ການສ້າງຄວາມສາມາດໃຫ້ແກ່ອາສາສະໝັກ CCA ໃນການໃຫ້ຄວາມຮູ້ທີ່ກ່ຽວກັບພະຍາດໄຂ້ມາລາເຣຍທີຖືກຕ້ອງໃນຊຸມຊົນໃນແຂວງເຊກອງ

ID:

23

Author:

PEDA

Organization:
PEDA
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

  • ກຸ່ມຊົນເຜົ່າໃນບ້ານເປົ້າໝາຍໂຄງການ 60 ບ້ານໃນແຂວງເຊກອງສ່ວນໃຫຍ່ແມ່ນຊົນເຜົ່າຕຣຽງ, ເຜົ່າແງະ ແລະ  ເຜົ່າກະຕູ ເຊິ່ງລັກສະນະທີ່ຕັ້ງຂອງບ້ານເຂົາເຈົ້າສ່ວນໃຫຍ່ແມ່ນຢູ່ເຂດພູດອຍ, ຫາງໄກຈາກຕົວເມືອງຫຼາຍ ແລະ ຍາກຕໍ່ການເຂົ້າເຖິງ; ທີ່ຢູ່ອາໄສມີລັກສະນະຕິດກັບປ່າ ແລະ ຄົນໃນຊຸມຊົນສ່ວນໃຫຍ່ແມ່ນຢຶດຖືອາຊີບເຮັດໄຮ່, ເຮັດນາ, ເຮັດສວນ ແລະ ຫາເຄື່ອງປ່າຂອງດົງ.
  • ການດໍາລົງຊີວິດຂອງຄົນໃນຊຸມຊົນສ່ວນໃຫຍ່ແມ່ນເຮັດວຽກຢູ່ໃນປ່າ (ຈາກການສໍາພາດສອບຖາມການຈັດຕັ້ງຂອງບ້ານຫຼາຍໆບ້ານສ່ວນໃຫຍ່ຄົນໃນຊຸມຊົນແມ່ນເຂົ້່າປ່າເກືອບທຸກໆວັນ). ດັ່ງນັ້ນຈຶ່ງເຫັນໄດ້ວ່າກຸ່ມຄົນເຫຼົ່ານີ້ແມ່ນເຮັດວຽກເພື່ອຊອກຢູ່ຫາກິນໂດຍໃຊ້ຊີວິດຕິດພັນກັບປ່າ ແລະ ເຮັດໃຫ້ເຂົາເຈົ້າມີຂໍ້ຫຍຸ້ງຍາກຫຼາຍໆດ້ານໂດຍສະເພາະການຮັບຮູ້ດ້ານຂໍ້ມູນຂ່າວສານແມ່ນຂ້ອນຂ້າງຫຼ້າຊ້າ. 
  • ແຂວງເຊກອງເປັນແຂວງໜຶ່ງທີ່ມີອັດຕາການຕິດເຊື້ອພະຍາດໄຂ້ມາລາເຣຍສູງ ແລະ ມີຜູ້ເສຍຊີວິດເພີ່ມຂື້ນຍ້ອນພະຍາດໄຂ້ມາລາເຣຍໃນທຸກໆປີໂດຍສະເພາະແມ່ນກຸ່ມຊົນເຜົ່າທີ່ອາໄສ ແລະ ເຮັດວຽກຢູ່ໃນປ່າ ເຊິ່ງສ່ວນໃຫຍ່ແມ່ນຍ້ອນສາເຫດການຮັບຮູ້ຂໍ້ມູນຂອງພະຍາດໄຂ້ມາລາເຣຍທີ່ບໍ່ຖືກຕ້ອງເຊັ່ນ: ອາການຂອງໄຂ້ມາລາເຣຍ, ສາເຫດທີ່ພາໃຫ້ເກີດພະຍາດໄຂ້ມາລາເຣຍ, ເສັ້ນທາງການຕິດຕໍ່, ວິທີ່ການປ້ອງກັນ ແລະ ສະຖານທີ່ປິ່ນປົວ. ດັ່ງນັ້ນຈຶ່ງເຮັດໃຫ້ເຂົາເຈົ້າມີຄວາມສ່ຽງໃນການຕິດເຊື້ອພະຍາດໄຂ້ມາລາເຣຍສູງ ແລະ ເປັນອຸປະສັກໃນການດໍາລົງຊີວິດ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ການຝືກອົບຮົມສ້າງຄວາມສາມາດໃຫ້ອາສາສະໝັກ CCA ຂັ້ນບ້ານ ໃນການໃຫ້ໂຄສະນາສຸຂະສຶກສາໃນຊຸມຊົນກ່ຽວກັບການໃຫ້ຄວາມຮູ້ຂອງໄຂ້ມາລາເຣຍທີ່ຖືກຕ້ອງ.

