ໂຄງການເຜີຍແຜ່ຂໍ້ມູນກ່ຽວກັບ ການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ

ID:

95

Author:

LIWG

Organization:
LIWG
Created date:

2020-10-19 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

   ການທີ່ຈະຮູ້ຂໍ້ມູນກ່ຽວກັບບັນຫາການນໍາໃຊ້ທີ່ດິນ ແລະ ຊັບພະຍາກອນທໍາມະຊາດຈາກຊາວບ້ານ ແລະ ການນໍາເອົາເນື້ອໃນກົດໝາຍທີ່ກ່ຽວຂ້ອງກັບການນໍາໃຊ້ທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ລົງໄປເຜີຍແຜ່ຢູ່ຂັ້ນບ້ານຖືເປັນເລື່ອງໜຶ່ງທີ່ມີຄວາມລະອຽດອ່ອນຫຼາຍ ຍິ່ງເປັນການທີ່ຈະໃຫ້ໄວໜຸ່ມຊົນເຜົ່າທີ່ຢູ່ໃນບ້ານເປັນຜູ້ດໍາເນີນກິດຈະກໍາຍິ່ງເປັນບັນຫາທີ່ມີຄວາມທ້າທາຍຫຼາຍພໍສົມຄວນ. ສະນັ້ນກິດຈະກໍາຂອງໂຄງການເຜີຍແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ແມ່ນມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ ເຍົາວະຊົນບັນດາເຜົ່າກາຍເປັນຕົວແທນຂອງການປ່ຽນແປງໃນການປົກປ້ອງສິດຕໍ່ທີ່ດິນຂອງຊຸມຊົນຂອງພວກເຂົາ ແລະ ທົດສອບ ແລະ ຮຽນຮູ້ຈາກວິທີການທີ່ມີຄວາມຄິດສ້າງສັນ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມຊົນເຜົ່າໃຫ້ມີທ່າແຮງຕໍ່ການປັບປຸງໃຫ້ດີຂຶ້ນ.

