ບັນທຶກໂຄງການຂໍການສະໜັບສະໜູນກັບອົງການປົກຄອງທ້ອງຖີ່ນ

ID:

87

Author:

APL

Organization:
APL+
Created date:

2020-05-26 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ອີງ​ຕາມຜົນຂອງການລົງເກັບກຳຂໍ້ມູນ​ເບື້ອງ​ຕົ້ນ ,   ຄັ້ງວັນທີ 29/1-4/2/2019.

  • ບ້ານ ແກ້ງໂຄນ, ​ເມືອງ ຄົງເຊໂດນ ແຂວງ ສາລະວັນ, ປະກອບ​ມີ 135 ຄອບຄົວ,ຈຳນວນພົນລະ​ເມືອງ​ທັງ​ໝົດ 695 ຄົນ,ຍີ​ງ 333 ຄົນ,ຊາວ​ໜຸ່ມ 58 ຍີ​ງ:33 ຄົນ
  • ບ້ານດອນມ່ວງ ເມືອງທ່າແຂກ ແຂວງຄຳມ່ວນ ປະກອບມີ 86 ຄອບຄົວ ປະຊາກອນ 252 ຄົນ,ຊາວໜຸ່ມ 35 ຄົນ, ຍິງ 19 ຄົນ.

ບັນຫາ:

  1. ຊາວ​ໜຸ່ມບ້ານ ຍັງບໍ່​ເຂົ້າໃຈຢ່າງທ່ອງແທ້ກ່ຽວກັບ​ ບົດບາດຍີ​ງ-ຊາຍ.
  2. ບັນຫາຢາເສບຕິດ ແລະ ຄວາມຮຸນແຮງໃນຊຸມຊົນ.
  3. ບັນຫາເລື່ອງສຸຂະພາບ ໂດຍສະເພາະ ເລື່ອງເຊື້ອເຮສໄອວີເອດ.
  4. ບັນຫາການວ່າງງານ ແລະ ອື່ນໆ

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  1. ຄັດ​ເລືອ​ກຕົວ​ແທນ ສ້າງ​ອາສາ​ສະ​ໜັກ ຫຼື ຜູ້ຕາງ​ໜ້າຊຸມ​ຊົນ ຂອງ​ຊາວ​ໜຸ່ມປະຈຳ​ບ້ານ.
  2. ຝືກອົບຮົມ ທັກສະການເປັນຜູ້ນຳຊຸມຊົນ, ເລື່ອງບົດບາດຍິງຊາຍ, ເລື່ອງເຮສໄອວີເອດ ລວມທັງ ການ​ນຳ​ໃຊ້​ເຄື່ອງມື ກາວ (GALS)-​ໄທບ້ານ​​ເຮັດ​ການ​ຄົ້ນ​ຄວົ້າ(Thaibaan research)ຂັ້ນ​ພື້ນຖານ ​ແລະ  ການ​ເປັນ​ຜູ້​ຕາງ​​ໜ້າຊຸມ​ຊົນທີ່​ດີ.
  3. ຝືກອົບຮົມ ການ​ນຳ​ໃຊ້​ແບບ​ຟອມສອບ​ຖາມ
  4. ​ເກັບ​ກຳ​ຂໍ້​ມູນ ​ແລະ ປະຕິບັດ​ການ​ຕົວ​ຈິງ​ພາກ​ສະໜາມ 

 

3. ຜົນສຳເລັດຂອງໂຄງການ / Results of the project

  1. ໄດ້​ມີ​ອາສາສະໝັກ​ຂອງ​ໂຄງການ ຢູ່​ບ້ານ​ດອນ​ມ່ວງ 10 ​ແລະ ບ້ານ​ແກ້ງ​​ໂຄນ 1​0 ຄົນ, ລວມ​ເປັນ 20 ຄົນ ທີ່ເປັນໄວໜຸ່ມ
  2. ສຳ​ເລັດການ​ຝືກອົບຮົມຫົວຂໍ້ຕ່າງຕ່າງ ເຊັ່ນ ການເປັນຜູ້ນຳຊຸມຊົນທີ່ດີ,  ການ​ນຳ​ໃຊ້​ເຄື່ອງມື ກາວ (GALS)-​ໄທບ້ານ​​ເຮັດ​ການ​ຄົ້ນ​ຄວ້າ(Thaibaan research)
  3. ​​ອາສາ​ສະໝັກ ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນພາກ​ສະໜາມ ​ໂດຍ​ການ​ນຳ​ໃຊ້​ແບບ​ຟອມສອບ​ຖາມ 
  4. ມີ​​ລາຍ​ງານ ​ແລະ ຖານ​ຂໍ້​ມູນ​​ ​ເປັນ​ວີ​ດີ​ໂອ ກໍລະນີ​ສື​ກສາ

