ຜົນສໍາເລັດຂອງການຫຼຸດຜ່ອນອັດຕາການຂາດສານອາຫານຂອງເດັກ ພ້ອມທັງແນະນໍາໃຫ້ບັນດາແມ່ຍິງເອົາໃຈໃສ່ໃນການລ້ຽງລູກດ້ວຍນໍ້ານົມແມ່, ຢູ່ທີ່ ເຂດສຸກສາລາກິແນະ 15 ບ້ານ, ເມືອງສະໝ້ວຍ, ແຂວງສາລະວັນ

ID:

78

Author:

TKL

Organization:
Takieng Lao
Created date:

2020-02-14 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ເມືອງສະຫມ້ວຍແຂວງສາລະວັນແມ່ນເມືອງຫນື່ງທີ່ລວມຢູ່ໃນ23ເມືອງທີ່ທຸກຍາກໃນສປປລາວແລະມີພົນລະເມືອງທັງໜົດ15, 583 ຄົນ, ຍີງ 7, 869 ໃນນັ້ນ 95% ຂອງພົນລະເມືອງແມ່ນເປັນຄົນຊົນເຜົ່າ. ເມືອງສະຫມ້ວຍເປັນເມືອງທີ່ມີອັດຕາການເກີດລູກເອງຢູ່ບ້ານກວມເອົາເຖີງ (54.93/1000), ອັດຕາການຕາຍຂອງເດັກຢູ່ໃນທ້ອງກວມເອົາ (16.1/1000)  ຖືວ່າສູງສົມຄວນເມື່ອທຽບໃສ່ອັດຕາສະເລ່ຍແຫ່ງຊາດ (ທຽບກັບ 89/1000) ເຊິ່ງການຂາດໂພຊະນາການໃນແມ່ ແລະ ເດັກມີສູງ. ເມືອງສະຫມ້ວຍຕົ້ນຕໍແມ່ນຊົນເຜົ່າທີ່ມີອັດຕາການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຕໍ່າໃນປະເທດລາວ(ມີພຽງແຕ່ 13%; LSIS, 2015) ແລະ ເດັກຫຼາຍຄົນບໍ່ໄດ້ກິນອາຫານພຽງພໍ ແລະ ຫຼາຍຊະນິດໃນແຕ່ລະຄາບອາຫານຄວາມຫ່າງໄກຊອກຫຼີກທີ່ກະທົບກັບ ແມ່ຍິງຊົນເຜົ່າ ກີດກັ້ນພວກເຂົາ ຈາກການເຂົ້າເຖິງການເບິ່ງແຍງກ່ອນເກີດ ແລະ ການເບິ່ງ ແຍງຫຼັງເກີດລູກທີ່ເໝາະສົມຈາກສຸກສາລາ (ມີຜູ້ຍິງພຽງແຕ່ 42% ທີ່ເຂົ້າຮັບບໍລິການ ເບິ່ງແຍງກ່ອນເກີດ ແລະ ຫຼັງເກີດລູກຫຼາຍກວ່າ 4 ຄັ້ງ, ຫລາຍກ່ວາ43% ບໍ່ໄດ້ໄປຈັກຄັ້ງຕາມຂໍ້ມູນເມືອງທີ່ມີຢູ່ໃນພະແນກສາທາລະນະສຸກແຂວງສາລະວັນ).

