ການປັບປຸງທັກສະ ແລະ ລາຍໄດ້ທົ່ວໄປ ສຳ ລັບ LDWDC ແລະ PWD

ID:

36

Author:

LDWDC

Organization:
LDWDC
Created date:

2020-01-13 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ໄດ້​ສຸມ​ໃສ ໃນ​ການ​ສົ່ງ​ເສີມ ການ​ເຮັດ​ທຸ​ລະ​ກິດ​ ຕັດ​ຫຍີບ ​ໃຫ້​ກັບ​ນັກ​ຮຽນ​ທີ່​ສີ້ນ​ສຸດ​ການ ຝອ​ຮ ຕັດ​ຫຍີບ ຢູ່​ກັບ​ບ້ານຂອງພວກ​ເຂົາ​ເຈົ້າ​ເອງ ນອກ​ນີ້ ຍັງໄດ້ເພີ້ມ​ທະ​ວີ​ທັກ​ສະ ຄວາມ​ຮູ້​ທາງ​ດ້ານ ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ, ສຸ​ກຂະ​ສຶກ​ສາ, ການ​​ຢູ່​ຮ່ວມ​ກັນ​ແບບສັນ​ຕິ​ສຸກ ແລະ ແກ້​ໄຂ​ຂໍ້​ຂັດ​ແຍ່ງ ໃຫ້​ກັບ ສະ​ມາ​ຊິກ​ຄົນ​ພິ​ການ ​ແລະ ​ອຳ​ນາດ​ພາກ​ລັດມີ: ຮ​ສ​ສ ຂັ້ນແຂວງ, ຮ​ສ​ສ ຂັ້ນ​ເມືອງ, ສະ​ຫະ​ພັນ​ແມ່​ຍິງ​ຂັ້ນ​ແຂວງ, ສະ​ຫະ​ພັນ​ແມ່​ຍິງ​ຂັ້ນ​ເມືອງ ແລະ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ບ້ານ

ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກໍ່​ໄດ້ສ້າງ​ຄວາມ​ເຂັ້ມ​ແຂງ,  ດ້ານ​ພັດ​ທະ​ນາ​ສັງ​ຄົມ​ສົງ​ເຄາະ ໃນ​ການ​ຈັດ ຝອ​ຮ ກ່ຽວ​ກັບ​ການ​​ຢູ່​ຮ່ວມ​ກັນ​ແບບ​ສັນ​ຕິ​ສຸກ ແລະ ແກ້​ໄຂ​ຂໍ້​ຂັດ​ແຍ່ງ ໃຫ້​ກັບສະ​ມາ​ຊິກ​ຄົນ​ພິ​ການ , ອຳ​ນາດ​ການ​ປົກ​ຄອງ​ພາກ​ລັດ: ຫ້ອງ​ການ​ແຮງ​ງານ​ແຂວງ, ຫ້ອງ​ການ​ແຮງ​ງານ​ເມືອງ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

- ການລີ​ເລີ້ມ​ເຮັດ​ທຸ​ລະ​ກິດ ຕັດ​ຫຍິບ​ເຄຶ່ອງ​ນຸ່ງ​ຍີ-ຊາຍ ໃຫ້​ກັບ​ນັກ​ຮຽນ​ທີ່​ຈົບ ການ ຝອ​ຮ ຈາກ ທາງ​ໂຄງ​ການ

- ການ​ຈັດ ຝອ​ຮ ການ​ຢູ່​ຮ່ວມ​ກັນ​ແບບ​ສັນ​ຕິ​ສຸກ ແລະ ການແກ້​ໄຂ​ຂໍ້​ຂັດ​ແຍ່ງ.

- ການ​ເຜີຍ​ແຜ່​ ສິດ​ສະ​ເໝີ​ພາບ​ຍິງ-ຊາຍ

- ການ​ເຜີຍ​ແຜ່​​ການ​ໃຫ້​ຄວາມ​ຮູ້ພື້ນ​ຖານ​ກ່ຽວ​ກັບ ​ສຸ​ຂະ​ສຶກ​ສາ ແລະ ການ​ເຂົ້າ​ເຖີງ​   ການ​ບໍ​ລິ​ການ.

