ການເຜີຍແຜ່ຂໍ້ມູນກ່ຽວກັບກຸ່ມຄົນຫຼາກຫຼາຍທາງເພດໃຫ້ມີຄວາມໜ້າສົນໃຈຕໍ່ສັງຄົມ

ID:

22

Author:

PTBUL

Organization:
PTBUL
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ເຖິງແມ້ນວ່າກຸ່ມຄົນຫຼາກຫຼາຍທາງເພດແມ່ນມີຢູ່ໃນສັງຄົມມາຕັ້ງແຕ່ດົນນານ ແຕ່ໃດມາແລ້ວກໍ່ຕາມ ແຕ່ທາງພາກລັດ ແລະສັງງຄົມໂດຍລວມທົ່ວໄປ ແມ່ນຍັງຂາດຄວາມເຂົ້າໃຈຢ່າງກະຈ່າງແຈ້ງຕໍ່ກຸ່ມດັ່ງກ່າວແລະກຸ່ມດັ່ງກ່າວຍັງບໍ່ໄດ້ຖືກກ່າວເຖິ່ງ ແລະ ຮັບຮູ້ ຢ່າງເປັນທາງການ ພ້ອມນັ້ນປັນຫາແລະຄວາມຕ້ອງການສະເພາະເຈາະຈົງຂອງເຂົາເຈົ້າກໍ່ຍັງບໍ່ທັນຖືກຍົກເປັນປະເດັນຂື້ນມາແລະນໍາມາລຸບຸໃນແຜນລະດັບມະຫາພາກເພື່ອແກ້ໄຂທີ່ຈິງຈັງຢ່າງເປັນທາງການທີ່ກວ້າງຂວາງເທື່ອ. ກຸ່ມຄົນເຫຼົ່ານີ້ແມ່ນໄດ້ຖືກລືມໄປ ຖ້າເວົ້າໂດຍລວມແລ້ວ. ໃນຄວາມເປັນຈິງແລ້ວ ການເປັນກຸ່ມຄົນຫລາກຫຼາກທາງເພດແມ່ນພົບກັບບັນຫາຫຼາກຫຫຼາຍໃນຊິວິດ ໂດຍສະເພາະແມ່ນ 3 ບັນຫາຫຼັກທີ່ເປັນຂົງເຂດບຸລິມາສິດຄື: ໂອກາດໃນການເຮັດວຽກງານແບບເທົ່າທຽມ, ຄວາມສ່ຽງໃນບັນຫາສຸຂະພາບ ໂດຍສະເພາະທາງເພດແລະຈະເລີນພັນ, ແລະ ການຖືກເລືອກປະຕິບັດໃນສະຖານທີ່ການສຶກສາ. ບັນຫາເຫຼົ່ານີ້, ເປັນຜົນກະທົບອັນຍິ່ງໄຫຍ່ຕໍ່ກັບຊິວິດຂອງເຂົາເຈົ້າເຊີ່ງພົບຄວາມຫຍຸ້ງຍາກໃນການທໍໍາມາຫາກິນ ແລະ ການຢູ່ຮ່ວມກັບສັງຄົມທີ່ມີຂໍ້ຈຳກັດ. ນອກຈາກປັນຫາຫຼັກເຫຼົ່ານີ້ ຫຼາຍຄົນແມ່ນປະສົບພົບພໍ້ການຈໍາແນກລັງກຽດໃນສະຖາບັນຕ່າງໆ ເຊັ່ນສະຖາບັນຄອບຄົວ ແລະໃນສັງຄົມໂດຍລວມທົ່ວໄປ. ເພື່ອຈະນໍາປັນຫາເຫຼົ່ານີ້ໄປສູ່ຂະບວນການແກ້ໃຂໂດຍເລີ່ມຕອນນີ້ແລະສືບຕໍ່ໄປໃນອານາຄົດ, ເຮົາຕ້ອງໄດ້ມີການເຜີຍແຜ່ຂໍ້ມູນພື້ນຖານເຫຼົ່ານີ້ໃຫ້ສັງຄົມໂດຍລວມ ແລະ ໜ່ວຍງານທາງພາກລັດແລະເອກະຊົນ ລວມທັງອົງການເພື່ອສັງຄົມ ໃຫ້ໄດ້ຮັບຮູ້ສາກ່ອນ ເພື່ອເປັນແນວທາງໃຫ້ເຂົາເຈົ້າໄດ້ມີການວາງແຜນແກ້ໃຂຮ່ວມກັນ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ກຸ່ມພູມໃຈທີ່ເປັນເຮົາໄດ້ສ້າງຕັ້ງຂຶ້ນໃນປີ 2012 ເພື່ອສະໜັບສະໜູນໃຫ້ກຸ່ມຊາວໜຸ່ມຫຼາກຫຼາຍໃຫ້ມີຊີວິດທີ່ດີຢູ່ໃນ ສ ປ ປ ລາວ. ການເຮັດວຽກໃນເບື້ອງຕົ້ນແມ່ນໄດ້ຍົກເອົາບັນຫາຄວາມສຳຄັນຂອງການເຮັດວຽກຕໍ່ຕ້ານພະຍາດເອດໃນກຸ່ມສ່ຽງໂດຍສະເພາະແມ່ນການສ້າງຈິດໄຕ້ສຳນຶກໃຫ້ແກ່ບັນດາຜູ້ສ້າງນະໂຍບາຍໃຫ້ເຫັນຄວາມສຳຄັນໃນການຕໍ່ຕ້ານພະຍາດເອດໃນກຸ່ມຄົນຫຼາກຫຼາຍທາງເພດ.

