ການສ້າງຄວາມເຂັ້ມແຂງໃຫ້ແກ່ຄົນຫູໜວກໄວໜຸ່ມໃນ ສປປລາວ

ID:

20

Author:

AFD

Organization:
AFD
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ຢູ່ປະເທດລາວປະຈຸບັນນີ້ແມ່ນມີຄົນພິການຈຳນວນຫຼວງຫຼາຍທີ່ຍັງພົບກັບຄວາມຫຍຸ້ງຍາກບໍ່ວ່າຈະເປັນທາງການສື່ສານ ຫຼື ວ່າການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານຕ່າງໆ ແລະ ຄົນພິການບາງຄົນກໍ່ຍັງບໍ່ໄດ້ຮັບໂອກາດເຂົ້າເຖິງການສຶກສາ, ມັນກໍ່ມີຫຼາຍປັດໄຈທີ່ເຮັດໃຫ້ຄົນພິການເຫຼົ່ານັ້ນບໍ່ສາມາດເຂົ້າເຖິງໄດ້ເຊັ່ນ: ໂອກາດບໍ່ເອື້ອອຳນວຍ, ບ້ານຢູ່ໄກສອກຫຼີກ, ຖືກກີດກັ້ນ ເພາະບາງຄອບຄົວທີ່ມີລູກເປັນຄົນພິການຄິດວ່າໃຫ້ຮຽນໄປກໍ່ບໍ່ມີຄວາມໝາຍຫຍັງ ຈົບມາກໍ່ບໍ່ສາມາດໄປເຮັດວຽກໄດ້ຄືກັບຄົນປົກກະຕິ ແລະ ສັງຄົມກໍ່ຍັງບໍ່ໃຫ້ໂອກາດແກ່ຄົນພິການຢ່າງເຕັມສ່ວນ ຍັງຄິດວ່າຄົນພິການບໍ່ສາມາດເຮັດວຽກງານໃດໜຶ່ງໃຫ້ສຳເລັດໄດ້. ດັ່ງນັ້ນ, ພວກເຮົາໃນນາມສະມາຄົນຫູໜວກຈຶ່ງຢາກຂໍເປັນສ່ວນໜຶ່ງໃນການທີ່ຢາກຊ່ວຍເຫຼືອ ໃນການສ້າງຄວາມເຂັ້ມແຂງ ໃຫ້ຄົນພິການຫູໜວກຢູ່ໃນລາວ ໃຫ້ມີຄວາມເຂັ້ມແຂງທາງດ້ານທັກສະການສື່ສານພາສາມືເພື່ອໃຫ້ເຂົາເຈົ້າສາມາດສື່ສານກັບຄົນອ້ອມຂ້າງໄດ້ ເພື່ອເຮັດໃຫ້ການດຳລົງຊິວິດຂອງເຂົາເຈົ້າງ່າຍຂຶ້ນ ແລະ ເຮັດໃຫ້ຄົນພິການຫູ ຮູ້ວ່າພວກເຂົາເຈົ້າບໍ່ໄດ້ເປັນພາລະຂອງສັງຄົມ, ເຂົາເຈົ້າສາມາດມີສ່ວນຮ່ວມຊ່ວຍເຫຼືອສັງຄົມໄດ້ຄືກັບຄົນອຶ່ນໆ.

ໄລຍະດຳເນີນໂຄງການເດືອນ3 ປີ2018 ຫາ ເດືອນ2 ປີ2019

ສະໜັບສະໜູນ: ອົງການວອຍ (VOICE).

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ໃນການເຮັດກິດຈະກຳຂອງສະມາຄົມຫູໜວກແມ່ນໄດ້ເຮັດເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກຫູໜວກໄວໜຸ່ມຢູ່ໃນລາວ ເພື່ອໃຫ້ເຂົາເຈົ້າສາມາດສື່ສານ ແລະ ເຂົ້າເຖິງຂໍ້ມູນຂ່າວສານຕ່າງໆໄດ້ຄືກັບຄົນທົ່ວໄປຢູ່ໃນສັງຄົມ ແລະ ເປົ້າໝາຍຂອງເຮົາແທ້ໆແມ່ນຢາກພັດທະນາໃຫ້ຄົນຫູໜວກມີຄວາມຮູ້ຄວາມສາມາດ, ມີຊີວິດການເປັນຢູ່ທີ່ດີ, ມີວຽກເຮັດງານທຳ ບໍ່ໃຫ້ເປັນພາລະຂອງສັງຄົມ, ໃຫ້ເຂົາເຈົ້າສາມາດຊ່ວຍເຫຼືອຕົນເອງໄດ້ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລວມເຖິງຄົນອ້ອມຂ້າງ ແລ້ວຍັງເປັນການຊ່ວຍເຫຼືອສັງຄົມນຳອີກ ຖ້າພົບກັບບັນຫາຕ່າງໆ ເຂົາເຈົ້າກໍ່ຈະສາມາດແກ້ໄຂບັນຫາດ້ວຍຕົນເອງໄດ້. ໃນເມືອຄົນພິການມີຄວາມຮູ້ຄວາມສາມາດແລ້ວ ສາມາດຊ່ວຍເຫຼືອຕົນເອງໄດ້ ແລະ ສື່ສານກັບຄົນອຶ່ນໆໄດ້ອັນນີ້ມັນແມ່ນຜົນປະໂຫຍດ ຫຼື ວ່າຜົນໄດ້ຮັບອັນຢິ່ງໃຫຍ່ສຳລັບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກຫູໜວກໄວໜຸ່ມລາວ.