3. ຜົນສຳເລັດຂອງໂຄງການ / Results of the project

  • ສ້າງຄວາມສາມາດໃຫ້ແກ່ອາສາສະໝັກ CCA ໃຫ້ມີຄວາມຮູ້ກ່ຽວກັບພະຍາດໄຂ້ມາລາເຣຍທີ່ຖືກຕ້ອງໃນບ້ານເປົ້າໝາຍໂຄງການ 60 ບ້ານໃນແຂວງເຊກອງ.
  • ອາສາສະໝັກ CCA ສາມາດເຮັດວຽກຕົນແຜ່ຄວາມຮູ້ທີ່ຖືກຕ້ອງຂອງພະຍາດໄຂ້ມາລາເຣຍໃຫ້ແກ່ຄົນໃນຊຸມຊົນຂອງຕົນເອງ.
  • ອາສາສະໝັກ CCA ສາມາດເຮັດບົດງານປະຈໍາເດືອນເພື່ອລາຍງານຄວາມຄືບໜ້າການເຮັດວຽກຕົນແຜ່ຄວາມຮູ້ກ່ຽວກັບພະຍາດໄຂ້ມາລາເຣຍໃຫ້ແກ່ໜ່ວຍງານໄຂ້ຍຸງ ແລະ ທີມງານໂຄງການ.
  • ຊາວບ້ານໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພະຍາດໄຂ້ມາລາເຣຍທີ່ຖືກຕ້ອງເພີ່ມຂື້ນຈາກການລາຍງານການເຜີຍແຜ່ຂອງອາສາສະໝັກ CCA  ແລະ ການຈັດຕັ້ງບ້ານຂອງຕົນເອງເຊັ່ນ: ອາການຂອງໄຂ້ມາລາເຣຍ, ສາເຫດທີ່ພາໃຫ້ເກີດພະຍາດໄຂ້ມາລາເຣຍ, ເສັ້ນທາງການຕິດຕໍ່, ວິທີ່ການປ້ອງກັນ ແລະ ຮູ້ຈັກສະຖານທີ່ປິ່ນປົວ.

