ການປ້ອງກັນ ແລະ ການຕອບໂຕ້ຕໍ່ກັບການລະບາດຂອງພະຍາດໂຄວິດ 19 ກິດຈະກຳຂອງ 5 ສະມາຄົມ

ID:

90

Author:

APL

Organization:
APL+
Created date:

2020-06-18 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ໃນວັນທີ 13 ພຶດສະພາ  2020  ໄດ້ມີ ການເປີດກອງປະຊຸມສະເພາະກິດ ການຮັບມື ຕອບໂຕ້ ໂຄວິດ-19 (covid-19) ຂື້ນທີ່ຫ້ອງປະຊຸມ ສູນຕ້ານເອດ-ພຕພ ທີ່ ນະຄອນຫຼວງວຽງຈັນ.

 ໂດຍການເປັນປະທານ ຂອງທ່ານ ດຣ ລັດຕະນະໄຊ  ເພັດສຸວັນ ຫົວໜ້າກົມປິ່ນປົວ ກະຊວງສາທາລະນະສຸກ    ເຊີ່ງມີຜູ້ເຂົ້າຮ່ວມຄົບຄະນະ ໂດຍສະເພາະແມ່ນ ເຈົ້າພາບກະຊວງສາທາລະນະສຸກ ແລະ ຜູ້ໃຫ້ທືນ ໃນກອງປະຊຸມແມ່ນ ໄດ້ປືກສາຫາລື ວາງແຜນ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 (covid-19)  ແລະ ວາງແຜນຮັບມື ປີ 2021 ,ເນື່ອງຈາກວ່າບໍ່ມີໃຜບອກໄດ້ວ່າ ພະຍາດໂຄວິດ -19 (covid-19) ໝົດໄປຕອນໃດ

     ບັນຫາ: ອີງຕາມການລາຍງານຈາກຫຼາຍປະເທດ ທີ່ບອກວ່າ, ຄົນທີ່ເສຍຊີວິດຈາກພະຍາດ ດັ່ງກ່າວແມ່ນ ມີພະຍາດອື່ນຮ່ວມ ເຊັ່ນ: ເບົາຫວານ,ຄວາມດັນເປັນຕົ້ນ, ສະນັ້ນພະຍາດເອດ ກໍ່ແມ່ນພະຍາດ ໜຶ່ງທີ່ເປັນພະຍາດຊຳເຮື້ອ ແລະ ທີ່ສຳຄັນຄົນທີ່ຕິດພະຍາດເອດ ຕ້ອງໄດ້ກິນຢາຕະຫຼອດຊີວິດ ເຊີ່ງມັນເປັນຄວາມສ່ຽງສູງຖ້າຫາກພວກເຂົາສຳພັດຫຼືຕິດພະຍາດໂຄວິດ, ສະນັ້ນ, ທາງຄະນະກຳມະການກອງທືນໂລກໄດ້ເລັງເຫັນຄວາມສຳຄັນໃນກຸ່ມປະຊາກອນດັ່ງກ່າວຈຶ່ງໄດ້ອະນຸມັດງົບປະມານ  $2,122,483 ,ໃຫ້ກັບສາມພະຍາດ ເອດ,ວັນນະໂລກ ແລະ ມາລາເລຍ ທີ່ທາງກອງທືນໂລກໄດ້ສະໜັບສະໜຸນກິດຈະກຳນີ້ຢູ່ແລ້ວ.

ຈຸດປະສົງ :

  1. ເພື່ອການນຳສົ່ງຢາໃຫ້ຄົນເຈັບທີ່ຕິດເຊື້ອເຮສໄອວີ/ເອດ

  2. ເພື່ອກວດຄັດກອງພະຍາດວັນນະໂລກ ແລະ ມາລາເລຍ

 

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  1.  ກິດຈະກຳ ການປ້ອງກັນ ແລະ ການເຝົ້າລະວັງ ພະຍາດໂຄວິດ(Covid) ທາງການແພດ ໃນທຸກໂຮງໝໍທົ່ວປະເທດ ໂດຍສະເພາະໂຮງໝໍ ທີ່ມີສູນ ART ປິ່ນປົວຜູ້ຕິດເຊື້ອເຮສໄອວີ/ເອດ
  2. ກິດຈະກຳການນຳສົ່ງຢາໃຫ້ຄົນໄຂ້ເອດ ເປັນລາຍບຸກຄົນ
  3.  ກິດຈະກຳ ຕິດຕາມ ແລະ ກັ່ນຕອງພະຍາດພະຍາດຮ່ວມ ເຊັ່ນ ວັນນະໂລກ ແລະ ມາລາເລຍ
  4. ກິດຈະກຳມອບ ອຸປະກອນປ້ອງກັນ ແລະ ເຄື່ອງມືທາງການແພດໃຫ້ແກ່ໂຮງໝໍຕ່າງໆ

 

