ສ້າງຄວາມເຂັ້ມແຂງໃຫ້ແກ່ອາສາສະໝັກກົດໝາຍປະຈໍາບ້ານ 15 ບ້ານເປົ້າໝາຍໃນເມືອງໄຊທານີ ນະຄອນຫຼວງວຽງຈັນ

ID:

13

Author:

ADWLE

Organization:
ADWLE
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ມີຫຼາກຫຼາຍສະພາບການທີ່ໄດ້ເກີດຂຶ້ນໃນເຂດເປົ້າໝາຍ ດັ່ງນັ້ນ ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍຈຶ່ງໄດ້ເລັ່ງໃສ່ສ້າງຄວາມເຂັ້ມແຂງໃຫ້ກັບອາສາສະໝັກກົດໝາຍປະຈໍາບ້ານ 30 ຄົນ ຈາກ 15 ບ້ານເປົ້າໝາຍໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອໃຫ້ເຂົາເຈົ້າໄດ້ໃຫ້ຄໍາປຶກສາຜູ້ຖືກໃຊ້ຄວາມຮຸນແຮງ, ແນະນໍາ, ຊ່ວຍເຫຼືອ, ສຶກສາອົບຮົມ ແລະ ເຜີຍແຜ່ກົດໝາຍໃຫ້ກັບປະຊາຊົນຢູ່ໃນແຕ່ລະບ້ານທີ່ເປັນບ້ານເປົ້າໝາຍ, ນອກຈາກນີ້ ອາສາສະໝັກກົດໝາຍປະຈໍາບ້ານຕ້ອງໄດ້ລົງເກັບກໍາຂໍ້ມູນຮ່ວມຜູ້ທີ່ຖືກໃຊ້ຄວາມຮຸນແຮງກັບທີມງານນັກກົດໝາຍທີ່ປະຈໍາຫ້ອງຄະນະຊ່ວຍເຫຼືອລ້າດ້ານກົດໝາຍບ້ານໜອງສອງຫ້ອງ, ຮຽນຮູ້ຂັ້ນຕອນ ແລະ ວິທີການຊ່ວຍເຫຼືອຜູ້ຖືກເຄາະຮ້າຍລວມທັງການໃຫ້ຄໍາປຶກສາເບື້ອງຕົ້ນແກ່ປະຊາຊົນທີ່ມາຂໍຄວາມຊ່ວຍເຫຼືອ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  •     ຝຶກອົບຮົມເລື່ອງກົດໝາຍທີ່ກ່ຽວພັນກັບແມ່ຍິງ, ກົດໝາຍອາຍາ, ກົດໝາຍແພ່ງ, ກົດໝາຍຄອບຄົວໃຫ້ອາສາສະໝັກກົດໝາຍປະຈໍາບ້ານ;
  •     ຕິດຕາມ ແລະ ປະເມີນຜົນໃນເວລາທີ່ພວກເຂົາລົງເຜີຍແຜ່ໃຫ້ແກ່ປະຊາຊົນ;
  •     ຝຶກວິທີການເອົາຂໍ້ມູນ ແລະ ນໍາພາໃນການລົງເກັບກໍາຂໍ້ມູນຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ;
  •     ຝຶກທັກສະການແກ້ໄຂຂໍ້ຂັດແຍ່ງໃຫ້ແກ່ອາສາສະໝັກກົດໝາຍປະຈໍາບ້ານ
  •     ນໍາພາທັດສະນະສຶກສາເພື່ອແລກປ່ຽນບົດຮຽນໃນການໃຫ້ການຊ່ວຍເຫຼືອ

3. ຜົນສຳເລັດຂອງໂຄງການ / Results of the project

  • ອາສາສະໝັກກົດໝາຍປະຈໍາບ້ານໄດ້ຮູ້ຮັກຂະບວນການໃນການໃຫ້ການຊ່ວຍເຫຼືອແກ່ຜູ້ຖືກຮ້າຍ
  • ມີຄວາມຮູ້ໃນເລື່ອງກົດໝາຍ ເພາະວ່າອາສາສະໝັກກົດໝາຍປະຈໍາບ້ານບາງຄົນແມ່ນບໍ່ໄດ້ຈົບການສຶກສາດ້ານກົດໝາຍໂດຍກົງພຽງແຕ່ຮັບຮູ້ພໍເຂົ້າໃຈ ສະນັ້ນຈຶ່ງຈໍາເປັນຕ້ອງໄດ້ມີການຮຽນຮູ້ໃໝ່ສໍາລັບພວກເຂົາ
  • ອາສາສະໝັກມີພື້ນຖານທີ່ສາມາດເອົາຂໍ້ມູນຈາກຜູ້ຖືກເຄາະຮ້າຍ ໂດຍທີ່ບໍ່ແມ່ນວິທີການຖາມຕອບຕາມຄໍາຖາມ

4. ປັດໄຈສູ່ຜົນສຳເລັດ / Factors of success

  • ເອົາຜູ້ຖືກເຄາະຮ້າຍເປັນແກນຫຼັກໃນການສ້າງອາສາສະໝັກກົດໝາຍປະຈໍາບ້ານຂຶ້ນມາ ເພື່ອຈະສາມາດນໍາພາໄປສູ່ຂັ້ນຕອນແກ້ໄຂບັນຫາທີ່ເກີດຂຶ້ນ
  • ອີງຕາມການສ້າງຕັ້ງຫ້ອງຄະນະຊ່ວຍເຫຼືອລ້າດ້ານກົດໝາຍແກ່ແມ່ຍິງຜູ້ດ້ອຍໂອກາດ ເພື່ອໃຫ້ອາສາສະມັກກົດໝາຍປະຈໍາບ້ານເປັນຕົວແທນໃຫ້ແກ່ພະນັກງານໃນການ ເກັບສັງເກດເຫດການ ແລະ ການເຂົ້າເຖິງກຸ່ມເປົ້າໝາຍໄດ້ງ່າຍໄວທີ່ສຸດ, ເພື່ອຄວາມສະດວກສະບາຍຂອງກຸ່ມເປົ້າໝາຍໃນການເຂົ້າເຖິງຄວາມຍຸຕິທໍາ ແລະ ການຊ່ວຍເຫຼືອ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  •     ໃນອາສາສະໝັກ ທັງ 30 ຄົນ ສ່ວນຫຼາຍແລ້ວເປັນກຸ່ມຄົນທີ່ບໍ່ມີຄວາມຮູ້ທາງດ້ານນີ້ສະເພາະມາກ່ອນ, ຈະມີກຸ່ມຊົນເຜົ່າ,​ກຸ່ມທີ່ບໍ່ໄດ້ຮັບການສຶກສາແຕ່ຍັງນ້ອຍທີ່ນອນຢູ່ໃນວຽກງານນີ້ ສະນັ້ນຈຶ່ງມີບາງຢ່າງເປັນສິ່ງທ້າທາຍໃນການປະສານງານ, ການຮຽນຮູ້ ແລະ ການສື່ສານໃຫ້ເຂົ້າໃນບັນຫາຕ່າງໆ
  •     ອາສາສະໝັກກົດໝາຍປະຈໍາບ້ານ ທັງ 30 ຄົນ ຫຼັງຈາກທີ່ໄດ້ຮຽນຮູ້ໄປແລ້ວບໍ່ມີຄວາມກະຕືລືລົ້ນໃນການປະຕິບັດວຽກງານ, ຍັງບໍ່ສາມາດໃຫ້ການຊ່ວຍເຫຼືອໄດ້ພໍສົມຄວນ ເຊິ່ງຕ້ອງໄດ້ຕິດຕາມ ແລະ ໃຫ້ຄໍາແນະນໍາຢູ່ຕະຫຼອດ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ສຶກສາຂໍ້ມູນເບື້ອງຕົ້ນ ແລະ ເອກະລັກສະເພາະຕົວຂອງພວກເຂົາວ່າເປັນຄົນຊົນເຜົ່າ, ການສຶກສາລະດັບໃດ, ມີຄວາມຮູ້ດ້ານໃດແດ່ ເພື່ອຈະຕອບສະໜອງໃນຄວາມຊໍານານໄດ້ຖືກຕ້ອງ
  • ສ້າງແຮງບັນດານໃຈໃຫ້ເຂົາໄດ້ສະແດງອອກ ແລະ ຫ້າວຫັນສາມາດນໍາເອົາບົດຮຽນທີ່ໄດ້ຮຽນມາໄປນໍາໃຊ້ໃຫ້ເກີດຜົນ

...
...
...
...