   ໂຄງການນີ້ມີຄວາມແມ່ນແນ່ໃສ່ ການສ້າງໄວໜຸ່ມທີ່ມີໂອກາດໄດ້ມາສຶກສາຢູ່ນະຄອນຫຼວງວຽງຈັນ ໃຫ້ພວກເຂົາມີໂອກາດນໍາໃຊ້ສິ່ງທີ່ໄດ້ຮຽນມາ ເພື່ອຝຶກທັກສະ ແລະ ຄວາມສາມາດຂອງພວກເຂົາ ພ້ອມທັງໃຫ້ພວກເຂົາເຫັນຄວາມສໍາຄັນກັບບ້ານຂອງຕົນເອງ, ສ່ວນໄວໜຸ່ມທີ່ເປັນຄູ່ຮ່ວມງານຂັ້ນບ້ານແມ່ນເປັນການສ້າງໂອກາດໃຫ້ໄວໜຸ່ມທີ່ຢູ່ໃນບ້ານໄດ້ມີບົດບາດພາຍໃນບ້ານ ໃນການເປັນຕົວແທນນໍາພາປະຊາຊົນປົກປັກຮັກສາທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ທັງເປັນຜູ້ສະໜອງຂໍ້ມູນກ່ຽວກັບກົດໝາຍທີ່ໄດ້ຈາກການເຂົ້າຮ່ວມໂຄງການນີ້ໃຫ້ກັບຊາວບ້ານ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ໂຄງການນີ້ ແມ່ນເປັນການສົ່ງເສີມໃຫ້ໄວໜຸ່ມທີ່ເປັນຄົນຊົນເຜົ່າ ໄດ້ເຂົ້າມາຮຽນຮູ້ ແລະ ເພີ່ມທັກສະ ເພື່ອສ້າງຄວາມໝັ້ນໃຈກ່ໄວໜຸ່ມ ເພື່ອໃຫ້ພວກເຂົາສາມາດນໍາເອົາຄວາມຮູ້ທາງດ້ານກົດໝາຍໄປເຜີຍແຜ່ໃນຊຸມຊົນຂອງຕົນເອງ. ເພື່ອໃຫ້ບັນບຸເປົ້າໝາຍດັ່ງກ່າວ ທາງຜູ້ທີ່ສ່ວນຮ່ວມໃນໂຄງການໄດ້ມີຫຼາຍຂັ້ນຕອນໃນການປະຕິບັດໂຄງການນີ້ເຊັ່ນ:
  • ການປຶກສາຫາລືຮ່ວມກິດຈະກໍາກັນລະຫວ່າງ LIWG, FLPCLE, LIFE, STELLA;
  • ສໍາພາດ ແລະ ຄັດເລືອກໄວໜຸ່ມ 10 ທີ່ຮຽນຢູ່ຄະນະນິຕິສາດ ແລະ ລັດຖະສາດ ເຊິ່ງ 10 ຄົນນີ້ຈະຕ້ອງມີຄູ່ຮ່ວມງານທີ່ເປັນໄວໜຸ່ມຢູ່ຂັ້ນບ້ານ 1 ຄົນ;
  • ຈັດຝຶກອົບຮົມໃຫ້ຊາວໜຸ່ມ 10 ຄົນ ກ່ຽວກັບທັກສະທີ່ນິມນວນ ແລະ ເຄື່ອງມືທີ່ນິມນວນ (ສາຍນໍ້າຊີວິດ) ເພື່ອນໍາໃຊ້ເຂົ້າໃນການເກັບກໍາຂໍ້ມູນກ່ຽວກັບບັນຫາການນໍາໃຊ້ທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ຢູ່ແຕ່ລະບ້ານ;
  • ໄວໜຸ່ມ 10 ຄົນຢູ່ວຽງຈັນເຮັດວຽກຮ່ວມກັບໄວໜຸ່ມຢູ່ຂັ້ນບ້ານລົງເຮັດກິດຈະກໍາເກັບກໍາຂໍ້ມູນກ່ຽວກັບບັນຫາການນໍາໃຊ້ທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໂດຍນໍາໃຊ້ແຜນວາດສາຍນໍ້າ;
  • ກອງປະຊຸມ  ເພື່ອແລກປ່ຽນບົດຮຽນ ແລະ ຄັດຈ້ອນຂໍ້ມູນທີ່ໄດ້ຈາກການລົງເກັບຂໍ້ມູນຂອງແຕ່ລະບ້ານ ເພື່ອຊອກຫານິຕິກໍາທີ່ສາມາດນໍາໄປຕອບສະໜອງເພື່ອຫຼຸດຜ່ອນບັນຫາເຫຼົ່ານັ້ນ ແລ້ວນໍາມາສ້າງເປັນຄູ່ມືການຝຶກອົບຮົມ ແລະ ບົດບາດສົມມຸດ;
  • ພັດທະນາຫຼັກສູດຄູ່ມືການຝຶກອົບຮົມກ່ຽວກັບກົດໝາຍໂດຍອີງໃສ່ຂໍ້ມູນທີ່ໄດ້ຈາກການລົງເກັບກໍາຂໍ້ມູນ;
  • ການຝຶກອົບຮົມແບບໃກ້ຊິດກ່ຽວກັບການສ້າງບົດບາດສົມມຸດ ແລະ ນິຕິກໍາທາງດ້ານກົດໝາຍທີ່ຈະນໍາລົງໄປເຜີຍເຜີຍຢູ່ຂັ້ນບ້ານໃຫ້ກັບອາສາສະໝັກ 20 ຄົນ;
  • ເນື່ອງຈາກຊຸມຊົນທີ່ໄວໜຸ່ມລົງໄປເຜີຍແຜ່ຂໍ້ມູນັ້ນເປັນຊຸມຊົນຊົນເຜົ່າສະນັ້ນ ການໃຊ້ເຄື່ອງມືຫຼາກຫຼາຍເຂົ້າມາຊ່ວຍ ແລະ ປະກອບກັບການໃຊ້ພາສາທ້ອງຖິ່ນເປັັນສິ່ງທີ່ສໍາຄັນໃນການເຮັດໃຫ້ປະຊາຊົນເຂົ້າໃຈເນື້ອຫາກົດໝາຍ. ສະນັ້ນ ພາຍໃຕ້ໂຄງການນີ້ ພວກເຮົາລົງຈັດຕັ້ງປະຕິບັດກິດຈະກໍາເຜີຍແຜ່ຂໍ້ມູນກ່ຽວກັບນິຕິກໍາທີ່ກ່ຽວຂ້ອງ ໂດຍຜ່ານວີທີການທີ່ຫຼາກຫຼາຍເຊັ່ນ: ການບັນຍາຍ, ວິດີໂອ ແລະ ບົດບາດສົມມຸດ ເພື່ອຊ່ວຍກະຕຸ້ນ ແລະ ງ່າຍແກ່ປະຊາຊົນໃນການເຂົ້າໃຈເນື້ອຫາກົດໝາຍ;
  • ນອກຈາກນັ້ນ ເພື່ອເປັນການສ້າງເຄືອຂ່າຍໃຫ້ແກ່ໄວໜຸ່ມ ທາງໂຄງການແມ່ນໄດ້ຈັດກິດຈະກໍາແລກປ່ຽນປະສົບການຈາກໄວໜຸ່ມທັງໝົດ 20 ຄົນ ກັບນັກສຶກສາຢູ່ຄະນະນິຕິສາດ ແລະ ລັດຖະສາດ ແລະ ເຄືອຂ່າຍຂອງ LIWG ເພື່ອເຜີຍແຜ່ກິດຈະກໍາທີ່ໄດ້ເຮັດພາຍໃຕ້ໂຄງການໃຫ້ແກ່ໝູ່ຄູ່ ແລະ ເຄືອຂ່າຍໄດ້ຮັບຮູ້.