ແຕ່ວ່າຈຸດປະສົງຂອງພວກເຮົາ ແລະ ກິດຈະກຳແມ່ນໄດ້ເປີດກວ້າງເພື່ອແນ່ໃສ່ການຊ່ວຍເຫຼືອກຸ່ມຊາວໜຸ່ມຫຼາກຫຼາຍ, ລວມທັງທັດສະນະຄະຕິຂອງສັງຄົມ ແລະ ສະໜັບສະໜູນໃຫ້ສັງຄົມບໍ່ໃຫ້ມີການແບ່ງແຍກລັງກຽດແລະໃຊ້ຄວາມຮຸນແຮງ ໂດຍຜ່ານວຽກງານການຂໍການສະໜັບສະໜູນດ້ານນະໂຍບາຍ.

 

ບັນດາກິດຈະກໍາທີ່ໄດ້ເຮັດຜ່ານມາມີດັ່ງນີ້:

  • ງານ Pride ພູມໃຈທີ່ເປັນເຮົາ

ແມ່ນຈັດຕັ້ງຂື້ນໃນປີ 2012 ໂດຍໄດ້ຮັບການສະໜັບສະໜູນສະຖານທູດອາເມລິກາ ແມ່ນຍົກປະເດັ່ນຄວາມສໍາຄັນຂອງວຽກງານຕໍ່ຕ້ານໂລກເອດໃນກຸ່ມສ່ຽງ ແລະ ສ້າງຈິດໃຕ້ສໍານຶກໃຫ້ແກ່ສ້າງແຜນຍຸດທະສາດໃນວຽກງານຕໍໍ່ຕ້ານໂລກເຊື້ອເອດໄອວີ ໃຫ້ແທດເໝາະກັບກຸ່ມຫຼາກຫຼາຍທາງເພດ

 

  • ລະຄອນເງົາເລື່ອງ “ຊິວິດຂອງນາງຄຳ”

ເປັນລະຄອນເຫງົາທີ່ສະທ້ອນສັງຄົມເລື່ອງແລກຂອງກຸ່ມພູມໃຈທີ່ເປັນເຮົາ ເພື່ອໃຫ້ສັງຄົມໄດ້ຕະໜັກເຖິງຊິວິດຂອງຜູ້ຍິງຂ້າມເພດທີ່ໄດ້ພົບພໍ້ບັນຫາຫຼາກຫຼາຍໃນການສະແດງອອກໃນການເພດຂອງເຂົາເຈົ້່າ.

