ໂຄງການໄດ້ເບິ່ງເຫັນບັນຫາຄວາມທຸກຍາກ ໃນ ສປປ ລາວ ເຊິ່ງອັດຕາຄວາມທຸກຍາກສູງທີ່ສຸດແມ່ນໃນກຸ່ມຊົນເຜົ່າ ເຊິ່ງມີຄວາມຫຼາກຫຼາຍກວມເຖິງ 49 ຊົນເຜົ່າ (ປັດຈຸບັນ 50 ຊົນເຜົ່າ) ທົ່ວປະເທດ ແລະ ມີຄວາມຈໍາເປັນຕ້ອງນັບເຂົ້າໃນຂະບວນການປົກຄອງ ເພື່ອຮັບປະກັນຄວາມສະເໝີພາບ, ການມີສ່ວນຮ່ວມ, ເທົ່າທຽມໃນການຮັບສິດຜົນປະໂຫຍດຈາກໝາກຜົນການພັດທະນາລະດັບຊາດ.
ໂຄງການມີສອງຈຸດປະສົງຫຼັກທີ່ຕ້ອງການບັນລຸຄື: 1) ສ້າງດໍາລັດຊົນເຜົ່າທີ່ຮັບຮອງຈາກລັດຖະບານ ແລະ 2) ຄວາມອາດສາມາດດ້ານຂອດປະສານງານ, ຜັນຂະຫຍາຍນະໂຍບາຍຂອງຄູ່ຮ່ວມງານ ແລະ ຜູ້ປະກອບການ ໄດ້ຮັບການຍົກລະດັບ.
ເພື່ອຢາກໃຫ້ບັນລຸວັດຖຸປະສົງ ສະຫຼຸບໂດຍລວມ ໄລຍະຜ່ານມາໄດ້ຈັດຕັ້ງປະຕິບັດດັ່ງນີ້:
ຕະຫຼອດໄລຍະປະຕິບັດກິດຈະກໍາໂຄງການມີທັງໄດ້ຮັບໝາກຜົນ ແລະ ກໍາລັງຢູ່ໃນຂັ້ນຕອນການດໍາເນີນ ແລະ ຕ້ອງໄດ້ລໍຖ້າ ເຊິ່ງໝາກຜົນຫຍິ່ງໃຫຍ່ທີ່ໄດ້ຮັບຄື: ດໍາລັດຊົນເຜົ່າໄດ້ຮັບການຮັບຮອງໂດຍລັດຖະບານ ສະບັບເລກທີ 207/ລບ ລົງວັນທີ 20/3/2020 ເຊິ່ງຂັ້ນຕອນຕໍ່ໄປແມ່ນວຽກເຜີຍແຜ່ ແລະ ຜັນຂະຫຍາຍເພື່ອໃຫ້ເຖິງກຸ່ມເປົ້າໝາຍ.