3. ຜົນສຳເລັດຂອງໂຄງການ / Results of the project

  • ໄວໜຸ່ມ 20 ຄົນມີຄວາມກ້າໃນການເວົ້າ ແລະ ການສະແດງອອກ;
  • ໄວໜຸ່ມສາມາດເຮັດວຽກຮ່ວມກັນກັບອໍານາດການປົກຄອງບ້ານໃນການເຜີຍແຜ່ກົດໝາຍ;
  • ຊາວບ້ານເຫັນເຖິງຄວາມສໍາຄັນຂອງກິດຈະກໍາ ແລະ ຍົກສູງພາລະບົດບາດຂອງໄວໜຸ່ມຫຼາຍຂຶ້ນ;
  • ຊາວບ້ານສາມາດເຂົ້າໃຈເນື້ອໃນກົດໝາຍທີ່ໄວໜຸ່ມນໍາເອົາລົງມາເຜີຍແຜ່ຢູ່ຂັ້ນບ້ານໄດ້ ສະແດງອອກຄື່ໃນເວລາລົງເຮັດກິດຈະກໍາຊາວບ້ານມີການຕັ້ງຄໍາຖາມ ແລະ ມີສ່ວນຮ່ວມຕະຫຼອດຂອງການດໍາເນີນກິດຈະກໍາ;
  • ໄວໜຸ່ມ ແລະ ຊາວບ້ານສາມາດເວົ້າກ່ຽວກັບກົດໝາຍໂດຍບໍ່ມີຄວາມກັງວົນ ແລະ ຮູ້ສືກສະບາຍໃຈທີ່ຈະເວົ້າອອກມາ;
  • ໄວໜຸ່ມສາມາດນໍາໃຊ້ວິທີການທີ່ຫຼາກຫຼາຍໃນການເກັບກໍາຂໍ້ມູນ ແລະ ການເຜີຍແຜ່ເນື້ອໃນກົດໝາຍ.

4. ປັດໄຈສູ່ຜົນສຳເລັດ / Factors of success

  • ການກະຕຸ້ນໃຫ້ໄວໜຸ່ມມີຄວາມຄວາມຕັ້ງໃຈ ແລະ ຄວາມເອົາໃຈໃສ່ຕໍ່ກັບກິດຈະກໍາ;
  • ການຝຶກອົບຮົມທີ່ໃກ້ຊິດຈາກຄູຝຶກທີ່ມີປະສົບການກ່ຽວກັບການເຮັດວຽກກັບໄວໜຸ່ມ ແລະ ຊຸມຊົນ ຄື່: STELLA ແລະ LIFE;
  • ນຳໃຊ້ເຄື່ອງມື ແລະ ວິທີການທີ່ນິມນວນເຊັ່ນ: ເກັບຂໍ້ມູນຜ່ານການແຕ້ມແຜ່ນວາດສາຍນໍ້າ, ນໍາສະເໜີຂໍ້ມູນກົດໝາຍຜ່ານ ເກມ, ວິດີໂອ ແລະ ບົດບາດສົມມຸດ;
  • ມີຄູ່ຮ່ວມງານພາກລັດທີ່ດີໃນການອໍານວຍຄວາມສະດວກ ແລະ ປະສານງານກັບອໍານາດການປົກຄອງທ້ອງຖິ່ນ;
  • ການນໍາໃຊ້ພາສາຊົນເຜົ່າໂດຍໄວໜຸ່ມທີ່ເປັນຄົນຊົນເຜົ່າຈາກບ້ານເອງເຮັດໃຫ້ປະຊາຊົນສາມາດເຂົ້າໃຈໄດ້ດີຂຶ້ນ ແລະ ມີຄວາມຕື່ນຕົວໃນການຮ່ວມກິດຈະກໍາ;
  • ຄວາມຕັ້ງໃຈຂອງໄວໜຸ່ມ ແລະ ການເອົາໃຈໃສ່ໃນການທີ່ຈະດໍາເນີນກິດຈະກໍາດ້ວຍເປົ້າໝາຍເພື່ອຊຸມຊົນຂອງຕົນເອງຢ່າງແທ້ຈິງ.