3. ຜົນສຳເລັດຂອງໂຄງການ / Results of the project

- ເພື່ອປະກອບສ່ວນໃນການພັດທະນາຄົນພິການ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນເຊັ່ນ: ໄດ້ເຮັດໃຫ້ຄົນພິການ ມີຄວາມຮູ້ຄວາມສາມາດ ດ້ານການຜະລິດເຕົາປະຢັດ, ດ້ານການຜະລິດຄຸ. ເຮັດໃຫ້ຄົນພິການມີອາຊີບ, ມີວຽກເຮັດງານທຳ, ມີລາຍຮັບເພື່ອຊ່ວຍເຫຼືອຕົນເອງ - ກຸ້ມຕົນເອງ ແລະ ຊ່ວຍເຫຼືອຄອບຄົວ.

- ໄດ້ຊ່ວຍເຮັດໃຫ້ ອຳນາດການປົກຄອງບ້ານຮັບຮູ້ ແລະ ເຂົ້າໃຈເຖິງສິດທິຂອງຄົນພິການ, ວິທີການທີ່ຈະຊ່ວຍໃຫ້ຄົນພິການ ໄດ້ເຂົ້າຮອດເຂົ້າເຖິງການມີອາຊີບມີວຽກເຮັດງານທຳ

4. ປັດໄຈສູ່ຜົນສຳເລັດ / Factors of success

  • ເຮັດ​ໃຫ້ ແມ່​ຍິງ​ພິ​ການ​ມີ​ອາ​ຊີບ​ ມີ​ທຸ​ລະ​ກິດເປັນ​ຂອງ​ຕົນ​ເອງ ແລະ​ ເຮັດ​ພວກ​ເຂົາ​ເຈົ້າໄດ້​ນຳ​ໃຊ້​ບົດ​ຮຽນ​ທີ່​ໄດ້​ຮ​ຽນ​ຮູ້​ມາ​ນຳ​ໄປ​ພັດ​ທະ​ນາ​ເຮັດ​ໃຫ້​ຕົນ​ເອງ​ສາ​ມາດ​ມີ​ລາຍ​ຮັບ​ໄດ້, ​ຍັງສາ​ມາດ​ຊ່ວຍ​ເຫຼືອ​ຄົວ​ຄອບ ແລະ ຫຼຸດ​ຜ່ອນ​ການ​ເປັນ​ພາ​ລະ ຂອງ ສັງ​ຄົມ.ມັນ​ໄດ້​ເຮັດ​ທາງ ອຳ​ນາດ​ການ​ຈັດ​ຕັ້ງ​ທ້ອງ​ຖີ່ນ ຂອງ ພວກ​ເຂົາ​ເຈົ້າ​ໄດ້​ຮັ​ບ​ຮູ້ ແລະ ເຂົ້າ​ໃຈ​ວ່າ ຄົນ​ພິ​ການ ກໍ່​ເປັນ​ຄົນນື່ງ ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ຄວນ​ຈະ​ສົ່ງ​ເສີມ​ພວກ​ເຂົາ ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ມີ​ການ​ດຳ​ລົງ​ຊີ​ວິດ ແບບ​ຄົນ​ທົ່ວ​ໄປ​ໄດ້.

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

- ຂອດການປະສານງານໃນການປ້ອນຂໍ້ມູນເຖິງຜູ້ທີ່ໄດ້ຮັບ

-   ໂຄງການໃດທີ່ຈະເຮັດວຽກ ຫຼື ຝ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ກ່ອນອື່ນເຮົາຕ້ອງມີການຝຶກອົບຮົມ ແລະ ປູກຈິດສຳນຶກໃຫ້ກັບເຂົາເຈົ້າກ່ອນ

...
...
...
...