ເສີມສ້າງຄວາມເຂັ້ມແຂງ ແລະໃຫ້ພໍ່ແມ່ມີສ່ວນຮ່ວມໃນການຝຶກເດັກໂອທິສຕິກ The Include and Empower Parents of Children with Autism in Education

ID:

93

Author:

AFA

Organization:
AFA
Created date:

2020-10-01 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

  • ອົງຄວາມຮູ້ກ່ຽວກັບໂອທິສຕິກຢູ່ບ້ານເຮົາຍັງບໍ່ຫລາຍ ເຮັດໃຫ້ເດັກໂອທິສຕິກ ຫລື ເດັກມີພັດທະນາການຊ້າຫລາຍຄົນເສຍໂອກາດໃນການກວດພົບ ແລະ ໄດ້ຮັບການຊ່ວຍເຫລືອ ແຕ່ ຫົວທີ.
  • ໂອທິສຕິກ ບໍ່ແມ່ນພະຍາດ ດັ່ງນັ້ນ, ຈຶ່ງບໍ່ມີຢາປົວ ທີ່ກິນແລ້ວເຊົາ ແຕ່ວ່າ ໃຫ້ການກະຕຸ້ນເດັກຜ່ານການຮຽນ ເພີ່ມໂອກາດໃຫ້ເຂົາເຈົ້າສາມາດສື່ສານ ແລະ ມີປະຕິສຳພັນໃນສັງຄົມໄດ້ດີຂຶ້ນ.
  • ນອກນັ້ນຍັງສາມາດຊ່ວຍຫລຸດ ບັນຫາພຶດຕິດກຳໄດ້ເປັນຢ່າງດີ.
  • ຍິ່ງເດັກໄດ້ຮັບການຝຶກແອບໄວເທົ່າໃດ ໂອກາດພັດທະນາຍິ່ງສູງຂຶ້ນເທົ່ານັ້ນ.
  • ການບໍລິການສະເພາະແກ່ບຸກຄົນໂອທິສຕິກແບບຮອບດ້ານ ໃນປະເທດລາວ ບໍ່ພຽງພໍ.

 

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  1. ສ້າງຄວາມຮັບຮູ້ໃຫ້ສັງຄົມ