 

ການສື່ໃຫ້ສັງຄົມໄດ້ຊືມຊັບ ແລະ ເຂົ້າໃຈເຖີງບັນຫາຂອງນາງຄຳໂດຍ ແຍກອອກເປັນຊ່ວງ ໆ ເຫດການຊິວິດຂອງລາວ ເພື່ອໃຫ້ສັງຄົມໄດ້ຕະໜັກຮູ້ແຕ່ລະເຫດການທີ່ນາງຄຳໄດ້ປະສົບຄື: ເຫດ ການທີ່ຄອບຄົວບໍ່ຍອມຮັບຄວາມເປັນເພດເປັນແບບໃດ, ການສະຖານທີ່ການສຶກສາມີການແບ່ງແຍກຄືແນວໃດ, ການສະໝັກງານແມ່ນມີການສະແດງອອກແນວໃດ. ເຫດການຕ່າງ ໆ ດັ່ງກ່າວ ເຮັດໃຫ້ລາວໄດ້ຕົກຢູ່ໃນຊ່ວງມໍລະຊຸ່ມຊິວິດ ຈຶ່ງເຮັດໃຫ້ນາງຄໍາກັບກາຍມາເປັນຜູ້ໃຫ້ບໍລິການທາງເພດໂດຍບໍ່ເຕັມໃຈ ໂດຍການຊັກຊວນຈາກສັງຄົມາທີ່ບໍ່ດີ ເຫດຊໍາກໍາຊັດເຮັດໃຫ້ລາວຕິດເຊື້ອເອດໄອວີ ເພາະບາງຄັ້ງລາວບໍ່ໄດ້ໃສ່ຢ່າງອານາໄມເພາະລູກຄ້າບາງຄົນແມ່ນບໍຢາກໃສ່. ສິ່ງດັ່ງກ່າວໄດ້ເຮັດສັງຄົມສະທ້ອນລາວໃນແງ່ລົບຕ່າງໆນາໆ  ການຕິດເຊື້ອເອດໄອວີ ເປັນເລື່ອງທີ່ສັງຄົມບາງບ່ອນຍັງຂາດເຂົ້າໃຈ ສະນັ້ນຈຶ່ງເຮັດໃຫ້ຜູ້ເປັນພໍ່ຂອງລາວບໍ່ເຂົ້າໃຈ ແລະ ທຸບຕີລາວ ຍ້ອນໂຊກດີທີ່ມີໜ່ວຍງານອາສາສະໝັກປ້ອງກັນໄດ້ເຂົ້າມາໃຫ້ຂໍ້ມູນກ່ຽວກັບພະຍາດເອດແກ່ຄອບຄົວຂອງລາວ ເພື່ອເຮັດໃຫ້ຄອບຄົວຂອງນາງຄໍາຍອມຮັບ ແລະ ເຂົ້າໃຈໃນການຢູ່ກັບຜູ້ຕິດເຊື້ອ.

 

ເຖິງແນວໃດກໍ່ຕາມລະຄອນເງົາຂອງນາງຄຳທີ່ໄດ້ຍົກມາຂ້າງເທີ່ງນັ້ນແມ່ນຢາກສະທ້ອນສັງຄົມໄດ້ເປີດໃຈ ແລະ ຮ່ວມກັນແກ້ໄຂບັນຫາຕ່າງໆທີ່ເກີດຂື້ນໃນການເປັນເພດທີ່ຫຼາກຫຼາຍ ເພື່ອສົ່ງເສີມໃຫ້ກຸ່ມຄົນຫຼາກຫຼາກທາງເພດໄດ້ມີໂອກາດເທົ່າທຽມກັບເພດອື່ນໆ ໃນ 3 ຂົງເຂດບຸລິມາສິດຄື: ໂອກາດໃນການເຮັດວຽກງານແບບເທົ່າທຽມ, ຄວາມສ່ຽງໃນບັນຫາສຸຂະພາບທາງເພດ, ແລະ ການຖືກເລືອກປະຕິບັດໃນສະຖານທີ່ການສຶກສາ.