ຈາກການສໍາພາດ ທ. ຂັນຄໍາ, ອາຍຸ 24ປີ,  ທີ່ບ້ານລະກາຍ ເມືອງກະລຶມ, ຊົນເຜົ່າແງະ ກໍ່ເປັນຄົນໜຶ່ງທີ່ໄດ້ເຂົ້າຮ່ວມເປັນອາສາສະໝັກ CCA ໃຫ້ກັບໂຄງການໄດ້ເວົ້າວ່າ: “ ຫຼັງຈາກຕົນເອງໄດ້ເຂົ້າຮ່ວມໂຄງການຕົນເອງໄດ້ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບພະຍາດໄຂ້ມາລາເຣຍເຊັ່ນ: ອາການໄຂ້ມາລາເຣຍ, ວິທີ່ປ້ອງກັນ ແລະ ສະຖານທີ່ປິ່ນປົວ. ເຊິ່ງທີ່ຜ່ານມາຕົນເອງເຂົ້າໃຈວ່າ: ເປັນໄຂ້ຊໍ້າເຫື້ອ ຫຼື ວ່າໄຂ້ປ່າ ທີ່ເກີດຈາກຜີສາງນາງໄມ້, ເກີດຈາກການກິນນໍ້າເປື້ອນ ແລະ ໄດ້ປິ່ນປົວອາການດັ່ງກ່າວແບບງົມງວາຍ ເຊິ່ງທີ່ຜ່ານມາແມ່ນເຮັດໃຫ້ຄົນໃນຊຸມຊົນຂອງຕົນເອງເສຍຊີວິດມາຫຼາຍໆຄົນແລ້ວ ແລະ ຍັງໄດ້ເວົ້າອີກວ່າຕົນເອງໄດ້ມີຄວາມພູມໃຈທີ່ໄດ້ເປັນອາສາສະໝັກ CCA  ທີ່ໄດ້ເຮັດວຽກຊ່ວຍຊຸມຊົນຂອງຕົນເອງໃນການຕົນແຜ່ຄວາມຮູ້ທີ່ຖືກຕ້ອງກ່ຽວກັບພະຍາດໄຂ້ມາລາເຣຍ ເຖິງວ່າຈະມີຄ່າຕອບແທນ ຫຼື ບໍ່ມີກໍຕາມແຕ່ວ່າຕົນເອງກໍ່ຢາກເຮັດ “.

4. ປັດໄຈສູ່ຜົນສຳເລັດ / Factors of success

  • ການປະສານງານໄປຍັງທ້ອງຖິ່ນຕ້ອງລະອຽດຈະແຈ້ງຮ່ວມກັບພາກລັດ.
  • ລົງຕິດຕາມການເຮັດກິດຈະກໍາຂອງອາສາສະໝັກ CCA ແຕ່ລະບ້ານໃນທຸກໆເດືອນຮ່ວມກັບພາກລັດໂດຍການໃຊ້ແບບຟອມຕິດຕາມຊຸກຍູ້ອາສາສະໝັກ CCA ເພື່ອປະເມີນການເຮັດວຽກຂອງອາສາສະໝັກ CCA ວ່າມີຈຸດດີ, ຈຸດອ່ອນ, ມີຂໍ້ຫຍຸ້ງຍາກ ແລະ ວິທີ່ແກ້ໄຂ້ແນວໃດໃນການເຮັດກິດຈະກໍາແຕ່ລະເດືອນ.
  • ຜະລິດ ແລະ ນໍາໃຊ້ສື່ໂຄສະນາທີເຂົ້າໃຈງ່າຍ.

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ການເຂົ້າເຖິງກຸ່ມຊຸມຊົນ ເນື່ອງຈາກຄົນໃນຊຸມຊົນສ່ວນໃຫຍ່ແມ່ນອາໄສຕິດພັນກັບປ່າ ແລະ ອາໄສຢູ່ກະແຈກກະຈາຍ.
  • ເສັ້ນທາງການເຂົາເຖິງກຸ່ມເປົ້າໝາຍມີຄວາມຫຍຸ້ງຍາກເຮັດໃຫ້ມີຄວາມຫຍຸ້ງຍາກໃນການປະຕິບັດກິດຈະກໍາ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ວາງແຜນ ແລະ ປະສານງານກັບພາກລັດເພື່ອເຂົ້າເຖິງກຸ່ມເປົ້າໝາຍເພື່ອຂໍຄວາມຮ່ວມມືຈາກອົງການຈັດຕັ້ງບ້ານ.
  • ຈັດປະຊຸມວາງແຜນຮ່ວມກັບພາກລັດ ແລະ ການຈັດຕັ້ງບ້ານເປົ້າໝາຍ.
  • ການສ້າງສື່ທີ່ສ້າງສັນ ແລະ ແທດເໝາະກັບກຸ່ມເປົ້າໝາຍ.

...
...
...
...