• ຈັດພິມແຜ່ນພັບຂອງສະມາຄົມເພື່ອຄົນໂອທິສຕິກ

• ຈັດພິມປື້ມຄູ່ມື ການຝຶກເດັກໂອທິສຕິກ

• ຄັດກອງເດັກຕໍ່ເນື່ອງ

• ຈັດກິດຈະກຳສະເຫລີມສະຫລອງວັນໂອທິສຕິກໂລກ ຢູ່ແຂວງເປົ້າໝາຍ

2. ສ້າງຄວາມເຂັ້ມແຂງໃຫ້ພໍ່ແມ່

• ສ້າງຄູ່ມືການຝຶກອົບຮົມ

• ສ້າງສື່ອຸປະກອນການຮຽນ ແລະ ການສອນ

• ຈັດຝຶກອົບຮົມໃຫ້ຄູ ແລະ ຜູ້ປົກຄອງ

• ສະໜອງໃຫ້ຄຳປຶກສາໂດຍຊ່ຽວຊານຈາກຕ່າງປະເທດ ເປັນປົກກະຕິ

3. ຜົນສຳເລັດຂອງໂຄງການ / Results of the project

​​​ຜົນສຳເລັດ ວຽກງານສ້າງຄວາມຮັບຮູ້ໃຫ້ສັງຄົມ

  • ເປີດໂອກາດໃຫ້ເດັກໄດ້ຮັບການຊ່ວຍເຫລືອ, ໃຫ້ຄວາມຮູ້ພໍ່ແມ່ໃນການຝຶກແອບລູກ.
  • ສ້າງເຄືອຄ່າຍຜູ້ປົກຄອງ, ສ້າງສາຍສຳພັນທີ່ດີ ກັບໂຮງຮຽນອະນຸບານສຶກສາແຂວງຈຳປາສັກ.
  • ຄະນະອຳນວຍການໄດ້ຄວາມຮູ້ກ່ຽວກັບໂອທິສຕິກ ແລະ ການຮຽນຮ່ວມ.
  • ການຮ່ວມມືລະຫວ່າງສະມາຄົມ ແລະ ໂຄງການວອຍ ໄດ້ເປັນທີ່ຮັບຮູ້ໃນລະດັບພາກພື້ນ.
  • ສັງລວມອົງຄວາມຮູ້ໄວ້ເປັນປຶ້ມ ເພື່ອເປັນບ່ອນອີງໃນການໃຫ້ຄຳປຶກສາ ໃຫ້ມີມາດຕະຖານດຽວກັນ.
  • ໄດ້ທິດທາງແກ້ໄຂບັນຫາຊ່ວຍພໍ່ແມ່
  • ເດັກໂອທິສຕິກຈຳນວນ 15 ຄົນ ໄດ້ເຂົ້າຮ່ວມກິດຈະກຳ.
  • ສ້າງສາຍສຳພັນກັບພາກລັດກ່ຽວຂ້ອງ ແລະ ສ້າງຄວາມສາມັກຄີພາຍໃນສະມາຊິກ ຄູ ແລະ ພໍ່ແມ່.

ຜົນສຳເລັດ ວຽກງານສ້າງຄວາມເຂັ້ມແຂງໃຫ້ພໍ່ແມ່

  • ໄດ້ເນື້ອໃນການຝຶກທີ່ໄດ້ມາດຕະຖານສາກົນທີ່ສາມາດເຜີຍແຜ່ໄດ້ໄລຍະຍາວ.
  • ຄວາມຮູ້ຫລາຍອັນທີ່ເປັນພາສາອັງກິດ ໄດ້ຮັບການແປ ແລະ ຮຽບຮຽງເປັນພາສາລາວ ແລະ ພ້ອມນຳໃຊ້ ແລະ ເຜີຍແຜ່ໃນວົງກວ້າງ
  • 144 ຄົນ ໄດ້ຮັບການຝຶກອົບຮົມ ຫົວຂໍ້ວິທີການສອນເດັກໂອທິສຕິກ ໂດຍຊ່ຽວຊານຝຮັ່ງ (ໃນນັ້ນມີ 31 ຄົນໂອທິສຕິກ, 82 ພໍ່ແມ່ ແລະ 31 ຄູ ແລະ ແພດໝໍ).
  • 106 ຄົນ ໄດ້ຮັບການຝຶກອົບຮົມ ຫົວຂໍ້ ວັດທະນະທຳຂອງຄົນໂອທິສຕິກ ແລະ ການກະຕຸ້ນການສື່ສານ ໂດຍຊ່ຽວຊານເຢຍລະມັນ (ໃນນັ້ນລວມມີທັງພໍ່ແມ່ ແລະ ຄູ).
  • 73 ຄົນ ໄດ້ຮັບການຝຶກ ອົບຮົມກ່ຽວກັບການຮັບມືກັບພຶດຕິກຳລູກ ໂດຍຊ່ຽວຊານຈາກປະເທດຝຮັ່ງ (ໃນນັ້ນລວມມີທັງພໍ່ແມ່ ແລະ ຄູ).
  • 20 ພໍ່ແມ່ ຢູ່ນະຄອນຫລວງວຽງຈັນ ໄດ້ຮັບຄໍາປຶກສາກັບ ຊ່ຽວຊານຝຮັ່ງ, ເຢຍລະມັນ ແລະ ອົດສະຕາລີ.
  • 30 ພໍ່ແມ່ຢູ່ນະຄອນປາກເຊ ໄດ້ຮັບຄໍາປຶກສາ ຊ່ຽວຊານຝຮັ່ງ, ເຢຍລະມັນ ແລະ ອົດສະຕາລີ.
  • 5 ພໍ່ແມ່ ຈາກແຂວງສະຫວັນນະເຂດໄດ້ຮັບຄໍາປຶກ ສາຈາກຊ່ຽວຊານເຢຍລະມັນ.
  • 65 ເດັກໂອທິສຕິກ ໄດ້ຖືກຕິດຕາມ ແລະ ປະເມີນ ວິເຄາະວິໃຈການຮຽນໂດຍຊ່ຽວຊານ ຝຮັ່ງ, ເຢຍລະມັນ ແລະ ອົດສະຕາລີ ຕໍ່ເນື່ອງ.
  • 42 ຄູຝຶກໄດ້ຮັບຄໍາປຶກສາ ກ່ຽວກັບບັນຫາຂອງນັກຮຽນຕົນເອງ ຈາກຊ່ຽວຊານ ຝຮັ່ງ, ເຢຍລະມັນ ແລະ ອົດສະຕາລີ ຕໍ່ເນື່ອງ.

