ກິດຈະກຳການຮຽນຮູ້ການເປັນນັກສະແດງ

ID:

86

Author:

RDA

Organization:
RDA
Created date:

2020-05-04 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ທັກສະການສະແດງອອກເປັນທັກສະໜຶ່ງທີ່ໄວໜຸ່ມຫຼາຍຄົນຍັງຂາດ ໂດຍສະເພາະແມ່ນທັກສະການສະແດງ ເພື່ອໃຫ້ພວກເຮົາມີຄວາມກ້າທີຈະສະແດງລະຄອນອັນໃດອັນຫນື່ງທີ່ເຮົາຈະສວມບົດບາດຂອງມັນ

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ຕໍ່ກັບການຂາດທັກສະດັ່ງກ່າວ ທາງໂຄງການຈັດຈັດເຝິກອົບຮົມການສະແດງລະຄອນໃຫ້ກັບໄວໜຸ່ມ ໂດຍເນັ້ນໃສ່ຜູ້ທີ່ສົນໃຈ ແລະມັກໃນການຜະລິດສື່ຕ່າໆໃນການພັດທະນາ ເຊິ່ງກວມລວມເຖິງ ບົດບາດຍິງຊາຍ ເພດ ການສຶກສາ 

3. ຜົນສຳເລັດຂອງໂຄງການ / Results of the project

ໄດ້ປົດປ່ອຍອາລົມຂອງຕົວເອງໄປຕາມທ່າທາງການຢ່າງທີ່ແປກປະຫຼາດທີ່ສຸດບໍ່ວ່າຈະມີອາລົມທີ່ເສົ້າ,ເສຍໃຈ,ຍີ້ມ,ມີຄວາມສຸກຫຍັງຕ່າງໆເພື່ອໃຫ້ເຮົາເຂົ້າກັບຕົວລະຄອນທີ່ເຮົາຈະສະແດງອອກມາໃຫ້ມັກຄືກັບບົດຕົວລະຄອນຂອງເຂົາໃຫ້ມັນດີທີ່ສຸດ

ພວກເຮົາແຕ່ລະກຸ່ມໄດ້ຕັ້ງໃຈຊ້ອມບົດລະຄອນຫລາຍເຖິງວ່າມັນສິບໍ່ອອກມາໄດ້ດີປານໃດແຕ່ກະດີໃຈທີ່ຕົວເອງເຮັດໄດ້ຕາມຄວາມສາມາດຂອງໂຕເອງ 

4. ປັດໄຈສູ່ຜົນສຳເລັດ / Factors of success

ພວກເຮົາແຕ່ລະຄົນຕັ້ງໃຈ,ພະຍາຍາມ ແລະໄດ້ມີຄວາມສາມັກຄີກັນຊ້ອມເພື່ອຢາກໃຫ້ການສະເເດງຂອງພວກເຮົານັ້ນອອກມາດີທີ່ສຸດ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

ເພາະວ່າພວກເຮົາຍັງບໍ່ມີຄວາມກ້າສະເເດງອອກ,ບໍ່ຫມັ້ນໃຈຕົວເອງແລະຄວາມທີ່ວ່າບໍ່ກ້າ,ບາງຄົນກະຫົວອອກມາ,ເກັບອາລົມບໍ່ໄດ້,ກະກຽມອຸປະກອນການສະແດງບໍ່ຕົງເວລາທີ່ກຳນົດໄວ້ ,ຈື່ງເຮັດໃຫ້ເຮົາບໍ່ໄປຕາມເປົ້າໝາຍການສະເເດງທີ່ເຮົາຕັ້ງໄວ້

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ຢາກໃຫ້ທຸກຄົນມີຄວາມກ້າສະເເດງອອກ ຖ້າມີບົດລະຄອນທີ່ເຮົາຈະໄດ້ສວມບົດບາດ ເຮົາຄວນມີສະຕິຕັ້ງໃຈເພື່ອທີ່ຈະໃຫ້ໄດ້ຮັບຜົນອອກມາດີທີ່ສຸດຕາມຕົວລະຄອນທີ່ໄດ້ກຳນົດໄວ້

...
...
...
...