ໄວໜຸ່ມໃນເຂດຫ່າງໄກສອກຫຼີກໂດຍສະເພາະໄວໜຸ່ມທີ່ດ້ອຍໂອກາດ ແລະ ໄວໜຸ່ມຊົນເຜົ່າ ບໍ່ໄດ້ຮັບໂອກາດທາງດ້ານການສຶກສາເທົ່າທີ່ຄວນ, ສະແດງອອກວ່າມີໄວໜຸ່ມຫຼາຍຄົນທີ່ຮຽນຈົບມໍປາຍ ແລະ ບໍມີທຶນເພື່ອສຶກສາຕໍ່ ຈຶ່ງພາກັນໂຕນໄປຊອກເຮັດວຽກຢູ່ຕ່າງປະເທດ. ທາງໂຄງການເລັງເຫັນຄວາມສຳຄັນຕໍ່ບັນຫາ ຈຶ່ງມີໂຄງການກ່ຽວກັບການເສີມສ້າງຄວາມອາດສາມາດຂອງໄວໜຸ່ມດ້ອຍໂອກາດ ແລະ ໄວໜຸ່ມຊົນເຜົ່າທີ່ມີຄວາມສົນໃຈກ່ຽວກັບການຜະລິດສື່ວີດີໂອ ທີ່ສອດແຊກຄວາມຮູ້ທາງດ້ານບົດບາດຍິງຊາຍ, ຄວາມສະເໝີພາບທາງເພດ ແລະ ສຸຂະພາບຈະເລີນພັນ ທີ່ໄດ້ຮັບທຶນຈາກໂຄງການ VOICE LAOS
ເບື້ອງຕົ້ນໂຄງການໄດ້ປະກາດຮັບສະໝັກໄວໜຸ່ມທົ່ວປະເທດ,ປະສານງານເຖິງຄູຝຶກແຕ່ລະພາກສ່ວນ, ອອກແບບຫລັກສູດຮຽນ ລວມເຖິງຕາຕະລາງຮຽນເຊິ່ງມີຫຼາຍຫົວຂໍ້ເຊັ່ນ: ຄວາມຮູ້ພື້ນຖານທາງດ້ານສຸຂະພາບຈະເລີນພັນ, ການໃຫ້ຄຳປຶກສາ, ຄວາມຫຼາກຫຼາຍທາງເພດ, ບົດບາດຍິງຊາຍ, ສື່ເພື່ອການພັດທະນາ, ການປະຖົມພະຍາບານຂັ້ນຕົ້ນ, ພາວະການເປັນຜູ້ນຳທີ່ເນັ້ນພະລັງກຸ່ມແລະຄວາມສຸກ, ການບໍລິຫານລາຍຮັບລາຍຈ່າຍ,ການຂຽນບົດ,ການກຳກັບການສະແດງ ແລະ ອື່ນໆ), ຈັດສັນບັນດາອຸປະກອນເຄື່ອງຮັບໃຊ້ເຂົ້າໃນຫໍພັກນັກຮຽນ ແລະ ອື່ນໆ
ຜົນສຳເລັດຂອງກິດຈະກຳຄືໄດ້ໄວໜຸ່ມທີ່ມີຄວາມສົນໃຈ ເຂົ້າຮ່ວມໂຄງການຈຳນວນ 20ຄົນ, ເຊິ່ງພວກເຂົາມີຄວາມຫ້າວຫັນ ກ້າສະແດງອອກ ມີຄວາມເປັນເຈົ້າການສູງ ເຮັດໃຫ້ຮູ້ສຶກວ່າເລືອກໄດ້ຖືກກຸ່ມໝາຍເຂົ້າຮ່ວມໂຄງການ.
ປັດໃຈສູ່ຜົນສຳເລັດຄື: ມີຂະບວນການຄັດເລືອກທີ່ເປັນລະບົບ ມີທີມງານໂຄງການ ແລະ ຄູ່ຮ່ວມງານສຳພາດຮ່ວມກັນ ໂດຍໄດ້ສ້າງແບບຟອມສຳພາດ, ເຊິ່ງວິທີສຳພາດແມ່ນໄດ້ສຳພາດທາງໂທລະສັບ, WhatsApp, Line , Messenger (ສຳລັບຄົນທີ່ຢູ່ຕ່າງແຂວງ) ສ່ວນບຸກຄົນທີ່ຢູ່ນະຄອນຫຼວງແມ່ນສຳພາດໂຕຕໍ່ໂຕ. ເວລາສຳພາດນຳໄວໜຸ່ມແຕ່ລະຄົນ ຮູ້ສຶກໄດ້ເຖິງຄວາມຢາກ,ຄວາມກະຕືລືລົ້ນຂອງພວກເຂົາ ເຊິ່ງເຮັດໄຫ້ຄະນະກຳມະການສຳພາດຮູ້ສຶກໜັກໃຈ ແລະ ລຳບາກໃຈໃນການຄັດເລືອກ.
ໄວໜຸ່ມບາງຄົນສ່ວນຫຼາຍແມ່ນເພດຍິງ ມີຂໍ້ຈຳກັດໃນການເຂົ້າຮ່ວມໂຄງການຫຼາຍ ເຊິ່ງສະແດງອອກຢູ່ບ່ອນວ່າ ເວລາໄດ້ທຶນແລ້ວ ໂທມາຂໍສະລະສິດຍ້ອນວ່າຄອບຄົວ (ພໍ່ແມ່) ເປັນຫ່ວງເພາະລູກບໍ່ເຄີຍອອກຈາກບ້ານໄປຮຽນບ່ອນອື່ນ ຫຼື ແມ້ກະທັ້ງຊອກຢືມເງິນນຳຊາວບ້ານເພື່ອຈ້າງໃຫ້ລູກເຂົ້າຮຽນຢູ່ໄກ້ບ້ານຈຶ່ງບໍ່ໄດ້ມາວຽງຈັນ, ບາງຄົນສະໝັກທຶນອື່ນໄດ້ແລະຂໍສະລະສິດ, ບາງຄົນເຂົ້າໃຈວ່າໂຄງການຈະຊ່ວຍຊອກວຽກໃຫ້ພາຍຫລັງຮຽນສູດ.
ຖ້າມີໂຄງການລັກສະນະນີ້ ແລະ ຢາກໃຫ້ໄດ້ກຸ່ມເປົ້າໝາຍທີ່ຖືກຕ້ອງ ຄວນລົງໄປສຳພາດຢູ່ທ້ອງຖິ່ນ, ບ້ານຂອງເຂົາເຈົາ ເພື່ອຖືໂອກາດໃນການປະເມີນຄວາມພ້ອມທັງຂອງໄວໜຸ່ມເອງ ແລະ ຂອງຜູ້ປົກຄອງ ແລະທັງເປັນການສ້າງຄວາມໜ້າເຊື່ອຖື ແລະ ຢັ້ງຢືນກັບຜູ້ປົກຄອງເຖິງການຄຸ້ມຄອງໄວໜຸ່ມ,ຄວາມປອດໄພ ແລະອື່ນໆ