ໂຄງການປ້ອງກັນ HIV/Aids ໃນກຸ່ມຊາຍທີ່ມີເພດສຳພັນກັບຊາຍ

ID:

14

Author:

PHA

Organization:
PHA
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ກຸ່ມຊາຍທີ່ມີເພດສຳພັນກັບຊາຍ ເປັນກຸ່ມໜື່ງໃນປະຊາກອນທີ່ມີຄວາມສ່ຽງສູງໃນການຕິດເຊື້່ອ ເຮດໄອວີ ແລະ ພຕພ ຍ້ອນວ່າກຸ່ມດັ່ງກ່າວມີຄວາມຕ້ອງການທາງເພດທີ່ຫລາກຫລາຍ, ມີເພດສຳພັນໄດ້ຫຼາຍວິທີ ມີຄູ່ຮ່ວມນອນຫລາຍຄົນ, ບໍ່ເລືອກສະຖານທີ່, ຂາດທັກສະໃນການຕໍ່ລອງ ແລະ ຂາດຄວາມຮູ້ທາງດ້ານການປ້ອງກັນ ຈື່ງເຮັດໃຫ້ອັດຕາການຕິດເຊື້ອໃນກຸ່ມດັ່ງກ່າວເພີ້ມຂື້ນ

Indicator LAO-H-GFMOH
  2015 2016 2017 2018 Total 2015-2018
Targets Result % Targets Result % Targets Result Targets Result Targets Result
Reached 770 388 50 770 837 109 770 1042 135 902 1156 128 2442 3035 124
HIV-Testing 501   0 501 549 110 524 796 152 812 985 121 1837 2330 127
HIV+ 15   0 15 16 107 16 28 175 41 13 32 72 57 79
HIV+ 14   0 14 13 93 14 22 157 37 12 32 65 47 72

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  1. ໃຫ້ສຸຂະສຶກສາ ແບບໂຕຕໍ່ໂຕແກ່ກຸ່ມເປົ້າໝາຍ.
  2. ໃຫ້ສົ່ງເຂົ້າກວດເລືອດ.
  3. ສົ່ງຕໍ່ເຂົ້າປິ່ນປົວ
  4. ຈັດງານພົບປະເພື່ອໃຫ້ຄວາມຮູ້ ແລະ ກວດເລືອດກັບທີ່

3. ຜົນສຳເລັດຂອງໂຄງການ / Results of the project

  • ຕົວເລກການເຂົ້າເຖິງ ການກວດເລືອດແມ່ນເພີ້ມຂື້ນ.
  • ກຸ່ມເປົ້າໝາຍໄດ້ຄວາມຮູ້ໃນການປ້ອງກັນ 4 ຫົວຂໍ້ HIV, STIs, Condom use, ART service
  • ກຸ່ມເປົ້າໝາຍສາມາດ ເຂົ້າເຖິງການປິ່ນປົວ.

 

4. ປັດໄຈສູ່ຜົນສຳເລັດ / Factors of success

ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກ ກອງທຶນໂລກ ແລະ ການສະໜັບສະໜູນທາງດ້ານວິຊາການຈາກສູນຕ້ານເອດ, ສາທາແຂວງ ສູນART,  ສູນVCT ລວມເຖິງ ອາສາສະໜັກ ແລະ ເຄືອຄ່າຍຂອງກຸ່ມເປົ້າໝາຍໃນແຕ່ລະເມືອງ ແລະ ບັນດາແຂວງເປົ້າເປົ້າໝາຍ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ອາສາສະໝັກແມ່ນບໍ່ໄດ້ຮັບການຝຶກອົບຮົມຄວາມຮູ້ ແລະ ທັກສະຕ່າງໆເຕັມຮູບແບບຕາມຫຼັກສູດຂອງປື້ມຄູ່ມືຈາກຊ່ຽວຊານເຮັດໃຫ້ຄວາມຮູ້ບໍ່ແໜ້ນເທົ່າທີ່ຄວນ
  • ກຸ່ມເປົ້າໝາຍບໍ່ຢາກເຂົ້າກວດເລືອດໃນໂຮງໝໍ ໂດຍສະເພາະຜູ້ທີ່ຕິດເຊື້ອເຮັສໄອວີຍັງບໍ່ເຂົ້າຮັບການປິ່ນປົວ ແລະ ບໍ່ຢາກແນະນໍາຄູ່ນອນຕົນເອງເຂົ້າກວດເລືອດ
  • ງົບປະມານກິດຈະກຳມາຊ້າເຮັດໃຫ້ກິດຈະກຳໄດ້ເລີ່ມຕົ້ນຊ້າ ແລະ ເຂົ້າເຖິງຕົວຊີ້ວັດໄດ້ໜ້ອຍ
  • ນໍ້າຢາການກວດເລືອດແມ່ນຂາດໃນສູນ VCT ຢູ່ແຂວງ, ເມືອງ ເຮັດໃຫ້ບາງເດືອນແມ່ນບໍ່ມີຈໍານວນກວດເລືອດໃນບາງເດືອນ
  •  ລະບົບການບໍລິການລະຫວ່າງກອງທືນໂລກໄຫ້ການສະຫນັບສະຫນູນແມ່ນມີຄວາມແຕ່ຕ່າງກັນກັບຂອງ USAID/Linkages 

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ເພີ່ມຂະຫຍາຍຕາໜ່າງຂອງຈຸດຈ່າຍຢາລົງໄປຮອດຂັ້ນເມືອງ ແລະ ໃຫ້ຂໍສະເຫນີໃຫ້ ອາສາສະຫນັກສາມາດເປັນຜູ້ຈ່າຍຢາໄດ້ ເພື່ອຊ່ວຍແກ້ໄຂບັນຫາກຸ່ມເປົ້າໝາຍທີ່ເດີນທາງໄກ ແລະ ກຸ່ມຜູ້ທີ່ບໍ່ມີເວລາຫວ່າງໃນມື້ລັດຖະການນັ້ນ
  • ຄູ່ມືກ່ຽວກັບການບໍລີການຂອງຊຸມຊົນໃຫ້ເປັນມາດຖານ ແລະ ອົບຮົມໄຫ້ອາສາສະຫນັກເປັນຜູ້ໄຫ້ບໍລີການແບບຄົບຊຸດເພື່ອໄຫ້ບໍລີການHIV ຢ່າມີມາດຖານ ແລະ ສາມາດປະເມີນໄດ້

...
...
...
...