ການສ້າງເຄື່ອຂ່າຍ ແລະ ການສ້າງຕັ້ງກຸ່ມຊ່ວຍເຫຼືອຕົນເອງຂອງຜູ້ພິການ

ID:

49

Author:

LDPAXK

Organization:
LDPA XK
Created date:

2020-01-13 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

  • ຜູ້ພິການບໍ່ມີຄວາມເຂົ້າໃຈກ່ຽວກັບເຄື່ອຂ່າຍ ແລະ ການຈັດຕັ້ງນໍາພາຂອງເຄື່ອຂ່າຍ.
  • ຜູ້ພິການຢູ່ໃນກຸ່ມນີ້ຍັງບໍ່ຮູ້ແບບແຜນ ແລະ ວິທີເຮັດວຽກຂອງເຄື່ອຂ່າຍ.
  • ຜູ້ພິການຍັງບໍ່ມີທັກຊະໃນການວາງແຜນຂອງເຄື່ອຂ່າຍ ແລະ ພາລະບົດບາດຂອງຕົນທີ່ຢູ່ໃນເຄື່ອຂ່າຍ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ຝຶກ​ອົບ​ຮົມ​ກ່ຽວ​ກັບ ບົດ​ສະ​ເໜີ​ຫົວ​ຂໍ້​ເຄື່ອ​ຂ່າຍ.
  • ເຮັດບົດຝຶກຫັດແຜນພັດທະນາຂອງກຸ່ມ.
  • ວາງແຜນການວິທີການສ້າງເຄື່ອຂ່າຍ ແລະ ກຸ່ມຂອງຄົນພິການ

3. ຜົນສຳເລັດຂອງໂຄງການ / Results of the project

  • ຜູ້​ພິ​ການສາມາດຮັບຮູ້ ແລະ ເຂົ້າເນື້ອໃນການດໍາເນີນກິດຈະກໍາຂອງໂຄງການ.
  • ຜູ້ພິການເຂົ້າໃຈ,ຮັບຮູ້ກ່ຽວກັບການສ້າງຕັ້ງເຄື່ອຂ່າຍ ແລະ ຄວາມສໍາຄັນຂອງເຄື່ອຂ່າຍ.
  • ຜູ້ເຂົ້າຮ່ວມສາມາດເຂົ້າໃຈໃນການວາງແຜນພັດທະນາຕົນເອງເປັນກຸ່ມ.
  •  ໄດ້ມີການຈັດຕັ້ງກຸ່ມຄົນພິການເກີດຂື້ນ 5 ກຸ່ມໃນເຂດກຸ່ມບ້ານລາດບວກ.
  • ໄດ້ມີແຜນການພັດທະນາຕົນເອງຂອງແຕ່ລະກຸ່ມ ແຕ່ນີ້ຈົນຈົບໂຄງການ.

4. ປັດໄຈສູ່ຜົນສຳເລັດ / Factors of success

  • ກຸ່ມເປົ້າໜາຍໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ.
  • ຄູ່ຮ່ວມງານພາກລັດໄດ້ໄຫ້ຄວາມຮ່ວມໄມ້ຮ່ວມມືໃນການເຮັດຈິດຈະກຳ.
  • ພະນັກງານວິຊາການ.ຫົວໜ້າໂຄງການ.ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ມີຄວາມຮັບຜິດຊອບສຸງຈື່ງສາມາດເຮັດໃຫ້ວຽກງານດຳເນີນໄປໄດ້ດີ.

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ໂດຍລວມແລ້ວແມ່ນມີຄວາມຕັ້ງໃຈເຂົ້າຮ່ວມຢ່າງສະໜຳສະເໝີຂອງນັກສຳມະນາກອນທຸກທ່ານ ແຕ່ມີບັນຫາທາງການສືສານທາງພາສາ ແລະ ຄວາມຮູ້ຟື້ນຖານຂອງແຕ່ລະຄົນບໍ່ຄືກັນເພາະຜູ້ພິການບາງຄົນຫູກາຍບໍ່ໄດ້ຍິນດີ ບາງຄົນພັດຕາພາງເບິ່ງບໍ່ແຈ້ງ.
  • ໃນການຝຶກອົບຮົມຄັ້ງນີ້ແມ່ນຄູຝຶກໄດ້ເນັ້ນແຕ່ການສອບຖາມຕົວຈິງໄປເລີຍໂດຍໄດ້ຖາມຕົວຈິງເອົາເຫດການຕົວຈິງມາເວົ້າກັນເລີຍ.
  • ການເດີນທາງເຂົ້າຮ່ວມບາງຄົນຍັງຊັກຊ້າຕໍ່ເວລາທີ່ກຳນົດໄວ້ ສາເຫດອາດຈະຢູ່ໃກຈາກພື້ນທີ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ຕ້ອງນໍາສະເໜີໃຫ້ເນັ້ນໜັກບົດຮຽນໃຫ້ຫຼາຍ, ການອະທິບາຍບົດຮຽນແມ່ນຕ້ອງໃຫ້ເວົ້າສະເພາະເຈາະຈົງ, ບໍ່ໃຫ້ອະທິບາຍແບບລວມໆ ແລະ ເນັ້ນໜັກຂໍ້ສຳຄັນ.
  • ຕ້ອງໃຫ້ຄູຝຶກເເນະນຳໃນຫົວຂໍ້ຄວນປັບປຸງຂອງແຕ່ລະກຸ່ມຮັບຕົວຈິງໂລດ, ເພື່ອໃຫ້ເປີດການສົນທະນາ ແລະ ວິທີທາງແກ້ໄຂ.
  • ຕ້ອງໃຫ້ອະທິບາຍລະອຽດ, ຊ້າໆ, ມີເອກະສານຢາຍໃຫ້ຕອນຝຶກອົບຮົມ.
  • ຕ້ອງໃຫ້ກິດຈະກຳຕິດພັນກັບການເຮັດວຽກຕົວຈິງ.

...
...
...
...