 

  • ລະຄອນເງົາເລື່ອງ “ຮັກຕ້ອງຫ້າມ”:

ເປັນລະຄອນເງົາສະທ້ອນສັງຄົມໃຫ້ຕະໜັກຮູ້ເຖິງຊິວິດການເພດຫຼາກຫຼາຍຂອງທອມ ຫຼື ຜູ້ຍິງທີ່ມີເພດສໍາພັນກັບແມ່ຍິງ ໃນ 3 ຂົງເຂດບຸລິມາສິດຄື: ໂອກາດໃນການເຮັດວຽກງານແບບເທົ່າທຽມ, ຄວາມສ່ຽງໃນບັນຫາສຸຂະພາບທາງເພດ, ແລະ ການຖືກເລືອກປະຕິບັດໃນສະຖານທີ່ການສຶກສາ.

 

  • ວິດີໂອສາລະຄະດີເລື່ອງ ຄວາມສາມາດຂອງຄົນຫຼາກຫຼາຍ

ເປັນວິດີໂອຊິວິດຂອງຜູ້ຍິງຂ້າມເພດທີ່ເປັນຄົນພິການຂາ ສື່ສານໃຫ້ສັງຄົມໄດ້ຮັບຮູ້ເຖິງບົດບາດຂອງຜູ້ຍິງຂ້າມເພດທີ່ພິການຂາ ແລະ ເປັນປະວັດຕິສາດອັນຍິ່ງໄຫ່ຍທີ່ເຟດບຸກຂອງປະທ່ານປະເທດ ທ່ານທອງລຸນ ສີສຸລິດ ໄດ້ໂພດລົງເພດຂອງເພີ່ນ ນັ້ນກໍ່ເປັນສຳເລັດອັນຍິ່ງໄຫຍ່ ແລະ ເປັນຂວັນກຳລັງໃຈໃຫ້ທີ່ມງານພູມໃຈທີ່ເປັນໄດ້ສູ້ສົນວຽກງານຂໍການສະໜັບສະໜູນຕໍ່ໆໄປ.

 

  • ການສະເຫຼີມສະຫຼອງແລະລະນຶກ ປະຈໍາປີ ວັນ IDAHOT

2015 ເປັນປີທຳອິດທີ່ກຸ່ມພູມໃຈທີ່ເປັນເຮົາໄດ້ຈັດຕັ້ງວັນIDAHOTຂື້ນ ໂດຍໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີລົບ ເພື່ອສະເຫຼີມສະຫຼອງວັນສາກົນຕໍ່ຕ້ານການຈຳແຍກ ແລະ ລັງກຽດກຸ່ມຄົນຫຼາກຫຼາຍທາງເພດຢູ່ໃນ ສ. ປ. ປ. ລາວ ແລະ ໄດ້ອອກໂທລະພາບລາວ. 2016 ສະຫະພາບເອີລົບຍັງສືບຕໍ່ເປັນຄູ່ງານດັ່ງກວ່າກັບກຸ່ມພູມໃຈທີ່ເປັນເຮົາຈັດງານ IDAHOTຂື້ນ  ໂດຍໄດ້ມີຄູ່ຮ່ວມງານທາງການທູດ ແລະ ສະມາຄົມພົນລະເຮືອນຫຼາຍຂື້ນ . 2017 ສະຖານທູດອອດສະເຕເລຍ ແລະ ສະຖານທູດແຂນນາດາໄດ້ເຂົ້າຮ່ວມ ແລະ ນໍາພາຂະນະບັນດາຄູ່ຮ່ວມງານໃນການຈັດງານນີ້ຂື້ນ ຮ່ວມກັບ ກຸ່ມພູມໃຈທີ່ເປັນເຮົາ ໄດ້ຈັດຂື້ນຢູ່ສະໂມສອນອອດສະຕາລີ, ສະຖານທູດອອດສະເຕເລຍ ແລະ ທ່ານອຸປະທູດຂອງສະຖານທູດແຂນນາດາໄດ້ກ່າວເປີດງານທີ່ມີຄວາມໝາຍສຳຄັນນີ້ ແລະ ປະທານ ກຸ່ມພູມໃຈທີ່ເປັນເຮົາໄດ້ກ່າວຈຸດປະສົ່ງຂອງການສ້າງຕັ້ງກຸ່ມພູມໃຈທີ່ເປັນເຮົາໂດຍຜ່ານການປາໃສເທີງເວທີ. 2018 ແມ່ນມີ 4 ສະຖານທູດເຂົ້າຮ່ວມງານນີ້້ເພີ່ມເຊັ່ນ: ສະຖານທູດຝຣັ່ງ, ສະຖານທູດລຸກຊໍາບວກ,​ ສະວິດສະແລນ, ແລະ ສະຖານທູດເຢຍລະມັນ. ສະຖານທູດຂອງອອດສະເຕຍເລຍໄດ້ລາຍສົດຜ່ານສື່ທາງເຟດບຸກເພດຂອງສະຖານທູດອອດສະເຕເລຍເພື່ອສົນທະນາຄວາມຫຼາກຫຼາຍທາງເພດຢູ່ໃນລາວເປັນຄັ້ງທໍາອິດ ແລະ ໃນຕອນກາງຄືນ ສະຖານທູດອາເມລິການກໍ່ໄດ້ຈັດງານພົບປະກັບຄູ່ຮ່ວມງານເພື່ອສົນທະນາບັນຫາດັ່ງກວ່າຢູ່ທີ່ສູນຂໍ້ມູນຂ່າວສານທາດດຳ ແລະ ໃນປີດຽວກັນ ປະທ່ານກຸ່ມພູມໃຈທີ່ເປັນເຮົາໄດ້ຮັບການເຊື້ອເຊີນຈາກເຈົ້າຂອງນະຄອນຫຼວງປາຣີແຫ່ງຝຼັ່ງເຂົ້າຮ່ວມງານ IDAHOT ທີ່ຫ້ອງການວ່າການນະຄອນຫຼວງປາຣີ.

