ການຝຶກອົບຮົມທິດສະດີ ເພີ້ມທັດສະ ຄວາມຮູ້ຄວາມສາມາດ ການປູການ ການລ້ຽງ, ການບົວລະບັດຮັກສາ ແລະ ໃຫ້ທືນຂະຫນາດນ້ອຍ

ID:

41

Author:

ACDA

Organization:
ACDA's
Created date:

2020-01-13 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ກິດຈະກຳ ການປູກພືດຜັກສວນຄົວອີນຊີ ແລະ ການແຍກຂີ້ເຫຍື້ອພາຍໃນຊຸມຊົນຊື່ງໂຄງການດັ່ງກ່າວຈະຊ່ວຍໃຫ້ບັນດາເດັກນ້ອຍ,ກຸ່ມຄົນພິການແລະ ຄອບຄົວແມ່ຍີງຊົນເຜົ່າພາຍໃນບ້ານໄດ້ມີສ່ວນຮ່ວມໃນການເພີ້ມພື້ນທີ່ສີຂຽວ ແລະ ເຮັດໃຫ້ສະພາບແວດລ້ອມພາຍໃນຊຸມຊົນສະອາດງາມຕາ. ການສ້າງປື້ມຄູ່ມື ເທັກນິກການປູກຜັກ ແລະ ເຫັດນາງລົມ ການລ້ຽງປາ ລ້ຽງກົບ ເພືອໃຫ້ເຂດເປົ່າຫມາຍໄດ້ມີອາຊີບລ້ຽງກຸ່ມຕົນເອງ ຫລຸດຜົ້ນອອກຈາກຄວາທຸກຍາກ

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  •  ໄດ້ແລກປ່ຽນການຮຽນຮູ້ ທິດສະດີ ການລ້ຽງ ເພີ້ມທັດສະ ຄວາມຮູ້ຢ່າງເລິກເຊິງ ເພືອໃຫ້ເໝາະສົມກັບຄວາມຕ້ອງການຂອງເຂົາເຈົ້າ ເພື່ອສ້າງຄວາມສາມະຄີໃຫ້ມີຄວາມເປັນເອກະພາບກັນ ສະຫະພັນແມ່ຍິງບ້ານ ອຳນວຍການໂຮງຮຽນ ແລະ ກຸ່ມຄົນພິການບ້ານ ຮ່ອງສຸພາບ ໄດ້ມີການຮ່ວມມືກັນເປັນຢ່າງດີ
  • ສະມາຊິກແຕ່ລະຄົນມີຄວາມເອົາໃຈໃສ່ ຫ່າວຫັ່ນແລະ ແລກປ່ຽນບົດຮຽນ ທີ່ທາງສະມາຊິກໄດ້ປະຕິບັດຕົຈິງ ແລະ ເປັນເອກະພາບກັນ
  • ມີຄວາມສາມະຄີ ເຮັດວຽກຢ່າງເອົາຈິງເອົາຈັງ ມີຄວາມອົດທົນເສຍສະຫຼະຫ່າວຫັ້ນ

3. ຜົນສຳເລັດຂອງໂຄງການ / Results of the project

  1. ເພື່ອໃຫ້ໂຮງຮຽນປະຖົມສົມບູນບ້ານຮອງສຸພາບໄດ້ມີສ່ວນຄົວສາທິດເພື່ອເປັນບ່ອນຮຽນຮູ້ໃນການອອກແຮງງານຂອງເດັກແລະເປັນການສ້າງລາຍຮັບໃຫ້ແກ່ໂຮງຮຽນ
  2. ເພື່ອໃຫ້ສູນພັດທະນາຄົນພິການ(ສະມາຄົມຄົນພິການເມືອງໄຊເສດຖາ)ເປັນບ່ອນຮຽນຮູ້ໃນການປູກການລ້ຽງໃຫ້ແກ່ສະມາຊີກຄົນພິການເພື່ອສ້າງລາຍຮັບ.
  3. ເພື່ອໃຫ້ສະມາຊິກຄົນພິການ ມີໄດ້ຮັບສາມາດຊ່ວຍເຫລື່ອຕົນເອງໄດ້ບໍ່ເປັນພາລະໃຫ້ແກ່ຄອບຄົວ,ສັງຄົມ

 

4. ປັດໄຈສູ່ຜົນສຳເລັດ / Factors of success

ການນຳສະເໜີ ການຮຽນຮູ້ທິດສະດີ ເພີ້ມທັດສະ ວິທີການປູກເຫັດ ຜັກສວນຄົວ ແລະ ການລ້ຽງກົບ - ດ້ວງ - ປາ ແລະ ລົງປະຕິບັດຕົວຈິງ ວິທີການຜະລິດເຫັດນາງລົມ ເຫັນໄດ້ວ່າ ກໍ່ມີຄວາມສາມະຄີກັນດີ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ລົງຕົວຈິງ, ວິທີການລ້ຽງ ການປະເມີນຄວາມສ່ຽງ ບັນຫາ ແລະວິທີການແກ້ໄຂ້ ໃນການລົງມືຈັດຕັ້ງປະຕິບັດ.ໄດ້ການສະຫນັບສະຫນູນຈາກ ກະຊວງພາຍໃນ ຈີປາ

 

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

ມີເວລາຈຳກັດ,ຫລັງຈາກໄດ້ມອບທືນແລ້ວ ອາກາດມີການປ່ຽນແປງ ຫນາວຫລາຍເຮັດໃຫ້ສັດລ້ຽງຕາຍ ແລະ ຜົນຜະລິດເຫັດກໍ່ອອກຊ້າ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ເວລາໃຫ້ເຫມາະສົມກັບການຜະລິດ 

...
...
...
...