ສ້າງໄວໜຸ່ມໃຫ້ເປັນຜູ້ອຳນວຍຄວາມສະດວກໃນຊຸມຊົນ

ID:

17

Author:

RDA

Organization:
RDA
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ມີໄວໜຸ່ມຈຳນວນຫຼວງຫຼາຍອອກມາສຶກສາທີ່ຕົວເມືອງໃຫ່ຍ ພາຍຫຼັງຈົບການສຶກສາແລ້ວພວກເຂົາເຫຼົ່ານັ້ນບໍ່ກັບເມືອພັດທະນາບ້ານເກີດຂອງຕົນ  ແລະ ປະລະພໍ່ແມ່ທີ່ນັບມື້ເລື່ມເຖົ້າແກ່ຊະລາລົງໃຫ້ຢູ່ໂດດດ່ຽວ ດຽວດາຍ ດ້ວຍເຫດຜົນທີ່ວ່າ ສາຂາທີ່ຮຽນບໍ່ສາມາດຊອກວຽກເຮັດໄດ້ໃນຊຸມຊົນຂອງພວກເຂົາ. ດັ່ງນັ້ນ, ພວກເຮົາຈື່ງໄດ້ອອກແບບຫຼັກສູດ ສ້າງໄວໜຸ່ມໃຫ້ເປັນຜູ້ອຳນວຍຄວາມສະດວກໃນຊຸມຊົນ ເພື່ອປູກຈິດສຳນຶກໃຫ້ໄວໜຸ່ມທີ່ຈົບໄປຮູ້ສຶກຮັກ, ຫວງແຫນ ແລະ ຢາກກັບໄປພັດທະນາບ້ານເກີດຂອງຕົນ. ເຊິ່ງກຸ່ມເປົ້າໝາຍແມ່ນ ໄວໜຸ່ມຈຳນວນ 20 ຄົນ ທີ່ດ້ອຍໂອກາດ ແລະ ມີຄວາມສົນໃຈໃນວຽກງານພັດທະນາຈາກທົ່ວປະເທດ ທີ່ຈະມາຮ່ວມຝຶກອົບຮົມນຳກັນແບບຄ້າຍພັກແຮມເປັນເວລາ 4 ເດືອນ. ທີ່ສູນຮຽນຮຽນຮູ້ເພື່ອການພັດທະນາ ບ້ານນາຫອຍ, ເມືອງສັງທອງ ນະຄອນຫຼວງວຽງຈັນ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ຝຶກອົບຮົມໃຫ້ແກ່ໄວໜຸ່ມຕາມຫົວຂໍ້ລຸ່ມນີ້: ກາ​ນະ​ພັ​ດ​ທະ​ນາ​ຊຸມ​ຊົນ+ຈິດ​ອາ​ສາ, ການເຮັດວຽກເປັນທີມ, ພາວະການເປັນຜູ້ນຳ, ທັກສະການເປັນຜູ້ອຳນວຍຄວາມສະດວກ, ການເຂົ້າໃຈໂຕເອງ, ການກຳຈັດຂີ້ເຫຍື້ອ ແລະ ນຳໃຊ້ສິ່ງເສດເຫຼືອໃຫ້ເປັນປະໂຫຍດ, ກະເສດປະສົມປະສານ, ສື່ສິ່ງພິມ ແລະ ວິດີໂອ (MOJO), ສິດທິມະນຸດ - ບົດບາດຍິງຊາຍ, ໂພຊະນາການ ແລະ ສຸຂານາໄມ, ວິໄຈຊົມຊົນ, ບໍລິຫານໂຄງການ. ນອກຈາກນັ້ນ, ທາງໂຄງການຍັງໄດ້ສອນທັກສະເສີມທີ່ເຫັນວ່າສຳຄັນ ແລະ ຈຳເປັນສຳລັບໄວໜຸ່ມເຊັ່ນ: ພາສາອັງກິດເພື່ອການພັດທະນາ, ພື້ນຖານຄອມພິວເຕີ້, ປະຖົມພະຍາບານເບື້ອງຕົ້ນ

3. ຜົນສຳເລັດຂອງໂຄງການ / Results of the project

ເຖິງແມ່ນວ່າໄວໜຸ່ມ 18 ຄົນຈະບໍ່ໄດ້ກັບໄປພັດທະນາຊຸມຊົນຂອງຕົນເອງ ແຕ່ຢ່າງນ້ອຍ ຄວາມຮູ້ທີ່ເຂົາໄດ້ຈາກການຝຶກອົບຮົມ ກໍ່ຊ່ວຍໃຫ້ເຂົາມີທັກສະໃນການດຳລົງຊີວິດ ແລະ ເປັນພື້ນຖານຄວາມຮູ້ທີ່ຊ່ວຍໃຫ້ເຂົາ ທັງ 9 ຄົນ ສາມາດຊອກວຽກຕາມສະມາຄົມ ແລະ ບໍລິສັດຕ່າງໆໄດ້ ເຊັ່ນ: ບ/ສ ມາຍມິເດຍ, ບ/ສ ພັນຖິ່ນ, ສະມາຄົມຄົນພິການ, PFHA..

4. ປັດໄຈສູ່ຜົນສຳເລັດ / Factors of success

  • ເປີດໃຈ, ຈິງໃຈ, ຍອມຮັບ
  • ມີການທົບທວນການຮຽນຮູ້ກັບໄວໜຸ່ມທຸກໆມື້
  • ໃຫ້ຄວາມໃສ່ໃຈຕໍ່ໄວໜຸ່ມທຸກໆຄົນຢ່າງເທົ່າທຽມກັນ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ການຄັດເລືອກໄວໜຸ່ມໃຫ້ຖືກເປົ້າໝາຍຂອງໂຄງການ
  • ການຄຸ້ມຄອງ ໄວໜຸ່ມທີ່ມາຈາກຫຼາຍບ່ອນ ຫຼາຍຊົນເຜົ່າ ໃຫ້ມາຢູ່ຮ່ວມກັນເປັນເວລາ 4 ເດືອນ
  • ການຕິດຕາມໄວໜຸ່ມຫ່າງໄກສອກຫຼີກ ຫຼັງຈາກສຳເລັດຝຶກອົບຮົບ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ຂະບວນການຄັດເລືອກໄວໜຸ່ມ ຄວນລົງໄປສຳພາດໄປພື້ນທີ່ໂຕຈິງ (ບ້ານຂອງໄວໜຸ່ມໂດຍກົງ)
  • ການວາງຂໍ້ຕົກລົງ, ກົດລະບຽບການຢູ່ຮ່ວມກັນ ຂອງໄວໜຸ່ມທີ່ເຂົ້າມາຢູ່ຮ່ວມກັນ ຕ້ອງລະອຽດ ແລະ ຮັດກຸມ
  • ຕິດຕາມໄວໜຸ່ມທີ່ຫ່າງໄກສອກຫຼີກຜ່ານຄູ່ຮ່ວມງານ ຫຼື ເພື່ອນຮ່ວມຫ້ອງຮຽນຂອງເຂົາ ໃນກໍລະນີທີ່ເຂົາປ່ຽນເບີໂທ ຫຼື ຕິດຕໍ່ເຂົາບໍ່ໄດ້

...
...
...
...