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ເນື່ອງຈາກໄວໜຸ່ມເປັນນັກສຶກສາ ສະນັ້ນຈຶ່ງຕ້ອງໄດ້ຍາດແຍ່ງເວລາຂອງນັກສຶກສາມາເຮັດກິດຈະກໍານີ້ ເພື່ອບໍ່ໃຫ້ ຫຼື ໃຫ້ມີຜົນກະທົບກັບການຮຽນຂອງເຂົາເຈົ້າໜ້ອຍທີ່ສຸດ;
  • ເນື່ອງຈາກໄວໜຸ່ມເປັນໄວທີ່ໃຫ້ຄວາມສົນໃຈຫຼາກຫຼາຍກິດຈະກໍາ ແລະ ບາງຄົນຢາກເຮັດຫຼາຍຢ່າງຫຼາຍກິດຈະກໍາພ້ອມກັນ ສະນັ້ນຈຶ່ງເຮັດໃຫ້ບໍ່ມີເວລາເຕັມທີ່ໃນການເຂົ້າຮ່ວມໂຄງການ;
  • ໄວໜຸ່ມທີ່ເປັນຄູ່ຮ່ວມງານຂັ້ນບ້ານບາງຄົນຕ້ອງໄດ້ປ່ຽນຄົນຢ່າງກະທັນຫັນ ອັນເນື່ອງມາຈາກເຫດຜົນຄວາມຈໍາເປັນຂອງຜູ້ກ່ຽວ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ການນໍາໃຊ້ພາສາຊົນເຜົ່າໃນເວລາລົງຈັດຕັ້ງປະຕິບັດກິດຈະກໍາຢູ່ຂັ້ນບ້ານເຮັດໃຫ້ປະຊາຊົນມີຄວາມສົນໃຈ ແລະ ເຂົ້າໃຈໄດ້ດີ;
  • ການປະສານງານກັບອໍານາດການປົກຄອງທ້ອງຖິ່ນເຮັດໃຫ້ການດໍາເນີນກິດຈະກໍາຢູ່ຂັ້ນບ້ານໄປໄດ້ດີ;
  • ການເກັບຂໍ້ມູນໂດຍການນໍາໃຊ້ການແຕ້ມແຜນວາດສາຍນໍ້າ ແລະ ການນໍາສະເໜີກົດໝາຍໂດຍຜ່ານ ກິດຈະກໍາ, ເກມ, ວິດີໂອ ແລະ ບົດບາດສົມມຸດ ເປັນວິທີການທີ່ໄດ້ຮັບຄວາມຮ່ວມມືຈາກປະຊາຊົນຫຼາຍທີ່ສຸດ;
  • ການສ້າງໃຫ້ໄວໜຸ່ມເປັນຜູ້ຮັບຜິດຊອບກິດຈະກໍາຂອງພວກເຂົາເອງເປັນການກະຕຸ້ນໃຫ້ໄວໜຸ່ມມີຄວາມຮັບຜິດຊອບ ແລະ ໃຫ້ຄວາມສໍາຄັນຕໍ່ກັບກິດຈະກໍາຫຼາຍຂຶ້ນ.
  • ສໍາລັບຜູ້ທີ່ສົນໃຈກ່ຽວກັບກິດຈະກໍາ ແລະ ຮຽນຮູ້ກ່ຽວກັບວິທີການຕ່າງໆຂອງໂຄງການນີ້ ແມ່ນສາມາດຕິດຕາມກິດຈະກໍານີ້ໄດ້ທາງ ເວັບໄຊ້ທີ່: www.laolandinfo.org, ເຟສບຸກ Land Information Working Group ແລະ ສາມາດເບິ່ງວິດີໂອກິດຈະກໍາທີ່ຜ່ານມາໄດ້ທີ່: https://youtu.be/UCTmHxT1AxA

...
...
...
...