ປັບປຸງການເຂົ້າເຖິງການສຶກສາຂັ້ນພື້ນຖານ ສຳລັບເດັກພິການໂດຍຜ່ານການສະໜັບສະໜູນ ໂຄງການສ້າງລາຍໄດ້ໃຫ້ພໍ່ແມ່ ແລະ ປູກຈິດ ສຳ ນຶກຂອງຊຸມຊົນໃນ 12 ບ້ານແລະ 2 ໂຮງຮຽນສຶກສາລວມຢູ່ ເມືອງ ປາກແບງ ແລະ ເມືອງ ງາ ແຂວງ ອຸດົມໄຊ.
ແຜນປະຕິບັດງານນີ້ຈະສະໜັບສະໜູນ ໂຄງການທີມງານຂອງ ACDA ສາມາດດຳເນີນການຈັດຕັ້ງປະຕິບັດເພື່ອປະເມີນບັນຫາແລະຄວາມຕ້ອງການຂອງເດັກນ້ອຍພິການໃນຕະຫຼອດການຮ່ວມມືທີ່ດີຂອງແຕ່ລະພາກສ່ວນຂອງລັດຖະບານທ້ອງຖິ່ນໂດຍເຕັກນິກ ແລະ ງົບປະມານໂດຍໂຄງການທີມງານຂອງ ACDA ເພື່ອບັນລຸເປົ້າໝາຍ ແລະຈຸດປະສົງຂອງ ປັບປຸງການເຂົ້າເຖິງການສຶກສາຂັ້ນພື້ນຖານ ສຳ ລັບເດັກພິການໂດຍຜ່ານການສະໜັບສະໜູນ ໂຄງການສ້າງລາຍໄດ້ໃຫ້ພໍ່ແມ່ແລະປູກຈິດສຳນຶກຂອງຊຸມຊົນໃນ 12 ບ້ານ ແລະ 2 ໂຮງຮຽນສຶກສາລວມຢູ່ເມືອງປາກແບງ ແລະ ເມືອງງາ ແຂວງອຸດົມໄຊ.