ການນໍາໃຊ້ປະຕິທິນກົດໝາຍ: ການເຜີຍແຜ່ຂໍ້ມູນກ່ຽວກັບສິດທິຂອງປະຊາຊົນຕໍ່ກັບທີ່ດິນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ID:

53

Author:

LIWG

Organization:
LIWG
Created date:

2020-01-13 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ເນື່ອງຈາກວ່າປະຊາຊົນບັນດາເຜົ່າ ໂດຍສະເພາະປະຊາຊົນທີ່ຢູ່ຫ່າງໄກສອກຫຼີກແມ່ນອາໄສຊັບພະຍາກອນທໍາມະຊາດ ເພື່ອການດໍາລົງຊີວິດ ໂດຍສະເພາະແມ່ນ ການນໍາໃຊ້ທີ່ດິນ ເພື່ອການຜະລິດຜົນລະປູກ ທີ່ເປັນແຫຼ່ງສະບຽງອາ ຫານຫຼັກຂອງປະຊາຊົນ ແຕ່ພວກເຂົາພັດມີຂໍ້ກໍາກັດໃນການເຂົ້າເຖິງຂໍ້ມູນຕ່າງໆ ທີ່ຕິດພັນກັບການນໍາໃຊ້ຊັບພະ ຍາກອນທໍາມະຊາດ ແລະ ທີ່ດິນ ໂດຍສະເພາະສິດທິຂອງຕົນເອງຕໍ່ກັບຊັບພະຍາກອນດັ່ງກ່າວ.

ເມື່ອເປັນແນວນັ້ນທາງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ຈຶ່ງໄດ້ມີການຜະລິດ ປະຕິທິນກົດໝາຍ ໂດຍມີຈຸດປະສົງເພື່ອໃຫ້ຂໍ້ມູນທາງດ້ານກົດໝາຍ ແກ່ປະຊາຊົນບັນດາເຜົ່າໂດຍນໍາເອົາເນື້ອຫາຂອງກົດໝາຍຕ່າງໆ ທີ່ຕິດພັນກັບ ຊັບພະຍາກອນທໍາມະຊາດ ແລະ ທີ່ດິນ ແລະ ສິດທິຂັ້ນພື້ນຖານຂອງພົນລະເມືອງລາວ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ພວກເຮົາຈະເຫັນໄດ້ວ່າ ບັນດາປະຊາຊົນ ແມ່ນຍັງມີຂອບເຂດຈໍາກັດໃນການເຂົ້າເຖິງຂໍ້ມູນຂ່າວສານ ໂດຍສະເພາະ ຂໍ້ມູນທາງດ້ານກົດໝາຍ ແລະ ນະໂຍບາຍຕ່າງໆ ທີ່ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ເຊິ່ງສົ່ງຜົນໃຫ້ເວລາທີ່ເກີດມີບັນຫາ ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຜົນກະທົບ, ສູນເສຍສິດຂອງຕົນຕໍ່ກັບທີ່ດິນ ແລະ ບໍ່ສາ ມາດປົກປ້ອງສິດຂອງຕົນເອງໄດ້. ເມື່ອເປັນແນວນັ້ນຈຶ່ງເຮັດໃຫ້ມີການລວມໂຕກັນຂອງບັນດາສະາຊິກ ກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ເປັນອົງການຈັດຕັ້ງທາງດ້ານສັງຄົມ ປຶກສາຫາລືກັນ ເພື່ອຫາແນວທາງໃນການແກ້ໄຂບັນຫາ ຊ່ອງວ່າງທີ່ເກີດຂື້ນ ແລະ ໃນທີ່ສຸດທາງກຸ່ມກໍ່ໄດ້ຂໍ້ຕົກລົງຮ່ວມກັນວ່າ ການສ້າງປະຕິທິນກົດໝາຍ ແມ່ນວິທີການອັງໜຶ່ງ ເພື່ອຊ່ວຍແກ້ໄຂຊ່ອງວ່າງທີ່ເກີດຂື້ນ ແລະ ເປັນວິທີການທີ່ເໝາະສົມ ກັບບັນດາສະມາຊິກທີ່ສາ ມາດນໍາໄປໃຊ້ໃນພື້ນທີ່ຊຸມຊົນຂອງຕົນເອງໄດ້.

