ໂດຍອີງໃສ່ຜົນສຳຫຼວດພົນລະເມືອງໃນປີ 2015 ເຫັນວ່າພົນລະເມືອງທີ່ເປັນຄົນພິການໃນປະເທດລາວມີຈຳນວນ 2,8% ຂອງປະຊາກອນ ຫຼືເທົ່າກັບ 160,881 ຄົນ ໃນຈຳນວນດັ່ງກ່າວແມ່ນກວມເອົາທຸກປະເພດພິການ ແລະ ຈຳນວນຄົນພິການທາງດ້ານການເບິ່ງເຫັນເປັນຈຳນວນຫຼາຍ ເຂົາເຈົ້າບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ ໂດຍສະເພາະການເຂົ້າເຖິງຂໍ້ມູນຂ່າວສານດ້ານ ກົດໝາຍຂອງຄົນພິການ ເຊິ່ງເຮັດໃຫ້ເຂົາເຈົ້າບໍ່ໄດ້ຮັບຮູ້ເຖິງສິດ ແລະ ພັນທະຕໍ່ໜ້າກົດໝາຍຂອງເຂົາໃນການມີສ່ວນຮ່ວມໃນການພັດທະນາ ດັ່ງນັ້ນ ສພຊລ ໄດ້ເຫັນຄວາມສຳຄັນ ແລະ ຢາກຊ່ວຍເຫຼືອກຸ່ມຄົນດັ່ງກ່າວ ໂດຍການສ້າງເຄື່ອງມືການເຜີຍແຜ່ສຳລັບຄົນພິການທາງດ້ານການເບິ່ງເຫັນເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈເຖິງເນື້ອໃນກົດໝາຍຢ່າງເລິກເຊິ່ງ ເພື່ອໃຫ້ເຂົາເຈົ້າສາມາດປົກປ້ອງສິດຜົນປະໂຫຍດຂອງເຂົາເຈົ້າໄດ້ຢ່າງເຕັມສ່ວນຕໍ່ໜ້າກົດໝາຍຢ່າງເທົ່າທຽມກັນ.
ພາຍຫຼັງໄດ້ຜະລິດປື້ມກົດໝາຍຂອງຄົນພິການດ້ວຍລະບົບສຽງ (DAISY) ແລະ ແຈກຍາຍໃຫ້ກັບບັນສະມາຊິກຄົນພິການທາງດ້ານການເບິ່ງເຫັນ ເຫັນວ່າເຂົາເຈົ້າມີຄວາມດີໃຈ ແລະ ສາມາດເຂົ້າເຖິງກົດໝາຍໄດ້ຢ່າງສະດວກສະບາຍ ແລະ ເຂົ້າໃຈງ່າຍ ພຽງແຕ່ໃຊ້ໂທລະສັບ ຫຼື ເຄື່ອງອ່ານລະບົບສຽງ (DAISY) ພ້ອມດຽວກັນນັ້ນພວກເຮົາຍັງໄດ້ຜະລິດປື້ມກົດໝາຍອັກສອນນູນ ເພື່ອໃຫ້ຄົນພິການທາງດ້ານການເບິ່ງເຫັນ ຜູ້ທີ່ສົນໃຈອ່ານ ເຮັດເຂົາເຈົ້າຮັບຮູ້ເຖິງກົດໝາຍໄດ້ ແລະ ເຂົາເຈົ້າຍັງໄດ້ຮັບຮູ້ສິດ ແລະ ພັນທະຂອງຕົນຕໍ່ກັບກົດໝາຍດັ່ງກ່າວຢ່າງເຕັມສ່ວນ. ນອກນັ້ນ, ຍັງມີຄົນພິການທາງດ້ານປະເພດອື່ນຜູ້ທີ່ບໍ່ສາມາອ່ານໜັງສືໄດ້ ຫຼື ຄົນທີ່ບໍ່ເປັນພິການກໍ່ສາມາດຟັງກົດໝາຍວ່າດ້ວຍຄົນພິການໄດ້ເຊັ່ນດຽວກັນ.
ມີການຮ່ວມມືກັບອົງການຈັດຕັ້ງທີ່ມີປະສົບການໃນການພັດທະນາຄົນພິການທາງດ້ານການເບິ່ງເຫັນ ໄດ້ໃຫ້ການແນະນຳ, ພ້ອມດຽວກັນນັ້ນກໍ່ຍ້ອນການເອົາໃຈໃສ່ຂອງ ສພຊລ ໃນການໃຫ້ຄວາມສຳຄັນສຳລັບການສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານຂອງຄົນພິການ ແລະ ໄດ້ຮັບການສະໜັບສະໜູນຂອງໂຄງການວ່ອຍໂດຍຜ່ານອົງການ ອອກຟາມ ປະຈຳລາວ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງໃກ້ຊິດຈຶ່ງເຮັດໃຫ້ປະສົບຜົນສຳເລັດ.
ຢາກໃຫ້ບັນດາອົງການຈັດຕັ້ງອື່ນໆ ທີ່ມີກົດໝາຍ, ນິຕິກໍາ, ນະໂຍບາຍອື່ນໆ ທີ່ຈະເຜີຍແຜ່ ໃຫ້ຄຳນຶງເຖິງວ່າບັນດາຂໍ້ມູນດັ່ງກ່າວນັ້ນແມ່ນຮັບປະກັນວ່າທຸກຄົນສາມາດເຂົ້າເຖິງໄດ້ບໍ່ ໂດຍສະເພາະກຸ່ມຄົນພິການທາງດ້ານການເບິ່ງເຫັນ. ດັ່ງນັ້ນ,ຢາກໃຫ້ທ່ານຄວນພິຈາລະນາເອົາກິດຈະກຳນີ້ເປັນບ່ອນຮຽນຮູ້ ເພື່ອຮັບປະກັນວ່າຂໍ້ມູນດັ່ງກ່າວແມ່ນເຂົ້າເຖິງທຸກຄົນ.