“ການຊ່ວຍໄວໜຸ່ມສ້າງທຸລະກິດເພື່ອສັງຄົມ” Social Business Incubation for Youth Program

ID:

15

Author:

STELLA

Organization:
STELLA
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ສະເຕ່ວລ້າ (STELLA) ແມ່ນອົງການພັດທະນາທັກສະຊີວິດ (soft skills) ຂອງໄວໜຸ່ມຜ່ານ 3 ເປົ້າໝາຍຫຼັກ: ການສ້າງໂອກາດຮຽນຮູ້ຜ່ານຂະບວນການເຝິກອົບຮົມ, ອຳນວຍສະຖານທີ່ໃຫ້ໄວໜຸ່ມໄດ້ຊົມໃຊ້ເພື່ອພັດທະນາຕົນເອງ, ການແນະນຳ ແລະ ໃຫ້ທຶນຂະໜາດນ້ອຍໃຫ້ໄວໜຸ່ມ ເພື່ອຊ່ວຍປະກອບສ່ວນໃນການພັດທະນາຊຸມຊົມຂອງເຂົາເຈົ້າ.

ເນື່ອງວ່າ ສະເຕ່ວລ້າ ແມ່ນສູນຮຽນຮູ້, ເຮົາຈຶ່ງບໍ່ຈຳກັດຂອບເຂດການຮຽນຮູ້ຂອງໄວໜຸ່ມ. ຜ່ານການສຳຫຼວດຄວາມຕ້ອງການການພັດທະນາຂອງໄວໜຸ່ມຈຳນວນ 800 ຄົນໃນ 11 ຄະນະຂອງມະຫາວິທະຍາໄລແຫ່ງຊາດ ແລະ 7 ໂຮງຮຽນມັດທະຍົມສຶກສາໃນນະຄອນຫຼວງ, ໜຶ່ງໃນຄວາມສົນໃຈຂອງໄວໜຸ່ມ ແມ່ນການຢາກມີທຸລະກິດນ້ອຍໆເປັນຂອງຕົນເອງ ເພື່ອຊ່ວຍໃນການດຳລົງຊີວິດ ແລະ ສ້າງເປັນອາຊີບ. ດັ່ງນັ້ນ, ສະເຕ່ວລ້າ ຈຶ່ງຄິດຄົ້ນວິທີທີ່ຈະທົດລອງແນວຄວາມຄິດໂຄງການ “ການຊ່ວຍໄວໜຸ່ມສ້າງທຸລະກິດເພື່ອສັງຄົມ”.