3. ຜົນສຳເລັດຂອງໂຄງການ / Results of the project

  1. ໄດ້ນຳສົ່ງຢາໃຫ້ຄົນໄຂ້ທີ່ຕິດເຊື້ອເຮສໄອວີເອດ ໃນ 11 ສູນ ART ທີ່ໃຫ້ບໍລິການ ຢາ ARV ໃນທົ່ວປະເທດ ຈຳນວນ 4 ພັນກວ່າຄົນ
  2. ໄດ້ຊ່ວຍເຫຼືອ ອຸປະກອນໃນການປ້ອງກັນ ແລະ ເຄືອງມືການແພດໃຫ້ກັບ 4 ໂຮງໝໍເມືອງທີ່ຈຳເປັນ ເຊັ່ນ: ໂຮງໝໍ ເມືອງ ໃຊທານີ, ເມືອງປາກງື່ມ, ເມືອງສັງທອງ ແລະ ເມືອງເຟືອງ  ລວມງົບປະມານໃນການຊ່ວຍເຫຼືອໃນຄັ້ງນີ ເປັນຈຳນວນເງີນ  156,225,000 ກີບ
    • 5 ອົງການ ນຳທີມໂດຍ:  
      1. ສະມາຄົມ ເຄື່ອຂ່າຍຜູ້ຕິດເຊື້ອເຮັສໄອວີ/ເອດ (APL+)
      2. ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ  ສຶກສາກົດໝາຍ (ADWLE)
      3. ສະມາຄົມ ພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ (CDEA)
      4. ສະມາຄົມ ພັດທະນາບົດບາດຍິງ-ຊາຍ (GDA)
      5. ສະມາຄົມ ສົ່ງເສີມສຸກຂະພາບຄອບຄົວ (PFHA)
       
       
       
       

4. ປັດໄຈສູ່ຜົນສຳເລັດ / Factors of success

  • ລັດມີນະໂຍບາຍທີ່ເປີດກວ້າງໂດຍ:
  • ອີງຕາມ ຄຳສັ່ງ ຂອງທ່ານ ນາຍົກ ລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020;
  • ອີງຕາມ ກອງປະຊຸມອອນລາຍ ກ່ຽວກັບ: ແຜນການຕ້ານ COVID-19 CARE Partners ວັນທີ 21 ເມສາ 2020.
  • ຄວາມເອົາໃຈໃສ່, ຄວາມເອື້ອເຟື້ອເພື່ອແຜ່ ແລະ ຄວາມເສຍສະຫຼະ ຂອງ 5 ອົງການທາງສັງຄົມທີ່ເຮັດວຽກທີ່ບໍ່ຫວັງຜົນກຳໄລ
  • ຄວາມສຳພັນອັນແໜ້ນແຟ້ນ ລະຫວ່າງອົງການຈັດຕັ້ງທາງສັງຄົມ ກັບ ອົງການຈັດຕັ້ງລັດ ຍາມໃດກໍ່ຕ້ອງໄດ້ໄປຄຽງຄູ່ກັນ,ຢ່າງແຍກກັນບໍ່ອອກ
  • ຂໍ້ມູນຄວາມຕ້ອງການ ທີ່ເປັນຄວາມຈິງຂອງ ຜູ້ໄດ້ຮັບຜົນກະທົບ(ຊຸມຊົນ) ແລະ ຜູ້ໃຫ້ບໍລິການ(ໂຮງໝໍເມືອງ) ແມ່ນຊັດເຈນ ລະຫວ່າງຜູ້ໃຫ້ ແລະ ຜູ້ຮັບ
  • ອົງການຈັດຕັ້ງທາງສັງຄົມເຮັດວຽກ ໃນຍຸດທະສາດເອົາຊຸມຊົນເປັນຈຸດໃຈກາງ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  1. ລະບົບ ແລະ ຂັ້ນຕອນຂອງການຜ່ານແຜນງົບປະມານແມ່ນຍັງຊ້າບໍ່ທັນເຫດການ ໃນສະຖານະການສຸກເສີນເລັ່ງດ່ວນ
  2. ລະບຽບກົດໜາຍສະເພາະການປິດກັ້ນເມືອງ ກໍ່ແມ່ນບັນຫາ ໜຶ່ງທີ່ເຮັດໃຫ້ ການສະໜອງວັດຖຸອຸປະກອນກໍ່ຕ້ອງຢຸດສະງັກໄປຕາມໆກັນ
  3. ມັນເປັນຄ້າຍໆ ອຸປະຕິເຫດ ພວກເຮົາບໍ່ໄດ້ວາງແຜນໄວ້ລ່ວງໜ້າ ການລະບາດໄວເກີນກວ່າທີ່ເຄີຍພົບມາ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  1. ຂໍ້ມູນແມ່ນສິ່ງທີ່ສຳຄັນແຕ່ຈະຕ້ອງເປັນຄວາມຈີງ ບໍ່ແມ່ນຂໍ້ມູນມືສອງ 
  2. ຄົນທີ່ຈະເຮັດຕ້ອງຮູ້ ແລະ ເຂົ້າໃຈຢ່າງເລີກເຊີ່ງຂອງບັນຫາ ໃຫ້ດີແທ້ຈະຕ້ອງໄດ້ເຫັນ ແລະ ໄດ້ສຳຜັດຍິ່ງເປັນການດີ
  3. ຕ້ອງໃຈ້ແຍກໃຫ້ອອກ ແລະ ສີ່ງທີ່ສຳຄັນຄື ພາຄີຄູ່ຮ່ວມງານ
  4. ຕ້ອງມີຄວາມຈິງໃຈ

...
...
...
...