ແມ່ຍິງຍັງຂາດຄວາມຮູ້ກ່ຽວກັບບົດບາດຍິງ-ຊາຍ ແລະ ການປຸກຈິດສຳນຶກ.
ແມ່ຍິງຂາດຄວາມຮູ້ກ່ຽວກັບການຮັກສາສີ່ງແວດລ້ອມ ແລະ ປ່າໄມ້.
ແມ່ຍິງຍັງຂາດການມີສ່ວນຮ່ວມໃນການເປັນຜູ້ນຳ.
ຝຶກອົບຮົມເຜີຍແຜ່ກ່ຽວກັບການປູກຈິດສຳນືກເລື່ອງບົດບາດຍີງ - ຊາຍ.
ຝຶກອົບຮົມເຜີຍແຜ່ກ່ຽວກັບການປົກປັກຮັກສາສີ່ງແວດລ້ອມ ແລະ ປ່າໄມ້.
ຝືກອົບຮົມເຜີຍແຜ່ກ່ຽວກັບການເປັນຜູ້ນຳທີ່ດີ.
ເສີມສ້າງຄວາມຍືນຍົງ ແລະ ການພັດທະນາດ້ານວິຊາຊີບຂອງແມ່ຍິງໃນການເປັນຜູ້ນຳ.
ເສີມສ້າງຄວາມເຂັ້ມແຂງຂອງແມ່ຍິງໃນການເຂົ້າເຖິງກິດຈະກຳທາງສັງຄົມໃນການພົວພັນກັບການເຂົ້າຮ່ວມການພັດທະນາຊຸມຊົນແລະ ການຮັກສາປ່າໄມ້.
ໄດ້ສະໜັບສະໜູນໃຫ້ແມ່ຍິງໃນການປະຕິບັດ. ເພື່ອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ສ້າງຄວາມອາດສາມາດໃຫ້ແກ່ແມ່ຍິງ.
ປະຊາຊົນທີ່ຢູ່ໃນເຂດ 5 ບ້ານເປົ້າໝາຍໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ.
ຄູ່ຮ່ວມງານພາກລັດໄດ້ໃຫ້ຄວາມຮ່ວມມືໃນການວາງແຜນກິດຈະກຳ.
ພະນັກງານວິຊາການ, ຫົວໜ້າໂຄງການ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ມີຄວາມຮັບຜິດຊອບສູງ ຈິ່ງສາມາດເຮັດໃຫ້ວຽກງານດຳເນີນໄປໄດ້ດີ.
ບາງຊົນເຜົ່າຍັງຍຶດຕິດກັບຄວາມຄິດທີ່ວ່າແມ່ຍິງເປັນເພດທີ່ອ່ອນແອ ບໍ່ສາມາດເປັນຜູ້ນຳໄດ້.
ປະຊາຊົນສ່ວນຫຼວງຫຼາຍບໍ່ໄດ້ຮັບການສືກສາເປັນຕົ້ນແມ່ນແມ່ຍິງທີ່ຍັງບໍ່ທັນເຂົ້າເຖິງຊັບພະຍາກອນທຳມະຊາດ ແລະ ການຮັກສາສິ່ງແວດລ້ອມ
ການສົ່ງຂໍ້ມູນຂ່າວສານ ແລະ ການປະສານງານຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈແຈ້ງ ຍ້ອນວ່າປະຊາຊົນສ່ວນຫຼາຍເປັນຄົນຊົນເຜົ່າ.
ປຸກລະດົມແນວຄິດຈິດໃຈຂອງແມ່ຍິງໃນການເປັນຜູ້ນຳ ແລະ ສ້າງຄວາມເຂັ້ມແຂງໃນສັງຄົມໃຫ້ກັບພວກເຂົາ.
ສ້າງສີ່ງອຳນວຍຄວາມສະດວກໃຫ້ແກ່ແມ່ຍິງໃນການປົກປັກຮັກສາຊັບພະຍາກອນທຳມະຊາດປ່າໄມ້ ແລະ ການຮັກສາສີ່ງແວດລ້ອມ.
ສ້າງຄູຝືກຈັດຕັ້ງປະຕິບັດການປູກຈິດສຳນຶກ ແລະ ການໂຄສະນາປະຊາຊົນໃນເຂດຊຸມຊົນເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ.