ການປັບປຸງຄວາມປອດໄພ ແລະ ການຄວາມເຂັ້ມແຂງຄູ່ຜົວເມຍໃໝ່

ID:

35

Author:

ADWLE

Organization:
ADWLE
Created date:

2020-01-13 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ໃນປະຈຸບັນສະພາບການດໍາລົງຊີວິດໃນແຕ່ລະຄອບຄົວ ຜົວເມຍແມ່ນມັກຜິດຖຽງກັນ, ບໍ່ໃຫ້ກຽດກັນ ບໍ່ຮູ້ວິທີການວາງແຜນໃນອະນາຄົດ ເຮັດຫຍັງບໍ່ມີເປົ້າໝາຍ ຄອບຄົວມີບັນຫາເນື່ອງຈາກວ່າ ບໍ່ມີຄວາມຮູ້ດ້ານໃດ ແລະ ຈະເປັນບັນຫາໃຫຍ່ທີ່ສຸດຖ້າບໍ່ມີການແກ້ໄຂໃນແຕ່ເລີ່ມຕົ້ນ ສະນັ້ນ ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ຈຶ່ງໄດ້ເລັ່ງໃສ່ ແລະ ເຫັນເຖິງບັນຫາອີກດ້ານໜຶ່ງຂອງປະເທດໃນການພັດທະນາບຸກຄະລາກອນດ້ານສະຕິປັນຍາ ເພື່ອຫຼີກລ້ຽງບັນຫາຄວາມບໍ່ສະຫງົບໃນຄອບຄົວ ແລະ ປະເທດຊາດເອງ

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ຝຶັກອົບຮົມ ເຄື່ອງມື GALs ໃຫ້ກັບຄູ່ຜົວເມຍໃໝ່ ເພື່ອໃຫ້ຮູ້ຈັກການວາງແຜນໃນການດໍາລົງຊີວິດ
  • ແລກປ່ຽນຖອດຖອນບົດຮຽນກັບຄູ່ຜົວເມຍ

  • ຝຶກອົບຮົມ ບົດບາດຍິງຊາຍ, ສົນທິສັນຍາຊີດໍ, ກົດໝາຍທີ່ກ່ຽວພັນກັບແມ່ຍິງ

  • ການເຂົ້າເຖິງລະບົບຍຸຕິທໍາຂອງແມ່ຍິງໂດຍການໃຫ້ຄໍາປຶກສາບັນຫາຕ່າງໆສ້າງກຸ່ມຍິງ, ກຸ່ມຊາຍ ແລະ ຄູ່ຜົວເມຍແບບຢ່າງເພື່ອເຜີຍແຜ່ວຽກງານສູ່ສັງຄົມ

3. ຜົນສຳເລັດຂອງໂຄງການ / Results of the project

ຈາກການຝຶກອົບຮົມຫຼາຍຫົວຂໍ້ ສັງເກດເຫັນວ່າ ມີຫຼາຍຄອບຄົວ ພື້ນທີ່ຊຸມຊົນມີການປ່ຽນແປງ ການດໍາລົງຊີວິດມີຄວາມສະຫງົບສຸກຄອບຄົວປອງດອງການ ຮູ້ຈັກການວາງແຜນອະນາຄົດ. ກໍລະນີສຶກສາ ຄູ່ຜົວເມຍໃໝ່ບ້ານເປົ້າໝາຍຂອງຊຸມຊົນ ໄດ້ເວົ້າວ່າ ຈາກການຮຽນຮູ້ບົດຮຽນຂອງໂຄງການໄດ້ນໍາເອົາບົດຮຽນ ໄປນໍາໃຊ້ມນການດໍາລົງຊີວິດ, ການທໍາມາຫາກິນ ວາງແຜນເພື່ອອະນາຄົດ, ຮູ້ສິດທິຂອງຕົນເອງຫຼາຍຂຶ້ນ ເມື່ອກ່ອນບໍ່ຮູ້ຈັກຫຍັງ ຄອບຄົວມັກຜິດຖຽງກັນ ຜົວມັກດື່ມຂອງມືນເມົາກັບບ້ານໃຊ້ຄວາມຮຸນແຮງກັບຄອບຄົວ ແຕ່ຕອນນີ້ມີການປ່ຽນແປງ ຮູ້ຈັກທໍາມາຫາກິນ ຮັກຄອບຄົວ ຄອບຄົວມີຄວາມອົບອຸ່ນຫຼາຍຂຶ້ນ. ຖ້າຊຸມຊົນເຮົາທຸກຂົງເຂດໄດ້ຮຽນຮູ້ເລື່ອງບົດຮຽນຊຸມຊົນນັ້ນກໍຈະປາສະຈາກຄວາມບໍ່ສະຫງົບສຸກ.

4. ປັດໄຈສູ່ຜົນສຳເລັດ / Factors of success

  • ປະສານງານ ແລະ ຮ່ວມມືກັບຊຸມຊົນ

  • ສ້າງຕົວແບບທີ່ດີເພື່ອນໍາໄປເປັນແບບຢ່າງໃຫ້ສັຝຄົມໄດ້ເຫັນ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ຄວາມລຶງເຄີຍກັບກຸ່ມເປົ້າໝາຍ ເນື່ອງຈາກວ່າພວກເຮົາບໍ່ມີພະນັກງານພາກສະໜາມທີ່ອາໃສຢູ່ກັບຊຸມຊົນເຮັດໃຫ້ການເຂົ້າເຖິງຈິດໃຈທີ່ແທ້ຈິງຂອງກຸ່ມເປົ້າໝາຍຍັງບໍ່ໄດ້ເທົ່າທີ່ຄວນ ແລະ ຫຼາຍຄົນຍັງບໍ່ທັນຮູ້ຊື່ຂອງໂຄງການທີ່ພວກເຮົາຈັດຕັ້ງປະຕິບັດຢູ່ນັ້ນແມ່ນຫຍັງ

  • ກຸ່ມເປົ້າໝາຍສ່ວນໃຫຍ່ແມ່ນເຮັດວຽກຕາມໂຮງງານ ການທີ່ຈະລວມຕົວຂອງກຸ່ມແມ່ນຕ້ອງໄດ້ອີງຕາມມື້ພັກ ວັນທິດ ແລະ ວັນສິນ ເທົ່ານັ້ນ ຖ້າຈັດໃນມື້ທີ່ກຸ່ມເປົ້າໝາຍເຮັດວຽກ ພວກເຂົາຕ້ອງຖືກນາຍທຶນຕັດເງິນຂອງມື້ເຮັດວຽກນັ້ນ ສະນັ້ນ ເວລາທີ່ມີກອງປະຊຸມຈຶ່ງເຂົ້າຮ່ວມບໍ່ໄດ້ເຕັມເມັດເຕັມໜ່ວຍ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ສໍາລັບຜູ້ທີ່ຈະເຮັດໂຄງການກັບຊຸມຊົນ ຄວນເບິ່ງເວລາຂອງຜູ້ເຂົ້າຮ່ວມ ພວກເຂົາເຈົ້າມີຄວາມສະດວກ ແລະ ສາມາດເຂົ້າຮ່ວມໃນເວລາໃດ

  • ການປະສານາງານຄວນປະສານງານກ່ອນກອງປະຊຸມຈະເລິ່ມ 1​ອາທິດ ແລະ ມີການຕິດຕາມຜູ້ຈະເຂົ້າຮ່ວມກ່ອນຮອດມື້

...
...
...
...