3. ຜົນສຳເລັດຂອງໂຄງການ / Results of the project

ກຸ່ມພູມໃຈທີ່ເປັນເຮົາໄດ້ປະສົບຜົນສຳເລັດໃນການຍົກເອົາກຸ່ມຊາວໝູ່ມຫຼາກຫຼາຍ ແລະ ຮັບຮອງເອົາ,ໃນນັ້ນໂດຍສະເພາະແມ່ນປະສົບຜົນສຳເລັດໃນການເປັນກະບອກສຽງໃຫ້ຊຸມຊົນເຊັ່ນໃນງານ ວັນຢຸດຕິການຈຳແນກລັງກຽດການໃຊ້ຄວາມຮຸນແຮງສາກົນ . ຄັ້ງທຳອິດງານນີ້ໄດ້ຈັດຂຶ້ນໃນປີ 2012 ແລະ ພວກເຮົາໄດ້ມີງານນີ້ຕັ້ງແຕ່ນັ້ນມາກິດຈະກຳນີ້ໄດ້ລວບລວມການສະໜັບສະໜູນຈາກປະເທດລາວ ແລະ ເຄື່ອຄ່າຍທາງສະກົນລວມທັງ ສະຫະພາບເອີລົບສະຖານທູດອາເມລິກາສະຖານທູດອົດຕາລີ,ສະຖານທູດການາດາ ແລະ ສະຖານທູດອັງກິດ.

ການຮັບຮອງໃນກຸ່ມຄົນຫຼາກຫຼາຍແມ່ນສະແດງໃຫ້ເຫັນເຊັ່ນດຽວກັບສີ່ງທີ່ເຂົາເປັນ ແລະ ເຊື່ອວ່າທຸກໆຄົນຄວນພູມໃຈກ່ຽວກັບຕົວຕົນກັບສິ່ງທີ່ພວກເຮົາເຮັດ,ບໍ່ວ່າຈະເປັນການສະແດງທາງເພດລັກສະນະທາງເພດຊົນເຜົ່າຄວາມສາມາດ,ຮູບຮ່າງລັກສະນະອື່ນໆ. ພວກເຮົາຮັບຮູ້ວ່າການສ້າງສັງຄົມທີ່ມີສ່ວນຮ່ວມກັນໃນການປະສົມປະສານເພື່ອບັນລຸເປົ້າໝາຍການພັດທະນານີ້ພຽງແຕ່ສາມາດບັນລຸໄດ້ຖ້າຫາກວ່າປະຊາຊົນບໍ່ໄດ້ຮັບການກະທຳຜິດ ແລະ ການຈຳແນກ.

