ຍົກລະດັບການຮຽນ-ການສອນ ລະດັບຂັ້ນປະຖົມໃຫ້ມີປະສິດທິພາບ

ID:

19

Author:

SODA

Organization:
SODA
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ລະບົບການສຶກສາໃນລາວໄດ້ຮັບການປັບປຸງຂຶ້ນນັບມື້ຖ້າທຽບໃສ່ກັບເມື່ອກ່ອນ ແຕ່ຢ່າງນັ້ນບໍ່ໄດ້ໝາຍຄວາມວ່າສາມາດເຂົ້າເຖິງໄດ້ຢ່າງທົ່ວເຖິງໃນປະເທດລາວ ໂດຍສະເພາະແມ່ນກັບຊົນເຜົ່າທີ່ມີຂໍ້ຈໍາກັດທາງດ້ານພາສາ ແລະ ວັດທະນະທໍາ. ການປະຕິບັດການຮຽນ-ການສອນທີ່ດີ ມີຜົນຕໍ່ການພັດທະນາຂອງນັກຮຽນໃນອະນາຄົດຢູ່ໃນສັງຄົມ. ຖ້າຫາກການປະຕິບັດການສອນຂອງຄູມີປະສິດທິພາບ ນັກຮຽນເອງກໍຈະສາມາດຮັບຄວາມຮູ້ໄດ້ຢ່າງມີປະສິດທິພາບເຊັ່ນກັນ. ເມືອງໝື່ນ ແຂວງວຽງຈັນ ເປັນເມືອງທີ່ມີເຜົ່າມົ້ງຫຼາຍສົມຄວນ ສະມາຄົມເຄືອຂ່າຍເພື່ອການພັດທະນາສັງຄົມຈຶ່ງໄດ້ເຮັດບົດຄົ້ນຄວ້າເພື່ອໃຫ້ເຫັນເຖິງບັນຫາໃນການສິດສອນ ແລະ ເພື່ອແກ້ໄຂໃຫ້ກົງຈຸດ ພື້ນທີ່ເປົ້າໝາຍແມ່ນໂຮງຮຽນປະຖົມສົມບູນ 9 ໂຮງຮຽນ ຢູ່ເມືອງໝື່ນ ແຂວງວຽງຈັນ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ຈັດຕັ້ງປະຕິບັດປະເມີນການປະຕິບັດການຮຽນການສອນກຸ່ມແບບເດີມ
  • ຈັດຕັ້ງປະຕິບັດການຝຶກອົບຮົມ
  • ຈັດຕັ້ງປະຕິບັດການປັບປຸງຫຼັກສຸດໃຫ້ມີຄວາມແທດເໝາະກັບຂຶ້ນກວ່າເກົ່າ
  • ປະເມີນຜົນສຸດທ້າຍ
  • ຂໍ້ສະເໜີແນະແກ່ພາກສ່ວນກ່ຽວຂ້ອງ

3. ຜົນສຳເລັດຂອງໂຄງການ / Results of the project

ຜ່ານການຈັດຕັ້ງປະຕິບັດໄດ້ເຮັດໃຫ້ພຶດຕິກໍາການສອນຂອງດີຂຶ້ນ ແລະ ສຸມໃສ່ຮັບປະກັນການຮັບເອົາເນື້ອໃນໃຈຄວາມຂອງບົດຮຽນມີປະສິດທິພາບຂອງບັນດານັກຮຽນປະຖົມສົມບູຸນ 9 ໂຮງຮຽນ ໃນເມືອງໝື່ນ ແຂວງວຽງຈັນ.​ ນອກຈາກນັ້ນ, ຍັງໄດ້ຊີ້ບອກສາເຫດທີ່ພາຍໃຫ້ເກີດການປະຕິບັກການຮຽນການສອນບໍ່ໄດ້ຮັບຜົນດີ ນໍາໄປສູ່ການປັງປຸງປ່ຽນແປງ.

4. ປັດໄຈສູ່ຜົນສຳເລັດ / Factors of success

  • ຍ້ອນການອອກແບບ,​ ວາງແຜນທີ່ດີ ກ່ອນການຈັດຕັ້ງປະຕິບັດ.
  • ຍ້ອນມີບຸກຄະລາກອນ, ຜູ້ຈັດຕັ້ງປະຕິບັດທີ່ມີຄວາມຊໍານານງານ.
  • ການປະສານງານທີ່ດີ ແລະ ໄດ້ຮັບການຮ່ວມມືທີ່ດີຈາກຂັ້ນທ້ອງຖິ່ນ.
  • ການເຮັດວຽກເປັນທີມທີ່ດີ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ຍ້ອນພື້ນທີ່ ແລະ ກຸ່ມເປົ້າໝາຍເປັນຊົນເຜົ່າມົ້ງ ມີຂີດຈໍາກັດ້ານພາສາ, ການສື່ສານກັບນັກຮຽນອາດບໍ່ໄດ້ຮັບຜົນຕາມຕ້ອງການ
  • ແຜນການຈັດຕັ້ງປະຕິບັດຄາດເຄື່ອນບາງເວລາ ຍ້ອນປັດໄຈດ້ານສະພາຍແວດລ້ອມບໍ່ເອື້ອອໍານວຍ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ກຽມພ້ອມກັບສະຖານະການທີ່ອາດຄາດເຄື່ອນໃນອະນາຄົດ, ວາງແຜນສໍາຮອງ ແລະ ແກ້ໄຂສະເພາະໜ້າໃຫ້ດີ ເພື່ອຫຼີກລ້ຽງຜົນໜ້ອຍທີ່ສຸດ
  • ປະສານງານຂັ້ນທ້ອງຖິ່ນໃຫ້ຊັດເຈນເພື່ອຄວາມເຂົ້າໃຈທີ່ກົງກັນ

...
...
...
...