4. ປັດໄຈສູ່ຜົນສຳເລັດ / Factors of success

  • ກິດຈະກໍາຊ່ວຍແກ້ບັນຫາໃຫ້ພໍ່ແມ່, ຜູ້ປົກຄອງໄດ້ແທ້
  • ເນື້ອໃນໂຄງການມາຈາກຄວາມຕ້ອງການ ແລະ ສອດຄ່ອງກັບຜູ້ໄດ້ຮັບຜົນປະໂຫຍດ
  • ເນື້ອໃນຂອງໂຄງການສອດຄ່ອງກັບແຜນພັດທະນາແບບຍືນຍົງຂອງພາກລັດ
  • ໝາກຜົນ ແລະ ຜົນໄດ້ຮັບຂອງໂຄງການມີຄວາມສອດຄ່ອງ ແລະ ກົມກຽວກັນ
  • ຫຼັງຈາກສິນສຸດໂຄງການພວກເຮົາໄດ້ຮຽບຮຽງເນື້ອໃນປຶ້ມຄູ່ມືຝຶກເດັກໂອທິສຕິກທີ່ມີມາດຕະຖານໃຫ້ຜູ້ປົກຄອງສາມາດນໍາໃຊ້ຝຶກເດັກໄດ້ ແລະ ເພື່ອສົ່ງເສີມໃຫ້ເກີດມີຄວາມຕໍ່ເນື່ອງ
  • ມີການຕິດຕາມ ແລະ ປະເມີນຜົນຂອງໂຄງການຕາມແຕ່ລະໄລຍະໂດຍໃຫ້ຜູ້ໄດ້ຮັບຜົນປະໂຫຍດມີສ່ວນຮ່ວມ
  • ຕ້ອງມີບຸກຄະລາກອນທີ່ເຂົ້າໃນໜ້າວຽກ ແລະ ມີງົບປະມານໃນການຈັດກິດຈະກໍາ
  • ຜູ້ຮັບຜິດຊອບໂຄງການຕ້ອງເຂົ້າໃຈໃນໜ້າວຽກຢ່າງລະອຽດ ແລະ ຈັດສັນໜ້າວຽກໃຫ້ຖືກກັບຄວາມສາມາດຂອງທິມງານ
  • ການຈັດສັນເວລາໃນການຈັດຕັ້ງປະຕິບັດໃຫ້ດີ, ການປະສານງານຕ້ອງເຂົ້າໃຈງ່າຍ ແລະ ຈະແຈ້ງ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ບຸກຄະລາກອນຍັງມີຈໍານວນກັດ
  • ບຸກຄະລາກອນໃນອົງກອນຍັງຂາດຄວາມຮູ້ທາງດ້ານພາສາອັງກິດ
  • ເວລາໃນການອະນຸມັດງົບປະມານຫຼ້າຊ້າ
  • ບາງຄັ້ງການປະສານງານຍັງຂາດຄວາມສັດເຈນ ແລະ ຈະແຈ້ງ
  • ການວາງແຜ່ນກິດຈະກໍາກັບການຈັດຕັ້ງປະຕິບັດຕົວຈິງມີການຄາດເຄື່ອນ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ຜູ້ຂຽນໂຄງການ ແລະ ຜູ້ໄດ້ຮັບຜົນປະໂຫຍດຕ້ອງມີສ່ວນຮ່ວມໃນການອອກແບບແຜນກິດຈະກໍາ
  •  ຂໍ້ມູນທີ່ຈະນໍາມາໃຊ້ຕ້ອງເປັນຂໍ້ມູນທີ່ຈິງແທ້ ແລະ ຈະຕ້ອງອອກມາຈາກກຸ່ມເປົ້າໝາຍໂດຍຕົງ
  • ການອອກແບບກິດຈະກໍາຈະຕ້ອງໃຫ້ແທດເໝາະກັບກຸ່ມເປົ້າໝາຍລວມເຖິງແທດເໜາະກັບຄວາມເປັນຈິງຂອງບ້ານເຮົາ
  • ສາມາດເປັນຜູ້ຮັບຟັງທີ່ດີໄດ້, ເຂົ້າເຖິງຈິດໃຈ ແລະ ຄວາມຕ້ອງການຂອງກຸ່ມເປົ່າໝາຍໄດ້ຢ່າງທ່ອງແທ້

...
...
...
...