ກິດຈະກຳທີ່ນຳມາຈັດຕັ້ງປະຕິບັດມີ:

  • ຈັດກອງປະຊຸມປະຖົມນິເທດໂຄງການ 3 ຄັ້ງ ຢູ່ທີ່ ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ
  • ຈັດຝຶກອົບຮົມພາສາມືໃຫ້ແກ່ຄົນຫູໜວກ 6 ຄັ້ງ 3 ແຂວງ, ຢູ່ ນະຄອນຫຼວງວຽງຈັນ 2 ຄັ້ງ, ແຂວງຫຼວງພະບາງ 2 ຄັ້ງ ແລະ ແຂວງສະຫວັນນະເຂດ 2 ຄັ້ງ.
  • ການຕິດຕາມ ແລະ ປະເມີນຜົນ 4 ຄັ້ງ ຢູ່ 3 ແຂວງ, ຢູ່ນະຄອນຫຼວງວຽງຈັນ 1 ຄັ້ງ, ແຂວງຫຼວງພະບາງ 2 ຄັ້ງ ( ເພາະ ແຂວງຫຼວງພະບາງແມ່ນປະເມີນຜົນຢູ່ໂຮງຮຽນສຶກສາພິເສດ ແຂວງຫຼວງພະບາງ ເມືອງຫຼວງພະບາງ ແລະ ເມືອງນໍ້າບາກ ແຂວງຫຼວງພະບາງ ) ແລະ ແຂວງສະຫວັນນະເຂດ 1 ຄັ້ງ

3. ຜົນສຳເລັດຂອງໂຄງການ / Results of the project

ໃນການເຮັດກິດຈະກຳຜົນສຳເລັດທີ່ໄດ້ຮັບແມ່ນເຖິງວ່າຈະບໍ່ໄດ້ຮັບຜົນສຳເລັດເຕັມຮ້ອຍ ແຕ່ ກໍ່ຖືວ່າເປັນໜ້າທີ່ພໍໃຈສົມຄວນຕາມທີ່ເຮົາຕີລາຄາໄດ້ສະມາຊິກບາງຈຳນວນເຊິ່ງບໍ່ເຄີຍເຂົ້າໂຮງຮຽນມາກ່ອນ ແລະ ໃນເວລາຈັດຝຶກອົບຮົມພາສາມືພຽງ ແຕ່ 5 ວັນ ບາງຄົນກໍ່ສາມາດເຂົ້າໃຈ ແລະ ມີການພັດທະນາດີຂຶ້ນ ແລະ ກໍ່ພະຍາຍາມຄົ້ນຄ້ວາສຶກສາຮຽນຮູ້ນຳປຶ້ມຄູ່ມືພາສາມືທີ່ບາງໂຄງການແຈກຢາຍໃຫ້ ເວລາຢູ່ບ້ານ ຫຼື ໃນເວລາຫວ່າງ. ສ່ວນຄົນທີ່ເຂົາເຈົ້າເຄີຍເຂົ້າໂຮງຮຽນມາກ່ອນແລ້ວ ການສື່ສານແມ່ນບໍ່ມີບັນຫາ, ສາມາດສື່ສານ ແລະ ນຳໃຊ້ພາສາມືໄດ້ດີ. ພາຍຫຼັງທີ່ເຮົາຈັດຝຶກອົບຮົມພາສາມືໃຫ້ ໄດ້ຊ່ວຍເພີ່ມຄວາມຮູ້ຄວາມສາມາດໃນດ້ານການສື່ສານໃຫ້ເຂົາເຈົ້ານຳອີກ ແລະ ພວກເຮົາຍັງສາມາດສ້າງສະມາຊິກຄົນຫູໜວກຢູ່ແຂວງສະຫວັນນະເຂດໄດ້ຈຳນວນ 3 ຄົນເພື່ອຊ່ວຍເຫຼືອ ແລະ ຮັບຜິດຊອບກຸ່ມສະມາຊິກຄົນຫູໜວກ ພ້ອມທັງຊ່ວຍປະສານງານຊອກເອົາສະມາຊິກມາເຂົ້າຮ່ວມກິດຈະກຳຕ່າງໆ.

