ພິທີການມອບແນວພັນສັດພື້ນບ້ານໃຫ້ແກ່ ເດັກນ້ອຍພິການ ແລະ ເດັກ ນ້ອຍແມ່ຍີງຊົນເຜົ່າດ້ອຍໂອກາດ ແລະ ໂຮງຮຽນປະຖົມວຽງຄຳໃນການສ້າງລາຍຮັບຢູ່ ບ້ານວຽງຄຳ ເມືອງຫີນເຫີບ ແຂວງວຽງຈັນ

ID:

89

Author:

ACDA

Organization:
ACDA's
Created date:

2020-06-16 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ສຳ ລັບເດັກພິການ, ແມ່ຍິງພິການຊົນເຜົ່າຢູ່ ບ້ານວຽງຄຳ, ເມືອງຫີນເຫີບ, ແຂວງວຽງຈັນ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບ​ຄົວ​ເດັກ​ນ້ອຍ​ພິ​ການ ແລະ ຂະ​ຫຍາຍ​ໃຫ້​ໃຫ້​ຄອບ​ຄົວ​ອື່ນ​ພາຍ​ໃນ​ກຸ່ມ, ລາຍ​ຮັບ​ທີ່​ໄດ້​ຈາກ​ການ​ຂາຍ​ສັດ​ພື້ນ​ບ້ານ​ສາ​ມາດ​ຊື້​ອຸ​ປະ​ກອນ​ການ​ສຶກ​ສາ​ໃຫ້​ເດັກ​ນ້ອຍ​ພິ​ການບໍ່​ໃຫ້​ອອກ​ໂຮງ​ຮຽນ​ກາງ​ປີ ແລະ ບໍ່​ເປັນ​ພາ​ລະ​ໃຫ້​ແກ່​ຄອບ​ຄົວ ແລະ ສັງ​ຄົມ;

  • ເພື່ອ​ໃຫ້​ໂຮງ​ຮຽນ​ສ້າງ​ເປັນ​ສວນ​ສາ​ທິດ​ໃນ​ການ​ປູກ ແລະ ການ​ລ້ຽງ​ຊື່ງ​ເດັກ​ນ້ອຍ​ພິ​ການ​ກັບ​ເດັກ​ນ້ອຍບໍ່​ພິ​ການ​ອອກ​ແຮງ​ງານ​ຮ່ວມ​ກັນ​ໂດຍບໍ່​ມີ​ການ​ຈຳ​ແນກ ແລະ ຜົນ​ຜະ​ລິດ​ສາ​ມາດ​ໃຊ້​ເປັນ​ອາ​ຫານ​ເສີມ​ຕອນ​ທ່ຽງ.

3. ຜົນສຳເລັດຂອງໂຄງການ / Results of the project

  • ຄອບ​ຄົວ​ເດັກ​ນ້ຍ​ພິ​ການ, ແມ່​ຍີງ​ຊົນ​ເຜົ່າ​ທີ່​ດ້ອຍ​ໂອ​ກາດ​ຈະ​ມີ​ລາຍ​ຮັບ​ຈາກ​ການ​ຂາຍ​ສັດ​ພື້ນ​ບ້ານ​ເພື່ອ​ຊື້​ອຸ​ປະ​ກອນ​ການ​ສຶກ​ສາ​ໃຫ້​ລູກ​ຂອງ​ພວກ​ເຂົາ​ໄດ້​ໄປ​ໂຮງ​ຮຽນ​ດ ບໍ່​ອອກ​ໂຮງ​ຮຽນ​ກາງ​ປີ, ສັດ​ພື້ນ​ບ້ານ​ທີ່​ເກີດ​ຂື້ນ​ສາ​ມາດ​ຂະ​ຫຍາຍ​ໄປ​ໃຫ້​ຄອບ​ຕົວ​ອື່ນ​ຕໍ່​ໄປ​ເພື່ອ​ລ້ຽງ​ສ້າງ​ເປັນ​ລາຍ​ຮັບ;

  • ໂຮງ​ຮຽນ​ຈະ​ມີ​ລາຍ​ຮັບ​ຈາກ​ການ​ປູກ ແລະ ການ​ລ້ຽງ​ສັດ​ພື້ນ​ບ້ານ, ຜົນ​ຜະ​ລິດ​ສາ​ມາດ​ເອົາ​ມາ​ເຮັດ​ອາ​ຫານ​ເສີມ​ຕອນ​ທ່ຽງ​ໃຫ້​ແກ່​ເດັກ​ນ້ອຍ​ນັກ​ຮຽນ, ສະ​ໜອງ​ເຄື່ອງ​ຂຽນ​ໃຫ້​ແກ່​ເດັກ​ນ້ອຍ​ນັກ​ຮຽນ ແລະ ເປັນ​ບ່ອນ​ຮຽນ​ຮູ້​ທາງ​ດ້ານ​ການ​ປູກ ແລະ ການ​ລ້ຽງ​ຂອງ​ຊຸມ​ຊົນ ແລະ ໂຮງ​ຮຽນ​ໃກ້​ຄຽງ.

4. ປັດໄຈສູ່ຜົນສຳເລັດ / Factors of success

  • ສັງເກດເຫັນວ່າ ໄດ້ເປີດໂອກາດ ໃຫ້ສະມາຊິກຄົນພິການພາຍໃນບ້ານວຽງຄໍາ ໄດ້ມີທືນຂະໜາດນ້ອຍເປັນໂຄງການທິດອິດຂອງບ້ານ ເພື່ອໃຫ້ສະມາຊິກຄົນພິການມີລາຍຮັບເຂົ້າໃນຄອບຄົວສາມາດລ້ຽງກຸ່ມຕົນເອງ ແລະ ຜັນຂະຫຍາຍຕໍ່ໆໄປໄດ້

  • ສະມາຊິກຄົນພິການແຕ່ລະຄົນໄດ້ມີການແລກປ່ຽນທອດຖອດບົດຮຽນການລ້ຽງ ເຊິ່ງກັນແລະກັນ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ສະມາຊິກບາງຄອບຄົວບໍ່ເອົາໃຈໃສ່

  • ລະດັບຄວາມຮູ້ຄວາມສາມາດແຕກຕ່າງກັນ ຈຶ່ງເຮັດໃຫ້ຄວາມຮູ້ບໍເທົ່າກັນທາງດ້ານພາສາປາກເວົ້າ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ແຜນການປະຕິບັດງານນີ້ຈະສະໜັບສະໜູນ ໂຄງການຂອງທີມ ACDA ສາມາດ ດຳເນີນການຈັດຕັ້ງປະຕິບັດເພື່ອສ້າງລາຍໄດ້ຂອງຄອບຄົວ CwDs, ເດັກຍິງຂອງເດັກຍິງຕະຫຼອດການຮ່ວມມືທີ່ດີຂອງແຕ່ລະພາກສ່ວນຂອງລັດຖະບານທ້ອງຖິ່ນໂດຍເຕັກນິກ ແລະ ງົບປະມານໂດຍໂຄງການທີມງານຂອງ ACDA ເພື່ອບັນລຸເປົ້າ ໝາຍ ແລະຈຸດປະສົງຂອງ PACE ໂຄງການ.

...
...
...
...