ການສ້າງອາສາສະໝັກເປັນອີກວຽກງານໜຶ່ງທີ່ນອນຢູ່ໃນຈຸດປະສົງຂອງໂຄງການ ໃນການສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດ ໃຫ້ປະຊາຊົນ ໂດຍໃຫ້ຄົນໃນພື້ນທີ່ເປົ້າໝາຍເອງ ມີສ່ວນຮ່ວມໃນການຂັບເຂື່ອນກິດຈະກໍາຂອງໂຄງການ ແລະ ຄອຍປະສານງານກັບທາງທີມງານໄດ້ຢ່າງເປັນໄລຍະ, ດັ່ງນັ້ນ ທາງພວກເຮົາຈຶ່ງໄດ້ມີການຈັດຕັ້ງການຄັດເລືອກອາສາສະໝັກຂຶ້ນຢູ່ໃນ 5 ບ້ານເປົ້າໝາຍ ນັ້ນກໍຄື ບ້ານກິລິ, ບ້ານສະໝ້ວຍ, ບ້ານກິແນະ, ບ້ານຕະໂລ້ຍ ແລະ ບ້ານອາໂມນລຶກ ເມືອງສະໝ້ວຍ ແຂວງສາລະວັນ
ສາມາດສ້າງອາສາສະໝັກບ້ານ ແລະ ກຸ່ມແມ່ຍິງບ້ານໄດ້ທັງໝົດ 20 ຄົນ ຍິງ 10 ຄົນ,ບ້ານລະ 4 ຄົນ ຍິງ 2ຄົນ
ແມ່ນໄດ້ຮັບການຮ່ວມມືເປັນຢ່າງດີຈາກທາງຄູ່ຮ່ວມງານ, ອໍານາດການປົກຄອງບ້ານ ທີ່ຄອຍປະສານງານ ແລະ ອໍານວຍຄວາມສະດວກແກ່ທີມງານຢ່າງເປັນປະຈໍາ
ຜູ້ເຂົ້າຮ່ວມມີຄວາມປະສົງທີ່ຈະຢາກເປັນອາສາສະໝັກຈາກໃຈຈິງ ໂດຍການຢາກເຫັນການປ່ຽນແປງຂອງບ້ານເປັນໄປໃນທາງທີ່ດີຂຶ້ນ ພ້ອມທັງຢາກມີການພັດທະນາສັກກະຍະພາບຂອງໂຕເອງອີກດ້ວຍ
ບັນຫາທີ່ພົບເຫັນຍັງເປັນບັນຫາພຽງເລັກນ້ອຍ ເປັນຕົ້ນກໍແມ່ນການສື່ສານທາງດ້ານພາສາສທີ່ຍັງຄົງຕ້ອງຄ່ອຍປັບປຸງກັນໄປ, ນອກຈາກນັ້ນ ສິ່ງທີ່ເປັນບັນຫາ ແລະ ສິ່ງທ້າທາຍສໍາລັບພວກເຮົາກໍແມ່ນ ຕະກຽງລາວເອງກໍຍັງບໍ່ທັນໄດ້ຮັບທະບຽນເປີດເປັນສະມາຄົມຢ່າງເປັນທາງການເທື່ອ ດັ່ງນັ້ນ ໃນການປະຕິບັດກິດຈະກໍາແຕ່ລະຢ່າງ ຈຶ່ງຈໍາເປັນຕ້ອງໄດ້ອີງໃສ່ເອກະສານ ນິຕິກໍາຂອງທາງສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ເຂົ້າໃນການປະສານງານຕ່າງໆ ດັ່ງນັ້ນ ຈຶ່ງເປັນການຫຍຸ້ງຍາກໃນການປະສານງານກັບທາງບ້ານເປົ້າໝາຍເປັນບາງຄັ້ງ