ແຜນແກ້ໄຂ ບັນຫາ ປ່າໜໍ່ຂົມ ໂດຍກຸ່ມໄວໜຸ່ມບ້ານ

ID:

25

Author:

MHP

Organization:
MHP
Created date:

2019-08-15 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ສະພາບຄວາມເປັນຈິງໃນປັດຈຸບັນ ປ່າໜໍ່ຂົມເປັນແຫຼ່ງອາຫານຕາມລະດູການທີສຳຄັນສຳລັບປະຊາຊົນໃນເຂດພູດອຍໃນຊົນນະບົດ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ຈາກການເກັບໜໍ່ມາຂາຍ ເຊິ່ງມີຄົນນິຍົມກັນບໍລິໂພກຫຼາຍ ແລະ ມີລົດຊາດແຊບ, ເມືອມີຄົນເຂົ້າປ່າເກັບກຸ້ໜໍ່ຫຼາຍຂຶ້ນກໍຍິງເຮັດໃຫ້ ປ່າໜໍ່ຫຼຸດໜ້ອຍລົງ ແລະ ຍ້ອນສາເຫດອື່ນຫຼາຍຢ່າງເຊັ່ນ:

  1. ການຖ່າງປ່າເຮັດໄຮ່ໃນບໍລິເວນປ່າໜໍ່ຂົມ ແລະ ຈູດເຮັດໃຫ້ໄຟລາມປ່າ
  2. ປະຊາຊົນໄປໂລະປ່າ ດັ່ງໄຟແຕ່ງກິນແລ້ວລືມມອດ ເຮັດໃຫ້ໄຟລາມປ່າ
  3. ບໍມີລະບົບໃນການຄຸ້ມຄອງປ່າໜໍ່ຂົມ ມີຄົນເກັບໜໍ່ຊະຊາຍ ແລະ ບໍສາມາດຄວບຄຸມໄດ້
  4. ປະຊາຊົນເກັບໜໍ່ບໍຖືກວິທີ ເຮັດໃຫ້ປ່າໜໍ່ບໍ່ເພີ່ມຂຶ້ນ ຍ້ອນການຂຸດຈົນຮອດຮາກ ເຮັດໃຫ້ຕົ້ນໜໍ່ຕາຍ, ນອກຈາກນີ້ ຍັງມີຄົນບ້ານອື່ນມາລັກເກັບໜໍ່ຂົມ

ດັງນັ້ນ, ໂຄງການວ້ອຍ ຫຼື ກະບອກສຽງຂອງໄວໜຸ່ມຈຶງໃຫ້ໂອກາດເຂົາເຈົ້າ ໄດ້ສຶກສາຄົ້ນຄວ້າຫາວິທີແກ້ບັນຫາຂອງເຂົາເຈົ້າ ແລະ ຊຸມຊົນ

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ໂຄງການໄດ້ຝຶກອບຮົມ ການວ່າງແຜນ ແລະ ວິເຄາະບັນຫາ ເພື່ອແກ້ໄຂໃຫ້ກັບ ກຸ່ມໄວໜຸ່ມບ້ານໃນການນຳໃຊ້ເຄືອງມື gals ໃນການວິເຄາະຊອກຫາສາເກດຂອງບັນຫາຕ່າງໆ ໂດຍຈະສ້າງກິດຈະກຳໃນການແກ້ໄຂບັນຫາຄື່:

  1. ແບ່ງເຂດຄຸ້ມຄອງປ່າໜໍ່, ສ້າງລະບຽບຄຸ້ມຄອງປ່າໜໍ່ຂົມ ແລະ ແບ່ງຂອບເຂດເກັບກູ້ໃນແຕ່ລະປີແບບໝູນວຽນ ( ແບ່ງເຂດ, ຕິດປ້າຍໝາຍເຂດແດນ )
  2. ເຜີຍແຜ່ລະບຽບການຄຸ້ມຄອງປ່າໜໍຂົມໃຫ້ປະຊາຊົນໃນບ້ານຕົນເອງ ແລະ ບ້ານອ້ອມຂ້າງຮັບຮູ້ - ປະຕິບັດ.
  3. ຫ້າມບໍ່ໃຫ້ຖ່າງໄຮ່ ໃນເຂດປ່າໜໍ່ຂົມ, ສ້າງເຂດກັນໄຟອ້ອມໄຮ່ ແລະ ປ່າໜໍ່ຂົມ ໃນລະດູການຈູດໄຮ່ ເພື່ອປ້ອງກັນໄຟລາມປ່າ ໃຫ້ເຂັ້ມງວດ.
  4. ແນະນຳວິທີການເກັບໜໍ່ຂົມທີຖືກວິທີ ໃຫ້ທຸກຄົນໃນບ້ານ

