ໂຄງການ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເຂົ້າໃນບົດລາຍງານແຫ່ງຊາດ (Parity in Participation: Shared Voices in State Reporting) ມີຈຸດປະສົງ ເພື່ອເຝິກອົບຮົມໃຫ້ກັບແມ່ຍິງບັນດາເຜົ່າ ໃຫ້ຮູ້ຂະບວນ ແລະ ຂັ້ນຕອນການລາຍງານກ່ຽວກັບສິດທິຂອງຕົນເອງ ແລະ ການນຳໃຊ້ທັກສະເຫຼົ່ານີ້ເພື່ອສ້າງຄູ່ມື ແລະ ວິທີການໃນການປະເມີນຜົນ ເຊິ່ງສາມາດນຳໄປໃຊ້ເພື່ຶອການລາຍງານຕໍ່ກັບໜ່ວຍງານລັດຖະບານ ລວມເຖິງການສ້າງໂອກາດໃຫ້ເຂົາເຈົ້າມີບົດບາດໃນການເຂົ້າຮ່ວມໃນລະດັບເມືອງ-ແຂວງ-ສູນກາງ. ສະມາຄົມພັດທະນາບົດບາດຍິງ-ຊາຍ ໄດ້ເຮັດວຽກກັບຊຸມຊົນໃນພື້ນທີ່ຢູ່ຫ່າງໄກສອກຫຼີກ, ເຊິ່ງເຫັນໄດ້ວ່າການສື່ສານຂອງພວກເຂົາເຈົ້າແມ່ນຖືກຈຳກັດ. ສະນັ້ນ, ໂຄງການນີ້ຈຶ່ງເປັນຂົວຕໍ່ເພື່ອສົ່ງເສີມສຽງຂອງເຂົາເຈົ້າສູ່ສັງຄົມ.
ໂຄງການແມ່ນໄດ້ມີການສ້າງຮູບແບບການມີສ່ວນຮ່ວມໃນຫຼາຍວິທີ ໂດຍຜ່ານກິດຈະກໍາຕ່າງໆ ເພື່ອໃຫ້ໄດ້ມາເຊິ່ງສຽງຈາກປະຊາຊົນໂດຍສະເພາະແມ່ຍິງໃນຂັ້ນພື້ນຖານຢ່າງແທ້ຈິງ ໂດຍປະກອບມີ:
ສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງໃນການບໍລິຫານຂັ້ນບ້ານ
ການສົ່ງເສີມບົດບາດຍິງ-ຊາຍພາຍໃນຄອບຄົວ
ການລົງເກັບກໍາຂໍ້ມູນນໍາແມ່ຍິງກຸ່ມແມ່ອາຍຸຍັງນ້ອຍ ແລະ ເນັ້ນບັນຫາການແຕ່ງງານ ແລະ ຖືພາກ່ອນໄວອັນຄວນ
ການເກັບກໍາຂໍ້ມູນນໍາແມ່ຍິງກຸ່ມແມ່ເຮືອນ ທີ່ເຮັດວຽກສະໜັບສະໜູນຄອບຄົວແຕ່ບໍ່ມີຄ່າຈ້າງ
ໂຄງການສາມາດເກັບກໍາຂໍ້ມູນ ແລະ ສາມາດສ້າງເປັນບົດປະກອບຄໍາຄິດເຫັນ ລາຍງານແກ່ ກອງປະຊຸມກະກຽມການທົບທວນປະຈຳໄລຍະກ່ຽວກັບສິດທິມະນຸດ (UPR Pre-Session) ຂອງ ສປປ ລາວ ຢູ່ນະຄອນເຊີແນວ, ວັນທີ 11 ທັນວາ 2019, ເຊິ່ງບົດປະກອບຄຳເຫັນດັ່ງກ່າວ ໄດ້ສັງລວມອອອກເປັນ 3 ປະເດັນຫຼັກຄື:
ຂໍ້ມູນສາມາດເບິ່ງໄດ້ໃນເອກະສານຮູບພາບ
ການເກັບກໍາຂໍ້ມູນແມ່ນມີຂອບເຂດຫົວຂໍ້ທີ່ຍັງບໍ່ທັນຄົບຖ້ວນໃນຫຼາຍປະເດັນຂອງແມ່ຍິງ ເພາະເງື່ອນໄຂທາງດ້ານເວລາໃນການຈັດຕັ້ງປະຕິບັດ.
ແຜນໃນຕໍ່ໜ້າ ແລະ ຄວາມຕ້ອງການໃນການຮ່ວມມື