ການເຝິກອົບຮົມ ນວດຝາເທົ້າໃຫ້ຄົນພິການຕາ

ID:

69

Author:

DSC

Organization:
DSC
Created date:

2020-02-07 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ໃນກິດຈະກໍາ ການຝຶກອົບຮົມນວດຝາເທົ້າ ເປັນໂຄງການຊ່ວຍເຫຼືອຄົນພິການຕາໃຫ້ມີທັກສະ, ຄວາມສາມາດໃນການນວດເພີ່ມຂື້ນ, ເພື່ອສົ່ງເສີມທາງດ້ານວິຊາຊີບໃຫ້ແກ່ຄົນພິການຕາໃຫ້ໄດ້ຮັບໂອກາດມີວຽກເຮັດງານທຳ ແລະ ມີສ່ວນຮ່ວມໃນສັງຄົມ, ມີລາຍຮັບ ສາມາດລ້ຽງກຸ້ມຕົນເອງ, ລຸດຜົນອອກຈາກການເປັນພາລະຂອງຄອບຄົວ ແລະ ສັງຄົມ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ສູນບໍລິການຄົນພິການໄດ້ເນັ້ນໜັກ, ລົງເລີກໃນດ້ານວິຊາການ, ພັດທະນາການນວດໃຫ້ເພີ່ມຂື້ນ, ເປີດກ້ວາງຫຼັກສູດການນວດຝາເທົ້າ, ແລກປ່ຽນວິທີການນວດແບບເກົ່າ ແລະ ແບບໃຫມ່. ຫຼັງຈາກສິນສຸດການຝຶກອົບຮົມສູນບໍລິການຄົນພິການໄດ້ມອບໃບຢັງຢືນໃຫ້ກັບຊະມາຊິກຄົນພິການຕາ.

3. ຜົນສຳເລັດຂອງໂຄງການ / Results of the project

ສະມາຊິກຄົນພິການຕາໄດ້ຮຽນຮູ້ທັກສະການນວດຝາເທົ້າ ແລະ ສາມາດນໍາໃຊ້ໃນການປະກອບວິຊາຊີບ ເພີ່ມພູນການບໍລິການລູກຄ້າ.

4. ປັດໄຈສູ່ຜົນສຳເລັດ / Factors of success

ບັນດາສະມາຊິກຄົນພິການຕາທີ່ໄດ້ເຂົ້າຝຶກອົບຮົມໄດ້ມີຄວາມກະຕືລືລົ້ນ, ຫ້າວຫັນ ໃນການຝຶກອົບຮົມເພື່ອພັດທະນາຕົນເອງ, ຊອກຫາຊ່ອງທາງໃນການປະກອບວິຊາຊີບ ເພື່ອໃຫ້ມີຊິວິດທີ່ດີຂື້ນ ໂດຍມີລາຍໄດ້ທີ່ພຽງພໍ.

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

ເວລາໃນການຝຶກອົບຮົມຍັງສັ້ນ, ອຸປະກອນທີ່ໃຊ້ໃນການຝຶກອົບຮົມຍັງບໍ່ພຽງພໍ, ປື້ມອັກສອນເບວ, ອັກສອນຕົວໃຫຍ່ ຍັງບໍ່ມີສໍາລັບຜູ້ເຂົ້າຝຶກອົບຮົມ. ໃນດ້ານງົບປະມານ ແລະ ກຸ່ມເປົ້າໝາຍທີ່ຝຶກອົບຮົມຍັງມີຄວາມຈໍາກັດ ເພາະວ່າ ເປັນກຸ່ມຄົນຈໍານວນໜ້ອຍທີ່ອາໃສຢູ່ຕົວເມືອງເທົ່ານັ້ນ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ຖ້າມີການຝຶກອົບຮົມໃນຄັ້ງຕໍ່ໄປຄວນກະກຽມ ອຸປະກອນ ແລະ ເວລາ ໃນການຝຶກໃຫ້ພຽງພໍ, ກະກຽມປື້ມຄູ່ມືໃຫ້ແທດເໝາະກັບຄົນພິການຕາເຊັ່ນ: ປື້ມອັກສອນເບວ, ປື້ມສຽງ, ປື້ມອັກສອນຕົວໃຫຍ່ສຳລັບຄົນພິການທີສາຍຕາສັ້ນ ແລະ ຄວນຂະຫຍາຍການຝຶກອົບຮົມນວດຝາເທົ້າໃຫ້ກັບຄົນພິການຕາທີ່ຢູ່ສົນນະບົດ ເພື່ອໃຫ້ໄດ້ຮັບໂອກາດຢ່າງທົ່ວເຖີງ.

...
...
...
...