 

ມີການຮັບຮູ້ກ່ຽວກັບກຸ່ມຫຼາກຫຼາຍທາງເພດແລະບັນຫາໂດຍລວມຂອງເຂົາເຈົ້າຫຼາຍຂື້ນ ຈາກພາກສ່ວນຕ່າງໆ ເຊັ່ນ ກຸ່ມຄົນຫຼາກຫຼາຍທາງເພດເອງ, ຄອບຄົວ, ໝູ່ເພື່ອນ ແລະພັນທະມິດຂອງກຸ່ມຄົນຫຼາກຫຼາຍທາງເພດ, ບາງອົງການຈັດຕັ້ງທາງພາກລັດແລະເອກະຊົນ, ອົງການຈັດຕັ້ງທາງສັງຄົມທັງພາຍໃນແລະຕ່າງປະເທດ, ບັນດາສະຖານທູດ ແລະອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ. ຜົນໄດ້ຮັບດັ່ງກ່າວແມ່ນໄດ້ສະແດງໃຫ້ເຫັນຈາກການສັງເກດການບາງອັນທີ່ພົ້ນເດັ່ນດັ່ງຕໍ່ໄປນີ້:

  • ສຽງຄວາມສົນໃຈຈາກບັນດາຊຸມຊົນຫຼາກຫຼາຍທາງເພດເອງ, ຄອບຄອບ, ໝູ່ເພື່ອນ ແລະພັນທະມິດ ທີ່ສະແດງອອກໃນການຕິດຕໍ່ພົວພັນເຂົ້າມາສອບຖາມຜ່ານທາງຊ່ອງທາງຕ່າງໆ, ການໃຫ້ຄວາມຮ່ວມໄມ້ຮ່ວມມື ເຂົ້າຮ່ວມງານກິດສະໜັບສະໜູນຕ່າງໆ, ການສົ່ງຂໍ້ຄວາມໃຫ້ກໍລັງໃຈສະໜັບສະໜູນເຂົ້າມາຜ່ານທາງ ກຸ່ມພູມໃຈທີ່ເປັນເຮົາ
  • ການຮ່ວມມືເຮັດວຽກຮ່ວມກັບບັນດາອົງການຈັດຕັ້ງລັດເປັນປະຈໍາເຊັ່ນ: ສູນສຸຂະພາບໃວໜຸ່ມນະຄອນຫຼວງວຽງຈັນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
  • ພາກເອກະຊົນທີ່ເປັນຄູ່ຮ່ວມງານ ມີເຊັ່ນ: ບໍລິສັດປຶກສາດ້ານກົດໝາຍ LDP
  • ອົງການຈັດຕັ້ງທາງສັງຄົມທັງພາຍໃນແລະຕ່າງປະເທດທີ່ໃຫ້ການຮ່ວມມືຢ່າງຕັ້ງໜ້າ ເຊັ່ນ:  ສະມາຄົມເພື່ອພັດທະນາແມ່ຍິງແລະການສຶກສາກົດມາຍ (ສພມສກ), ສະມາຄົມພັດທະນາບົດບາດຍິງຊາຍ (GDA), LaoPHA ແລະ ສູນພັດທະນາແມ່ຍິງພິການລາວ
  • ບັນດາສະຖານທູດ ເຊັ່ນ: ອົດສ໌ລີ, ອາເມລິກາ, ການາດາ, ອັງກິດ, ເຢຍລະມັນ, ຝຣັ່ງ, ສະຫະພາບເອີຣົບ ແລະ ລຸກຊໍາບວກ
  • ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ລວມທັງຜູ້ໃຫ້ທຶນຊ່ອຍເຫຼືອ: MCNV, VOICE, ແລະ Luangprabang Film Festival

