

6. ໂຄສະນາປູກຈິດສໍານຶກ ດ້ານບົດບາດຍິງຊາຍໃຫ້ສະມາຊິກຂອງ ສະມາຄົມທັງໝົດ 1,380 ຄອບຄົວທີ່ເປັນຊົນເຜົ່າມົ້ງ ແລະ ແນະນໍາເຄື່ອງມື GALs ກັບອໍານາດການປົດຄອງບ້ານ, ສະມາຊິກຂອງ ສະມາຄົມ ເພື່ອນໍາໃຊ້ເຂົ້າໃນການວາງແຜນພັດທະນາບ້ານ ແລະ ພັດທະນາຄອບຄົວ

7. AMA ລົງຕິດຕາມ, ກວດກາ, ປະເມີນຜົນ ແລະ ສະຫຼຸບໂຄງການໃຫ້ແກ່ຜູ້ໃຫ້ທຶນ

3. ຜົນສຳເລັດຂອງໂຄງການ / Results of the project

1. ກຸ່ມເປົ້າໝາຍ 45 ຄອບຄົວໄດ້ມີການປ່ຽນແປງພຶດຕິກຳໃນການໃຊ້ຄວາມຮຸນແຮງພາຍໃນຄອບຄົວ ແລະ ເຄື່ອນໄຫວຕາມພາລະບົດບາດຂອງຕົນ

2. ຮູ້ຕີລາຄາບັນຫາໃນແງ່ດີແລະບໍ່ດີທີ່ມັກເກີດຂື້ນ. ພ້ອມທັງຮູ້ຈັກການໃຊ້ຈ່າຍທີ່ເປັນຜົນປະໂຫຍດຂອງຄອບຄົວແລະລຸດຜ່ອນການຫຼີ້ນກິນຟຸມເຟີຍ

3. ຮູ້ຈັກສາຍພົວພັນທັງສັງຄົມເຊັ່ນ: ທາງດ້ານອຳນາດ, ທາງດ້ານຈິດໃຈແລະທາງດ້ານເສດຖະກິດ

4. ຮູ້ວາງແຜນພັດທະນາຄອບຄົວເພື່ອໃຫ້ມີຄວາມກ້າວໜ້າ

5. ຮູ້ຈັກລະບຽບກົດໝາຍວ່າດ້ວຍການໃຊ້ຄວາມຮຸນແຮງ, ການລະເມີດສິດ, ການຄ້າມະນຸດ ແລະ ການແຂ່ງຂັນແມ່ຍິງ 3 ດີ

 

4. ປັດໄຈສູ່ຜົນສຳເລັດ / Factors of success

1. ຍ້ອນມີອົງການວ້ອຍເຫັນໄດ້ຄວາມຈຳເປັນຂອງຊຸມຊົນແລະສະໜັບສະໜູນທຶນໃຫ້ຢ່າງພຽງພໍ

2. ຍ້ອນມີພະນັກງານທີມີຄວາມຮູ້ຄວາມສາມາດຈາກແຕ່ລະພາກສ່ວນເຊັ່ນ: ອົງການວ້ອຍ, AMA, MHP, ພະແນກພາຍໃນແຂວງ, ຫ້ອງການພາຍໃນນະຄອນຫຼວງພະບາງ, ສະຫະພັນແມ່ຍິງນະຄອນຫຼວງ, ອຳນາດການປົກຄອງບ້ານຮ່ວມມືກັນ

3. ກຸ່ມເປົ້າໝາຍເຫັນໄດ້ຄວາມເປັນຈຶງ, ຄິດຢາກຈະຮຽນຮູ້ແລະຢາກພັດທະນາຕົນເອງ

4. AMA ມີນິຕິກຳແລະລະບຽບການເງິນທີ່ດີ

 

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

 1. ພາກສ່ວນພັກ-ລັດບໍ່ເຂົ້າໃຈຕໍ່ການຢາກປ່ຽນແປງຂອງຊຸມຊົນລວມເຖີງການເຄື່ອນໄຫວຂອງສະມາຄົມແລະມີຄວາມຈຳກັດ

2. ກຸ່ມເປົ້າໝາຍບາງຄົນມີການຖືເບົາຕໍ່ບົດຮຽນບໍ່ເອົາໄປນຳໃຊ້

3. COVID 19 ເຮັດໃຫ້ການດເນີນໂຄງການລ້າຊ້າແລະມີຄວາມສ່ຽງ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

1. ຕ້ອງຮູ້ນຳໃຊ້ພາສາຊົນເຜົ່າ

2. ຕ້ອງຮູ້ນຳໃຊ້ເຄື່ອງມື GALS

3. ຕ້ອງມີສາຍສຳພັນທີ່ດີກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເພື່ອສະດວກໃນການນຳເດີນໂຄງການ

...
...
...
...