ໃນໂຄງການນີ້, ໄວໜຸ່ມ 15 ຄົນ (7 ຄົນໃນນັ້ນແມ່ນໄວໜຸ່ມຊົນເຜົ່າ) ໄດ້ເຂົ້າເຝິກອົບຮົມເປັນເວລາ 3 ວັນ ເພື່ອຄັດເກົາແນວຄວາມຄິດທຸລະກິດຂອງເຂົາເຈົ້າໃຫ້ອອກມາເປັນແບບແຜນໂດຍການນຳໃຊ້ເຄື່ອງມື Business Model Canvas. ຫຼັງຈາກນັ້ນ, ທີມງານເຮົາກໍໄດ້ມີການຕິດຕາມຜູ້ເຂົ້າຮ່ວມທຸກຄົນໃນແຕ່ລະເດືອນເປັນເວລາ 1 ປີ ເພື່ອຊ່ວຍແນະນຳແບບໃກ້ຊິດ ແລະ ຊ່ວຍຊອກຫາທາງອອກທີ່ພວກເຂົາອາດຈະພົບພໍ້ໃນລະຫວ່າງກາງການພັດທະນາແຜນທຸລະກິດໃຫ້ກາຍເປັນທຸລະກິດແທ້.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ທີມງານຈະມີເອກກະສານໃນການຕິດຕາມຜູ້ເຂົ້າຮ່ວມທຸກຄົນແບບລະອຽດ (ຄ້າຍກັບການທີ່ໝໍຕິດຕາມຄົນໄຂ້). ສິ່ງນີ້ຈະຊ່ວຍໃຫ້ທີມງານເຂົ້າໃຈອຸປະສັກທີ່ເປັນເອກກະລັກຂອງແຕ່ລະຄົນ. ທີມງານຈຶ່ງຈະສາມາດຊ່ວຍແນະນຳຜູ້ເຂົ້າຮ່ວມໄດ້ຖືກວິທີ.
  • ຜູ້ເຂົ້າຮ່ວມ ແລະ ທີມງານຈະມີປະຊຸມແລກປ່ຽນກັນ 2 ຄັ້ງ: 1 ຄັ້ງໃນຕອນກາງຂອງໂຄງການເພື່ອຮັບຟັງວ່າຜູ້ເຂົ້າຮ່ວມຢາກນຳສະເໜີຫຍັງ ຫຼື ບໍ່ ແລະ ອີກຄັ້ງແມ່ນທ້າຍໂຄງການເພື່ອມາຖອດຖອນບົດຮຽນກ່ຽວກັບຜົນໄດ້ຮັບຂອງໂຄງການນຳກັນ (ສຳລັບຄົນທີ່ມາບໍ່ໄດ້, ເຮົາໃຫ້ປະເມີນແບບອອນລາຍເອົາ).
  • ໃນລະຫວ່າງກາງຈົນຮອດທ້າຍຂອງໂຄງການ, ທີມງານ ສະເຕ່ວລ້າ ໄດ້ນຳໃຊ້ເຄື່ອງມືຕິດຕາມການປ່ຽນແປງທີ່ພົ້ນເດັ່ນ (Most Significant Change) ເຂົ້າໃນການສຳພາດ ແລະ ຕັດຕໍ່ບົດສຳພາດໃຫ້ກາຍເປັນວິດີໂອຮຽນຮູ້.

3. ຜົນສຳເລັດຂອງໂຄງການ / Results of the project

  • ຜູ້ເຂົ້າຮ່ວມສ່ວນໃຫຍ່ເຫັນວ່າຂະບວນການຮຽນຮູ້ໃນຮູບແບບນີ້ແມ່ນເໝາະສົມຕໍ່ການຮຽນຮູ້ຂອງໄວໜຸ່ມ ເພາະວ່າໄວໜຸ່ມນັ້ນເວລາໜ້ອຍຍ້ອນຕ້ອງໄດ້ຮຽນໜັກ ຫຼື ເຮັດວຽກເສີມເພື່ອສົ່ງຕົວເອງຮຽນ (ໂດຍສະເພາະແມ່ນໄວໜຸ່ມຊົນເຜົ່າ). ການຕິດຕາມແບບທຸກເດືອນເປັນໄລຍະເວລາໜຶ່ງປີເຮັດໃຫ້ເຂົາເຈົ້າໄດ້ມີເວລາຄິດ, ທົດລອງ ແລະ ປັບປ່ຽນໄດ້ຫຼາຍຄັ້ງຕາມທີ່ເຂົາຕ້ອງການ.
  • 5 ໃນ 15 ຄົນແມ່ນໄດ້ທົດລອງແຜນທຸລະກິດຂອງເຂົາເຈົ້າໃນສະພາບເສດຖະກິດຕົວຈິງ ຫຼື ມີການຂະຫຍາຍຕົວຂອງທຸລະກິດທີ່ມີຢູ່ແລ້ວ (ສະເລ່ຍແລ້ວ, ຄວາມສຳເລັດຂອງໂຄງການແນວນີ້ຢູ່ຕ່າງປະເທດມີແຕ່ປະມານ 10 ສ່ວນຮ້ອຍ).