4. ປັດໄຈສູ່ຜົນສຳເລັດ / Factors of success

  • ໄດ້​ເອົາ​ຊຸມ​ຊົນ​ກຸ່ມ​ເປົ້າ​ໜາຍ​ເປັນ​ຈຸດ​ໃຈກາງ​ໃນ​ການ​ຮຽນ​ຮູ້​ບັນຫາ
  • ຊຸມ​ຊົນ​ເປັນ​ຄົນ​ຄິດ ​ແລະ ກຳນົດ​ບັນຫາ​ດ້ວຍ​ຕົວ​ຊຸມ​ຊົນ​ເອງ
  • ຊຸມ​ຊົນ​ເປັນ​ຜູ້​ອອກ​ແບບ ​ແລະ ​ຊອກ​ຫາ​ວິທີ​ທາງ​ແກ້​ໄຂ​ດ້ວຍ​ຕົວ​ເຂົາ​ເຈົ້າ​ເອງ,
  • ຄູ່​ຮ່ວມງານ ,ອຳນາດ​ການ​ປົກຄອງ​ຂັ້ນ​ທ້ອງຖີ່​ນ​ເຫັນ​ຄວາມ​ສຳຄັນ ​ແລະ ​ໃຫ້​ຄວາມ​ຮ່ວມ​ມື​ເປັນ​ຢ່າງ​ດີ
  • ທີ​ມງານ​ເອົາ​ໃຈ​ໃສ່ ​ແລະ​ມີ​ຄວາມ​ກະຕືລື​ລົ້ນ​ໃນ​ໜ້າ​ວຽກ
  • ມີ​ງົບປະມານ​ສະໜັບສະໜຸນ​ຈາກ (OXFAM)

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  1. ຄວາມ​ອາຍ, ຊາວ​ໜຸ່ມ ​ແລະ ​ໄວ​ໜຸ່ມ​ຍັງ​ມີ​ການ​ເຂີນ​ອາຍ ຄວາມ​ກ້າຫານ​ໃນ​ການສະ​ແດງ​ອອກ​ຍັງ​ມີໜ້ອຍ
  2. ອາຊີບຂອງ​​ໄວ​ໜຸ່ມ​ສ່ວນ​ໃຫຍ່ ​ແມ່ນ​ເຮັດ​ວຽກ​ລາຍ​ວັນ(​ເປັນ​ກຳມະກອນ ຫາ​ເຊົ້າ​ກິນ​ຄໍ່າ) ກໍ່​ເປັນບັນຫາ​ສ່ວນໜຶ່ງ ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ເວລາ​ຈຳກັດ ​ເຊີ່ງ​ມັນ​ມີ​ຜົນ​ຕໍ່​ກັບ​ການ​ເຮັດ​ວຽກ​ໃນ​ຮູບ​ແບບ​ຂອງ​ການ​ເປັນອາສາ​ສະໝັກ
  3. ເກີດ​ໂລກລະບາດ​ພະຍາດ​ໂຄວິດ 19(COVID 19)
  4. ​ໂຄງການ​ຍັງ​ເປັນ​ໄລຍະ​ສັ້ນ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  1. ເພື່ອ​ຄວາມຍືນຍົງ ຖ້າ​ເປັນ​ໄປ​ໄດ້ ຢາກ​ໃຫ້​ບ້ານ​ມີ​ກອງ​ປະຊຸມ​ສ່ອງ​ແສງ​ປະຈຳໄຕ​ມາ​ດ ເຊິ່ງໃຫ້ມີ 3 ຫຼື 6 ​ເດືອນ​ຄັ້ງ, ​ໂດຍ​ມີ​ຜູ້​ແທນ​ຈາກ​ສະພາ ນັ່ງ​ເປັນ​ປະທານ​ໃນ​ກອງ​ປະຊຸມ .
  2. ຝືກ ຫຼື ສ້າງ​ສີມື​ແຮງ​ງານ ​ແລະ ການ​ຕະຫຼາດ​ໃຫ້​ແກ່​ຊາວ​ໜຸ່ມ-​ໄວໜຸ່ມ​ພາຍ​ໃນ​ກຸ່ມ​ບ້ານ
  3. ການອອກແບບກິດຈະກຳ ໃຫ້ແທດເໝາະກັບຊຸມຊົນເປົ້າໝາຍ ຄຳສັບຕ່າງໆ ພາສາປາກເວົ້າ ສື່ໂຄສະນາສັ້ນໆ ແຕ່ໄດ້ໃຈຄວາມ
  4. ເກັບ​ກຳ​ຂໍ້​ມູນ​ເບີ່​ງຄວາມ​ປ່ຽນ​ແປງ ​ໃນ​ລະຍະ 1 ປີ​ຫຼັງ​ໂຄງການ

...
...
...
...