ຕໍ່ກັບບັນຫາດັ່ງກ່າວມາຂ້າງເທີງນັ້ນທາງສະມາຄົມເພື່ອສຸຂະພາບຈະຮ່ວມມືກັບຂະແຫນງສາທາລະນະສຸກແຂວງສາລະວັນ. ສາທາເມືອງສະຫມ້ວຍ ແລະ ສຸສາລາກິແນະໃນການຈັດຕັ້ງປະຕິບັດໂຄງການການຮ່ວມມືເພື່ອການປັບປຸງວຽກງານ ໂພຊະນາການຂອງຊຸມຊົນຊົນເຜົ່າກາໂດທີ່ມີຄວາມສ່ຽງທາງດ້ານການຂາດສານອາຫານໂດຍເນັ້ນໃຊ້ຍຸດທະສາດການມີສ່ວນຮ່ວມຂອງຊຸມຊົນ ໃນການນໍາໃຊ້ເຄື່ອງມື LANN ແລະ SBCCໃນການຈັດຕັ້ງປະຕິບັດກິດຈະກຳ ໂດຍການໃຫ້ຄວາມຮູ້ເພື່ອປ່ຽນແປງພຶດຕິກໍາທາງດ້ານໂພຊະນາການຂອງກຸ່ມເປົ້າໝາຍ, ນອກຈາກນັ້ນເຮົາຍັງໄດ້ມີການເຊື່ອມສານວຽກງານ ບົດບາດຍິງຊາຍ, ສົ່ງເສີມການຫາ-ການປູກອາຫານໄດ້ ແລະ ການຄຳ້ປະກັນສະບຽງອາຫານ, ນ້ຳສະອາດ, ສຸຂະອະນາໄມທີ່ດີ ແລະ ການສົ່ງເສີມໃຫ້ແມ່ຍິງຖຶພາ ແລະ ເດັກນ້ອຍ ໄດ້ເຂົ້້າເຖິງການບໍລິການດ້ານສຸຂະພາບໃນສຸກສາລາ ແລະ ໂຮງໝໍ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ທາງໂຄງການໄດ້ມີການຈັດກອງປະຊຸມເພື່ອແນະນໍາໂຄງການ ພ້ອມທັງຄັດເລືອກເອົາຄອບຄົວແບບຢ່າງທີ່ສາມາດເຂົ້າຮ່ວມໂຄງການໄດ້ຕັ້ງແຕ່ຕົ້ນຈົນຈົບໂຄງການ
  • ເຝິກອົບຮົມໃຫ້ຄວາມຮູ້ທາງດ້ານແກ່ທີມງານສຸກສາລາ ເພື່ອໃຫ້ທີມງານດັ່ງກ່າວສາມາດກາຍເປັນຄູເຝິກໄດ້ (ເພາະພວກເຂົາສາມາດສື່ສານພາສາຊົນເຜົ່າໄດ້)
  • ເຝິກອົບຮົມໃຫ້ກຸ່ມເປົ້າໝາຍ ໃນຫົວຂໍ້ຕ່າງໆ ເປັນຕົ້ນກໍແມ່ນການເອົາໃຈໃສ່ໃນການໄປຝາກທ້ອງເມື່ອເວລາຖືພາ, ການດູແລຮັກສາຕົນເອງທັງໃນເວລາຖືພາ ແລະ ຫຼັງຈາກເກີດລູກແລ້ວ, ການໃຫ້ລູກດື່ມນົມແມ່ພຽງຢ່າງດຽວຕັ້ງແຕ່ອາຍຸ 0 ເດືອນ ເຖິງ 6 ເດືອນ. ແລະ ອາຍຸ 6 ເດືອນ ເຖິງ 2 ປີ ໃຫ້ກິນອາຫານເສີມ
  • ຄັດເລືອກອາສາສະໝັກຂັ້ນບ້ານ ເພື່ອເປັນຕົວແບບໃນດ້ານການປະສານງານກັບທີມງານໂຄງການ
  • ສະໜັບສະໜູນອຸປະກອນໃນການຈັດຕັ້ງປະຕິບັດກິດຈະກໍາແກ່ບັນດາອາສາສະໝັກ ພ້ອມທັງສະໜັບສະໜູນອຸປະກອນທາງໂພສະນາການແກ່ຜູ້ເຂົ້າຮ່ວມອີກດ້ວຍ
  • ຄັດເລືອກກຸ່ມເປົ້າໝາຍເພື່ອເປັນແບບຢ່າງໃນການນໍາເອົາບົດຮຽນເຂົ້າມາໝູນໃຊ້ໃນຊີວິດປະຈໍາວັນ
  • ຕິດຕາມ ແລະ ປະເມີນຜົນເປັນແຕ່ລະໄລຍະ

3. ຜົນສຳເລັດຂອງໂຄງການ / Results of the project

  • ເດັກນ້ອຍ ອາຍຸ 0-6 ເດືອນ ໄດ້ຮັບນົມແມ່ພຽງຢ່າງດຽວ
  • ເດັກນ້ອຍ 06 ເດືອນ ເຖິງ 02 ປີ ແລະ ຫລຸດ 05 ປີ ໄດ້ຮັບອາຫານຢ່າງໜ້ອຍ 04 ໃນ 06 ໝວດ ໃນແຕ່ລະມື້
  • ແມ່ຍິງຖືພາໄດ້ຮັບການຝາກທ້ອງຢ່າງໜ້ອຍ 04 ຄັ້ງ ໃນໃລຍະເວລາຂອງການຖືພາ
  • ແມ່ຍິງໄດ້ໄປເກີດລູກຢູ່ສຸກສາລາ ແລະ ໄດ້ຮັບການຊ່ວຍເກີດລູກໂດຍພະນັກງານແພດໝໍ
  • ເດັກອາຍຸຕໍ່າກວ່າ 02 ປີ ເປັນພະຍາດຖອກທ້ອງ ໜ້ອຍລົງ 20% ທຽບໃສ່ຂໍ້ມູນເບື້ອງຕົ້ນ
  • ອັດຕາການຂາດສານອາຫານຂອງເດັກຫຼຸດລົງ