4. ປັດໄຈສູ່ຜົນສຳເລັດ / Factors of success

  • ການເອົາໄວໜຸ່ມເປັນຕົວຕັ້ງໃນການຮຽນຮູ້ຂອງເຂົາເອງໂດຍການເຂົ້າໃຈຄວາມຕ້ອງການ (ຈາກການສຳຫຼວດ) ແລະ ສິ່ງທ້າທາຍທີ່ເຂົາມີໃນຊີວິດປະຈຳວັນ (ປະສົບການທີ່ເຮັດວຽກກັບໄວໜຸ່ມມາ 5 ປີ).
  • ການອອກແບບແຜນໂຄງການທີ່ໝູນໃຊ້ຂໍ້ມູນດ້ານເທິງເຂົ້າໃນການອອກແບບໂຄງການ ແລະ ການເລືອກຜູ້ໃຫ້ທຶນທີ່ເໝາະສົມກັບຄຸນລະສະນະຂອງໂຄງການທົດລອງນີ້.
  • ການປັບປ່ຽນເຄື່ອງມື Business Model Canvas ໃຫ້ເໝາະສົມຕໍ່ການຮຽນຮູ້, ການຕິດຕາມແບບໃກ້ຊິດ ແລະ ການຜັກດັນໃຫ້ໄວໜຸ່ມໄດ້ລອງເຮັດຕົວຈິງແມ່ນອົງປະກອບຫຼັກໃນການສົ່ງເສີມໄວໜຸ່ມໃຫ້ໄດ້ເຫັນ ແລະ ເຊື່ອໝັ້ນໃນຕົວເອງ ແລະ ແຜນທຸລະກິດຂອງເຂົາເຈົ້າ.

 

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ໄວໜຸ່ມສ່ວນໃຫຍ່ແມ່ນບໍ່ສາມາດເຮັດຫຍັງໃຫ້ໄປຕາມແຜນໃນໄລຍະຍາວໄດ້ ຈຶ່ງເຮັດໃຫ້ເຂົາເຈົ້າບໍ່ເຮັດໄປຕາມແຜນທີ່ເຂົາເຈົ້າໄດ້ວາງອອກ. ການປ່ຽນແປງຄວາມສົນໃຈກໍ່ມີຫຼາຍຈຶ່ງເຮັດໃຫ້ການທີ່ຈະຫາເວລາມາພັດທະນາແຜນທຸລະກິດຂອງຕົນໜ້ອຍລົງ ຫຼື ຍົກເລີກແຜນໄປເລີຍ.
  • ໄວໜຸ່ມ 10 ຄົນ (ໂດຍສະເພາະແມ່ນໄວໜຸ່ມຊົນເຜົ່າ) ແມ່ນບໍ່ສາມາດສານຕໍ່ໂຄງການໃຫ້ສຸດກົກສຸດປາຍໄດ້ຍ້ອນວ່າຄົນເລົ່ານີ້ຕ້ອງໄດ້ເຮັດວຽກເສີມເພື່ອສົ່ງຕົວເອງຮຽນ ແລະ ລ້ຽງຊີບ. ນີ້ຈຶ່ງເຮັດໃຫ້ຜູ້ເຂົ້າຮ່ວມກຸ່ມນີ້ຕ້ອງໄດ້ຊັ່ງຊາລະຫວ່າງຄວາມຢູ່ລອດໃນປະຈຸບັນ ແລະ ການສ້າງທຸລະກິດໃນອະນາຄົດຂອງເຂົາເຈົ້າ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ເຮົາຕ້ອງໄດ້ເຂົ້າໃຈເອກກະລັກ ແລະ ຄວາມສົນໃຈຂອງກຸ່ມເປົ້າໝາຍເສຍກ່ອນ. ແລ້ວເຮົາກໍ່ຕ້ອງໄດ້ປັບຄວາມເຂົ້າໃຈຂອງຜູ້ໃຫ້ທຶນໃຫ້ເຫັນເຖິງຄວາມທ້າທາຍ ແລະ ຄວາມສ່ຽງໃນການເຮັດໂຄງການໃນຮູບແບບນີ້.

ຂໍ້ມູນເພີ່ມເຕີມກ່ຽວກັບວິດີໂອສຶກສາ: https://youtu.be/VlNUiCwnk5c

ຂໍ້ມູນທົ່ວໄປ: ສະເຕ່ວລ້າ, ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງ. +305747959. www.thestella.org

...
...
...
...