ຂ້ອຍສາມາດເປັນໂຕເເບບຊຸມຊົນທີ່ເປັນຜູ້ຍິງໄດ້! Empowering the hidden voices of Women living HIV/AIDS

ID:

77

Author:

APL

Organization:
APL+
Created date:

2020-02-14 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ຄຳວ່າເຮສໄອວີເອດສ໌ ຫລາຍຄົນໄດ້ຍິນຄຳນີ້ ແມ່ນຕ້ອງມີທ່າທີທີ່ຢ້ານກົວ, ແບ່ງແຍກ, ລັງກຽດ... ນີ້ແມ່ນຍັງເປັນບັນຫາອັນຍິ່ງໃຫຍ່ທີ່ຫລາຍໆພາກສ່ວນ ຫຼື ຫລາຍຂົງເຂດໃນທົ່ວໂລກຍັງຕ້ອງພະຍາຍາຍາມແກ້ໄຂ. ໃນ ສປປລາວ ຈຳນວນຜູ້ຕິດເຊື້ອໃນຊຸມປີຜ່ານມາ ເຖິງວ່າຈະບໍ່ແມ່ນກຸ່ມຜູ້ຍິງທີ່ມີໂຕເລກຕິດເຊື້ອສູງທີ່ສຸດ ແຕ່ກຸ່ມແມ່ຍິງຜູ້ຕິດເຊື້ອນັ້ນ ແມ່ນຜູ້ທີ່ຖືກຈຳແນກລັງກຽດ, ເຊື່ອຊ້ອນຕົນເອງ, ຂາດການດູແລເອົາໃຈໃສ່ດ້ານສຸຂະພາບ, ຂາດທັກສະພາວະການເປັນຜູ້ນຳຫລາຍທີ່ສຸດ. ນີ້ແມ່ນບັນຫາທີ່ທາງສະມາຄົມເຄືອຂ່າຍຜູ້ຕິດເຊື້ອເຮສໄອວີ(APL+) ຂອງເຮົາເລັງເຫັນ ແລະ ມີຄວາມກັງວົນ ເຮົາຈຶ່ງມີຄວາມມຸ້ງຫວັງທີ່ຈະສ້າງຕົວແບບຜູ້ຍິງທີ່ຕິດເຊື້ອເຮສໄອວີຂື້ນມາເປັນແບບຢ່າງໃຫ້ແກ່ຜູ້ອື່ນກໍ່ຄືກຸ່ມແມ່ຍິງທີ່ຕິດເຊື້ອນຳກັນ ເອົາເປັນແບບຢ່າງຂອງການດຳລົງຊີວິດ, ການດູແລສຸຂະພາບ ແລະ ການເປັນຜູ້ນຳຊຸມຊົນເພື່ອຫລຸດຜ່ອນຫລືຫມົດໄປກ່ຽວກັບບັນຫາດັ່ງກ່າວ.

ກຸ່ມເປົ້າຫມາຍ: 4ແຂວງພາກເຫນືອ ແຂວງຫລວງພະບາງ, ແຂວງຫລວງນ້ຳທາ, ແຂວງບໍແກ້ວ, ແຂວງຫົວພັນ ແຂວງລະ2ຄົນ

ໄລຍະເວລາ:2018-2019

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

•ຝຶກອົບຮົມສ້າງສະພາວະການເປັນຜູ້ນຳຊຸມຊົນໃຫ້ແກ່ກຸ່ມແມ່ຍິງ

•ຝຶກອົບຮົມທັກສະການສື່ສານ,ການສົ່ງຕໍ່ຂໍ້ມູນ,ການເປັນຜູ້ໂຄສະນາພາກສະຫນາມ

•ຄັດເລືອກເອົາຜູ້ຍິງດີເດັ່ນຮອບດ້ານມາສ້າງເປັນວີດີໂອແບບຢ່າງ

•ຄັດເອົາເລື່ອງລາວຜູ້ຍິງຫລາຍໆຄົນມາເຮັດເປັນປື້ມເພື່ອແຈກຢາຍສ້າງແຮງບັນດານໃຈ

•ສະມາຄົມໄດ້ຕິດຕາມ ແລະ ປະເມີນຜົນຂອງໂຄງການ

•ສືບຕໍ່ໂຄງການໃຫມ່ໂດຍສ້າງແມ່ຍິງໃຫ້ເປັນແບບຢ່າງຊຸມຊົນໃຫ້ຫລາຍຂື້ນ.