4. ປັດໄຈສູ່ຜົນສຳເລັດ / Factors of success

  • ພາກລັດໃຫ້ຄວາມເອົາໃຈໃສ່ ແລະ ຄອຍໃຫ້ຄໍາປຶກສາຢ່າງໃກ້ຊິດ ເປັນຕົ້ນກໍແມ່ນທີມແພດສາທາລະນະສຸກເມືອງ, ແມ່ຍິງເມືອງ, ສຶກສາເມືອງ, ທີມແພດສຸກສາລາ, ທີມງານອາສາສະໝັກ ຕະຫຼອດຈົນຮອດອໍານາດການປົກຄອງຂັ້ນບ້ານຕ່າງໆ
  • ອໍານາດການປົກຄອງບ້ານໃຫ້ຄວາມຮ່ວມມືໃນການປຸກລະດົມຂົນຂວາຍປະຊາຊົນໃຫ້ເປັນເຈົ້າການໃນການປະຕິບັດກິດຈະກໍາດັ່ງກ່າວ
  • ຜູ້ໃຫ້ທຶນສະໜັບສະໜູນ ໄດ້ໃຫ້ການອໍານວຍຄວາມສະດວກໃນການສະໜອງທຶນງົບປະມານ ແລະ ສະໜອງຄວາມຮູ້ທາງດ້ານວິຊາການໃຫ້ແກ່ທີມງານ
  • ທີມງານໂຄງການໄດ້ມີການຕິດຕາມຢ່າງເປັນໄລຍະ
  • ມີອາສາສະໝັກຂັ້ນບ້ານ ແລະ ຂັ້ນສຸກສາລາ ທີ່ຄອບປະສານງານຢ່າງເປັນລະບົບກັບທີມງານໂຄງການ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ການສື່ສານລະຫວ່າງທີມງານກັບກຸ່ມເປົ້າໝາຍຍັງເປັນອຸປະສັກ ເນື່ອງຈາກກຸ່ມເປົ້າໝາຍສື່ສານເປັນພາສາຊົນເຜົ່າເປັນສ່ວນໃຫຍ່
  • ສະຖານທີ່ມີຄວາມຫ່າງໄກສອກຫຼີກ ບໍ່ມີສັນຍານໂທລະສັບ ຈຶ່ງເປັນການຍາກໃນເວລາປະສານງານໂດຍກົງກັບທີມແພດສຸກສາລາ (ນອກຈາກເດີນທາງໄປຫາໂດຍກົງ)
  • ບາງຄອບຄົວຍັງຍຶດຖືຮີດຄອງປະເພນີແຕ່ດັ້ງເດີມ ແລະ ຍັງເຂົ້າເຖິງຍາກ ໃນການທີ່ຈະແນະນໍາໃຫ້ດູແລເອົາໃຈໃສ່ລ້ຽງລູກໃຫ້ກິນອາຫານທີ່ຖືກຕາມຫຼັກໂພສະນາການ
  • ເດັກນ້ອຍເຫຼົ່ານີ້ຍັງຫ່າງໄກຄວາມຈະເລີນທາງດ້ານການສຶກສາຫຼາຍ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ສໍາຫຼວດຄວາມຕ້ອງການຂອງພື້ນທີ່ເປົ້າໝາຍວ່າມີຄວາມຕ້ອງການດ້ານໃດແດ່ທີ່ທາງເຮົາສາມາດຊ່ວຍເຫຼືອໄດ້
  • ປະສານງານກັບພາກສ່ວນທີ່ກ່ຽວຂ້ອງຢ່າງລະອຽດເພື່ອຄວາມສະດວກໃນການເກັບກໍາຂໍ້ມູນ
  • ຍື່ນໜັງສືສະເໜີຂໍຈັດຕັ້ງກິດຈະກໍາແກ່ພາກສ່ວນທີ່ກ່ຽວຂ້ອງ
  • ຄວນເລີ່ມມີການເຝິກອົບຮົມເປັນແຕ່ລະໄລຍະ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈເພີ່ມຂຶ້ນອີກ
  • ເອົາໃຈໃສ່ຢ່າງເຕັມທີ່ໃນການປະຕິບັດກິດຈະກໍາ
  • ຕິດຕາມ ແລະ ປະເມີນຜົນຢ່າງເປັນໄລຍະ
  • ສະຫຼຸບຜົນການຈັດຕັ້ງໃນການປະຕິບັດກິດຈະກໍາຕ່າງໆ

...
...
...
...