ເວົ້າໂດຍລວມແລ້ວແມ່ນເຮົາມີເຄືອຂ່າຍຂອງກຸ່ມຄົນຫຼາກຫຼາຍເພີ່ມຂື້ນເປັນປະຫວັດການ ແລະ ຄາດວ່າການສະໜັບສະໜູນຈະເພີ່ມຂື້ນເລື້ອຍໆ

4. ປັດໄຈສູ່ຜົນສຳເລັດ / Factors of success

  • ການລະບຸແລະເຮັດວຽກກັບຄູ່ຮ່ວມງານທີ່ກ່ຽວຂ້ອງຢ່າງຕັ້ງໜ້າ
  • ການເຂົ້າຫາໜ່ວຍງານພາກລັດໃຫ້ເໝາະສົມແລະເຄົາລົບໃນກົດລະບຽບຫຼັກການ
  • ຮູ້ສະພາບຂອງປະເທດແລະປັບຕົວໃຫ້ເໝາະສົມເຂົ້າກັບລະບຽບຫຼັກການຂອງປະເທດ
  • ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ແມ່ນຕ້ອງມີຄວາມເຂົ້າໃຈເລິກເຊີ່ງ ແລະ ຕອບໂຈດ
  • ການໃຫ້ໂອກາດກັບທີມງານໃນອົງການເພື່ອຈັດຕັ້ງປະຕິບັດ ມີການເຂົ້າຮ່ວມກອງປະຊຸມ ແລະ ຊຸດອົບຮົມຕ່າງ ໆ ເພື່ອເສີມສ້າງຄວາມຮູ້ຄວາມສາມາດແລະທັກສະ ຢູ່ຕະຫຼອດ
  • ຖອດຖອນບົດຮຽນ, ຂໍຄໍາແນະນໍາ, ຮັບຟັງແລະແລກປ່ຽນຮຽນຮູ້ນໍາໜ່ວຍງານອື່ນໆ
  • ນໍາໃຊ້ເທັກໂນໂລຢີ່ທີ່ມີປະສິດທິພາບໂດຍມີຄ່າໃຊ້ຈ່າຍຕໍ່າທີ່ເປັນເຄື່ອງມືຊ່ອຍໃນການເຜີຍແຜ່ຂໍ້ມູນແລະຕິດຕໍ່ສື່ສານກັບພາກສ່ວນທີ່ກ່ຽວຂ້ອງ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ຍັງບໍ່ມີທະບຽນເປັນທາງການ
  • ທີມງານຍັງມືໃໝ່ ແລະ ບຸກຄະລາກອນ ກໍ່ຄືສັບພະຍາກອນອື່ນໆຍັງມີຈໍາກັດ
  • ບັນຫາທີ່ຢາກແກ້ໄຂ ແມ່ນຍັງເປັນປັນຫາໃໝ່ສໍາລັບຫຼາຍໜ່ວຍງານທີ່ກ່ຽວຂ້ອງ
  • ບັນຫາທີ່ຢາກແກ້ໄຂຂອງກຸ່ມຍັງບໍ່ທັນຖືກຮັບຮູ້ຢ່າງເປັນທາງການຈາກພາກລັດທີ່ກ່ຽວຂ້ອງ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ພະຍາຍາມສືບຕໍ່ວຽກງານໂດຍເອົາແຮງບັນດານໃຈແລະນໍາໃຊ້ກໍາລັງຂອງສັບພະຍາກອນທີ່ມີເພື່ອໃຫ້ເກີດຜົນປະໂຫຍດສູງສຸດ
  • ຂໍຄວາມຊ່ອຍເຫຼືອຈາກຜູ້ມີສ່ວນກ່ຽວຂ້ອງເມື່ອຈໍາເປັນ
  • ພັດທະນາອົງກອນຢູ່ສະເໝີໂດຍການຮ່ວມມືກັບພວກສ່ວນທີ່ກ່ຽວຂ້ອງອື່ນຕະຫຼອດເວລາ
  • ເອົາຊຸມຊົນກຸ່ມເປົ້າໝາຍເປັນຫຼັກໃນການພັກດັນວຽກງານ

...
...
...
...