 

4. ປັດໄຈສູ່ຜົນສຳເລັດ / Factors of success

  • ຍ້ອນໄດ້ຮັບການອຳນວຍຄວາມສະດວກ ແລະ ການໃຫ້ຄວາມຮ່ວມມືຈາກອຳນາດການປົກຄອງທ້ອງຖີ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນກໍ່ແມ່ນພະແນກແຮງງານແຂວງຕ່າງໆ, ສະມາຄົມຄົນພິການ ສາຂາແຂວງ, ນາຍບ້ານ, ເວລາທີ່ມີໂຄງການໄປຈັດຕັ້ງປະຕິບັດເພີ່ນກໍ່ໄດ້ຊ່ວຍອຳນວຍຄວາມສະດວກໃນການປະສານງານຕ່າງໆ ເພື່ອເຮັດໃຫ້ກິດຈະກຳທີ່ເຮົານຳໄປເຮັດຈັດຕັ້ງປະຕິບັດປະໃຫ້ປະສົມຜົນສຳເລັດ.
  • ສີ່ງສຳຄັນທີ່ຂາດບໍ່ໄດ້ແມ່ນການໄດ້ຮັບການຊ່ວຍເຫຼືອ ຫຼື ການສະໜັບສະໜູນດ້ານທຶນຮອນຂອງອົງການວອຍທີ່ເຮັດໃຫ້ເຮົາສາມາດດຳເນີນໂຄງການຈົນປະສົມຜົນສຳເລັດຕາມແຜນທີ່ວາງໄວ້.
  • ຍ້ອນການໃຫ້ຄວາມຮ່ວມມືຈາກສະມາຊິກຄົນຫູໜວກທີ່ມາເຂົ້າຮ່ວມຝຶກອົບຮົມພາສາມື ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກິດຈະກຳໄດ້ຕາມເປົ້າໝາຍ.

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ການເຂົ້າຮ່ວມຂອງສະມາຊິກຄົນຫູໜວກ ທີ່ມາຮ່ວມຝຶກອົບຮົມແມ່ນຍັງພົບກັບບັນຫາຫຍຸ້ງຍາກ ເນື່ອງຈາກບາງຄົນບ້ານຢູ່ຫ່າງໄກສອກຫຼີກ, ຫຍຸ້ງຍາກໃນການເດີນທາງ ເພາະທາງໂຄງການບໍ່ມີງົບປະມານໃນການພັກເຊົາໃຫ້, ມີແຕ່ຄ່າອັດຕາກິນ ແລະ ເດີນທາງເທົ່ານັ້ນ.
  • ບາງຄັ້ງຜູ້ເຂົ້າຮ່ວມກໍ່ຍັງບໍ່ໄດ້ຕາມເປົ້າໝາຍ ເພາະໂຄງການຂອງເຮົາຫຼັກໆແລ້ວແມ່ນແນໃສ່ຄົນຫູໜວກໄວໜຸ່ມ ແຕ່ບາງຟຶ້ນທີ່ເປົ້າໝາຍພັດບໍ່ມີເລີຍຈຳເປັນຕ້ອງໄດ້ເອົາຄົນທີ່ມີອາຍຸກາຍໄວໜຸ່ມ ເຂົ້າຮ່ວມເພື່ອໃຫ້ຄົບຕາມຈຳນວນເປົ້າໝາຍ.
  • ສີ່ງທີ່ທ້າທາຍຫຼັກໆແມ່ນການສື່ສານກັບສະມາຊິກຄົນຫູໜວກ ເຮົາຕ້ອງຊອກວິທີເຮັດແນວໃດເພື່ອໃຫ້ເຂົາເຈົ້າສາມາດເຂົ້າໃຈ ແລະ ຮັບເອົາສີ່ງທີ່ເຮົານຳມາຖ່າຍທອດໃຫ້ໄດ້ນີ້ແມ່ນເປັນບັນຫາທີ່ຍາກທີ່ສຸດ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ໃຫ້ມີການສືບຕໍ່ຝຶກອົບຮົມພາສາມືໃຫ້ແກ່ສະມາຊິກຄົນຫູໜວກຢູ່ໃນທົ່ວປະເທດລາວທີ່ເຂົາເຈົ້າຍັງບໍ່ສາມາດສື່ສານພາສາມືໄດ້.
  • ໃຫ້ມີການຝຶກວິຊາຊີບຕ່າງໆທີ່ຄິດວ່າສະມາຊິກຄົນຫູໜວກສາມາດເຮັດໄດ້ ເພື່ອໃຫ້ເຂົາເຈົ້າມີຊີວິດການເປັນຢູ່ທີ່ດີຂຶ້ນ ສາມາດຊ່ວຍເຫຼືອຕົນເອງ ແລະ ມີວຽກເຮັດງານທຳ ເພື່ອບໍ່ໃຫ້ເຂົາເຈົ້າກາຍເປັນຄົນເລລ່ອນ, ໃຫ້ເຂົາຮູ້ວ່າຄົນພິການກໍ່ມີສິດເທົ່າທຽມກັບຄົນອຶ່ນໆທີ່ຢູ່ໃນໂລກນີ້ຄືກັນ.
  • ຝຶກອົບຮົມໃຫ້ຄົນຫູໜວກທີ່ຢູ່ຕ່າງແຂວງ ເພື່ອພັດທະນາໃຫ້ເຂົາເຈົ້າສາມາດເປັນໂຕແທນໃນການປະສານງານໃຫ້ໃນເວລາລົງຈັດຕັ້ງປະຕິບັດກິດຈະກຳ.

...
...
...
...