3. ຜົນສຳເລັດຂອງໂຄງການ / Results of the project

  1. ໄວໜຸ່ມໄດ້ແຜນສ້າງເຂດຫວງຫ້າມ ແລະ ສ້າງລະບຽບຄຸ້ມຄອງປ່າໜໍ່ຂົມໃນລະດູການຕໍ່ໄປ
  2. ໄດ້ສ້າງວິດີໂອ ນຳສະເໜີບັນຫາທີເກີດຂຶ້ນກັບປ່າໜໍ່ຂົມ ແລະ ໄດ້ສະເໜີໃຫ້ປະຊາຊົນໃນບ້ານໄດ້ເຫັນເຖິງຄວາມສຳຄັນ, ບັນຫາ ແລະ ວິທີການແກ້ໄຂ

4. ປັດໄຈສູ່ຜົນສຳເລັດ / Factors of success

  1. ມີກຸ່ມໄວໜຸ່ມບ້ານ ທີສົນໃຈຢາກແກ້ໄຂບັນຫາທີພົບພໍ້ໃນບ້ານ ແລະ ມີໂຄງການສະໜັບສະໜູນເຕັກນິກວິທີການ, ຝຶກອົບຮົມການສ້າງຄວາມເຂັ້ມແຂງ ແລະ ໃຫ້ຄວາມຮູ້ແກກຸ່ມໄວໜຸ່ມ
  2. ພະນັກງານພັກລັດ ສະໜັບສະໜູນ ໃນດ້ານການອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດກິດຈະກຳຂັ້ນບ້ານ, ຂັ້ນເມືອງ
  3. ປະຊາຊົນໃຫ້ຄວາມຮ່ວມມືໃນການໃຫ້ຂໍ້ມູນ ແລະ ໃຫ້ສຳພາດ
  4. ໂຄງການສະໜັບສະໜູນງົບປະມານໃນການລົງຈັດຕັ້ງປະຕິບັດກິດຈະກຳ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  1. ຍັງບໍ່ມີໜ່ວຍງານຄຸ້ມຄອງປ່າໜໍ່ຂົມທີເຂັ້ມແຂງເທືອ ແລະ ຍັງມີຫຼາຍກຸ່ມຄົນທັງໃນບ້ານ ແລະ ຕ່າງບ້ານບຸກລຸກເກັບໜໍ່ ຫຼື ຖ່າງປ່າເຮັດໄຮ່ໃນເຂດຫ່ວງຫ້າມຂອງບ້ານ
  2. ບໍມີລະບົບໃນການຄຸ້ມຄອງປ່າໜໍຂົມ

(ຊໍ້ມູນບາງຈຳນວນຍັງບໍທັນຊັດເຈນຈຶງບໍໄດ້ຕືມໃສໃນນີ້, ຈະອັບເດດຕືມພາຍຫຼັງ)

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ຂໍ້ມູນນີ້ຍັງບໍທັນໄດ້ສຳເລັດສົມບູນດີເທືອ, ເປັນພຽງການທົດລອງອັບເດດຂໍ້ມູນ ຍັງຈະມີການປັບປຸງແກ້ໄຂໃນຕໍ່ໜ້າ

  • ຖ້າຫາກທ່ານໃດມີຄຳແນະນຳ ທີຈະເປັນປະໂຫຍດຊ່ວຍແກ້ໄຂບັນຫາທີບ້ານກຳລັງພົບພໍ້ດັ່ງທີໄດ້ຂຽນໄວ້ຂ້າງເທິງນີ້ ສາມາດແນະນຳພວກເຮົາຕືມໄດ້

...
...
...
...