3. ຜົນສຳເລັດຂອງໂຄງການ / Results of the project

ຜົນສຳເລັດຂອງໂຄງການໃນຄັ້ງນີ້ແມ່ນ ແມ່ຍິງທັງ8ຄົນ ຂອງ4ແຂວງພາກເຫນືອສາມາດ:

•ຜູ້ເຂົ້າຮ່ວມການຝຶກອົບຮົມສາມາດເກັບກ່ຽວບົດຮຽນ ແລະ ທັກສະຕ່າງໆ

•ກຸ່ມແມ່ຍິງສາມາດເປີດເຜີຍໂຕສາທາລະນະ ແລະ ເປັນແບບຢ່າງແມ່ຍິງຕິດເຊື້ອທີ່ໃນຊຸມຊົນໄດ້

•ກຸ່ມແມ່ຍິງສາມາດເປັນຜູ້ໃຫ້ຄຳປຶກສາແກ່ຄົນຕິດເຊື້ອທົ່ວໄປໄດ້

•ກຸ່ມແມ່ຍິງມີຄວາມຫມັ້ນໃຈຫລາຍຂື້ນ

4. ປັດໄຈສູ່ຜົນສຳເລັດ / Factors of success

•ກຸ່ມແມ່ຍິງທີ່ຄັດເລືອກມາແມ່ນມີຄວາມກະຕືລືລົ້ນຢາກຮຽນຮູ້

•ກຸ່ມແມ່ຍິງເກືອບທັງຫມົດພ້ອມທີ່ຈະເປັນແບບຢ່າງແກ່ຊຸມຊົນເຂົາເຈົ້າດ້ວຍການເປີດເຜີຍໂຕ, ການອອກສື່, ປື້ມອ່ານ...ເປັນຕົ້ນ

•ໂຄງການໄດ້ຮັບການສະຫນັບສະຫນູນຈາກພາກລັດເປັນຢ່າງດີ

•ໄດ້ຮັບເງິນທຶນໃນການແກ້ໄຂບັນຫາຈາກເຈົ້າທຶນ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

•ແມ່ຍິງບາງຄົນຍັງບໍ່ມີຄວາມກ້າສະແດງອອກເຖິງສະຖານະຕົນເອງ

•ການຮັບຮູ້ຂໍ້ມູນ,ທັກສະຂອງແມ່ຍິງແມ່ນກໍ່ຍັງມີຂໍ້ຈຳກັດ

•ແມ່ຍິງຕ້ອງຍາດແຍ່ງເວລາໃຫ້ແກ່ການປະຕິບັດກິດຈະກຳ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

•ຊອກຮູ້ບັນຫາ, ຄວາມຕ້ອງການຂອງກຸ່ມເປົ້າຫມາຍ, ສຶກສາຈຸດພິເສດຂອງກຸ່ມແມ່ຍິງວ່າເຂົາເຈົ້າມີລັກສະນະແບບໃດ

•ຕ້ອງສ້າງຄວາມລຶ້ງເຄີຍກັບກຸ່ມເປົ້າຫມາຍເພື່ອປະສິດທິພາບຂອງຫນ້າວຽກ

•ສ້າງຕົນເອງເປັນແບບຢ່າງຂອງການບໍ່ຈຳແນກລັງກຽດ, ບໍ່ແບ່ງແຍກກັນ ແລະ ກັນ

...
...
...
...