ເດັກນ້ອຍພິການບໍ່ໄດ້ເຂົ້າໂຮງຮຽນ ແລະ ອອກໂຮງຮຽນກາງປີ

ID:

39

Author:

ACDA

Organization:
ACDA's
Created date:

2020-01-13 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ເດັກນ້ອຍພິການບໍໄດ້ເຂົ້າໂຮງຮຽນ ແລະ ອອກໂຮງຮຽນກາງປີ, ບໍ່ມີລໍ້ເລື່ອນ ສິ່ງອຳນວຍຄວາມສະດວກໃນການເດີນທາງ, ຄອບຄົວທຸກຍາກ ບໍ່ມີລາຍໄດ້, ເປັນພາລະໃຫ້ຄອບຄົວໃນການໄປມາ ແລະ ການເຂົ້າເຖິງການບໍລິການຕ່າງໆ

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ມອບອຸປະກອນ ເຄື່ອງຄໍ້າຊູ ເພື່ອອຳນວຍຄວາມສະດວກໃຫ້ແກ່ ເດັກນ້ອຍພິການ ຊ່ວຍໃຫ້ເຂົາເຈົ້າໄດ້ນຳໃຊ້ເຂົ້າໃນການເດີນທາງ ໄປສຶກສາ ແລະ ການບໍລິການຕ່າງໆ
  • ສົ່ງເສີມໃຫ້ເດັກນ້ອຍພິການໄດ້ຮັບການສຶກສາ ຢ່າງນ້ອຍ ໃຫ້ຮຽນຈົບຊັ້ນປະຖົມ-ມັດທະຍົມ. 
  • ຝືກສອນແບບການມີສ່ວນຮ່ວມ ລວມທັງການສ້າງກຸ່ມຮຽນຮູ້ສິດທິເດັກ

3. ຜົນສຳເລັດຂອງໂຄງການ / Results of the project

ເຮັດໃຫ້ນັກຮຽນມີເຄື່ອງຄ້ຳຊູ ໃນການຊ່ວຍເຫຼືອຕົນເອງໃຫ້ເດີນທາງງ່າຍຂື້້ນ

ນັກຮຽນໄດ້ເຂົ້າໂຮງຮຽນ ຈົບຊັ້ນປະຖົມ ແລະ ມັດທະຍົມ.

4. ປັດໄຈສູ່ຜົນສຳເລັດ / Factors of success

  • ໄດ້ມີການຮ່ວມມືຈາກຫຼາຍພາກສ່ວນທີ່ເຫັນເຖິງຄວາມສຳຄັນໃນການຊ່ວຍເຫຼືອເດັກນ້ອຍພິການ ໃຫ້ໄດເຂົ້າເຖິງການສຶກສາ ແລະ ການບໍລິການຕ່າງໆ. 
  • ໄດ້ຮັບການຮ່ວມມື ແລະ ສະຫນັບສະຫນູນຈາກສະມາຄົມເດັກນ້ອຍພິການ ຈາກປະເທດຍີ່ປຸ່ນ ທີ່ມອບອຸປະກອນເຄື່ອງຄໍ້າຊູ.
  • ການປະສານງານກັບພາກສ່ວນທີ່ກ່ຽວຂ້ອງຢ່າງສະໝ່ຳສະເໝື ເພື່ອໃຫ້ບັນລຸເປົ່າໝາຍທີ່ຕັ້ງໄວ້.

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ບາງຄອບຄົວກໍ່ບໍ່ເຫັນຄວາມສໍາຄັນ ເຮັດໃຫ້ຂາດການຮ່ວມມືທີ່ດີ.
  • ບາງຄອບຄົວຍັງບໍເປີດໃຈ ເພາະເປັນຫ່ວງລູກຕົນເອງຫລາຍ. 

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ຢາກໃຫ້ເຫັນມີຫຼາຍອົງກອນ ເຮັດວຽກແບບມີສ່ວນຮ່ວມ ໃນການສົ່ງເສີມເດັກນ້ອຍພິການ ໃຫ້ເຂົ້າເຖິງການສຶກສາ ແລະ ໃຫ້ເຂົາຮັບຮູ້ - ເຂົ້າເຖິງສິດຕ່າງໆ ເຊັ່ນ: ໃນການບໍລິການ, ການມີສ່ວນຮ່ວມ, ການຟື້ນຟູສຸຂະພາບ, ການມີວຽກເຮັດງານທຳ ແລະ ອື່ນໆ.

...
...
...
...