ຂະບວນການຜະລິດປະຕິທິນກົດໝາຍຂອງກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ແມ່ນເປັນການເຮັດວຽກຮ່ວມກັນຂອງບັນດາສະມາຊິກ ທີ່ເປັນອົງການຈັດຕັ້ງທາງດ້ານສັງຄົມ ໂດຍສະເພາະອົງກອນທີ່ເຮັດວຽກດ້ານການສົ່ງເສີມດ້ານສິດທິຂອງຊຸມຊົນ, ທີ່ດິນ, ປ່າໄມ້ ແລະ ສິ່ງແວດລ້ອມ ໂດຍອີງໃສ່ ກໍລະນີສຶກສາທີ່ເກີດຂື້ນຕົວຈິງໃນຊຸມຊົນ ຄວາມເປັນຈິງທີ່ເກີດຂື້ນໃນພື້ນທີ່ ໂດຍອາໄສການນໍາເອົາຂໍ້ມູນເຫຼົ່ານັ້ນມາປຶກສາຫາລືກັນ ແລ້ວຮ່ວມກັນຄັດເລືອກ ເນື້ອຫາ ຫຼື ກົດໝາຍທີ່ກ່ຽວຂ້ອງມາເປັນໂຕພື້ນຖານ ໃນການສ້າງແຕ່ລະຫົວຂໍ້ປະຕິທິນກົດໝາຍ. ການເຮັດວຽກຂອງກຸ່ມນີ້ເຮົາເອີ້ນວ່າ: ກຸ່ມພັດທະນາປະຕິທິນກົດໝາຍ ໂດຍມີການເຮັດວຽກຮ່ວມກັບຮອບປີ ຂອງແຕ່ລະປີ ເພື່ອຮ່ວມກັນພັດທະນາປະຕິທິນຂອງປີນັ້ນໆ.

ເຫດຜົນທີ່ພວກເຮົາອີງໃສ່ຄວາມເປັນຈິງທີ່ເກີດຂື້ນໃນສັງຄົມມາເປັນໂຕອ້າງອີງພື້ນຖານກໍ່ເພາະວ່າ ຂໍ້ມູນໃນປະຕິ ທິນນີ້ ແມ່ນຈະເປັນຊ່ວຍສົ່ງຄວາມຄວາມຮູ້ ແລະ ເພື່ອການແກ້ບັນຫາຕ່າງໆທີ່ປະຊາຊົນໃນທ້ອງຖິ່ນປະເຊີນ ໂດຍສະເພາະປະຊາຊົນເຂດຫ່າງໄສອກຫລີກ ໂດຍການນໍາເອົາເນື້ອໃນທີ່ມີໃນປະຕິທິນກົດໝາຍນັ້ນ ລົງໄປເຜີຍແຜ່ແກ່ບັນດາປະຊາຊົນໃນທ້ອງຖິ່ນຕ່າງໆ ແຕ່ເຫຼືອ ຮອດໃຕ້ ຂອງປເທດລາວ.  

ຈຸດພິເສດສະເພາະຂອງປະຕິທິນກົດໝາຍອັນໜຶ່ງກໍ່ຄື ການອະທິຂໍ້ມູນໂດຍໃສ່ຮູບພາບແຕ້ມ ທີ່ແທດເໝາະກັບເນື່ອຫາ ແລະ ສະພາບຄວາມເປັນຈິງທີ່ເກີດຂື້ນໃນສັງຄົມ ເຊິ່ງສິ່ງໄດ້ຊ່ວຍເຮັດໃຫ້ຜູ້ທີ່ໄດ້ເຫັນປະຕິທິນກົດໝາຍມີຄວາມເຂົ້າຫຼາຍຂື້ນ ແລະ ງ່າຍຕໍ່ກັບການທໍາຄວາມເຂົ້າໃຈຕໍ່ປະເດັນຕ່າງໆ. ໂດຍສະເພາະເຊິ່ງນີ້ ແມ່ນຊ່ວຍໃຫ້ປະຊາ ຊົນທີ່ບໍ່ຮູ້ໜັງສື ສາມາດເຂົ້າໃຈເນື້ອໃຈເນື້ອຫາໃນປະຕິທິນກົດໝາຍໄດ້ ໂດຍຜ່ານຮູບພາບຕ່າງໆໃນປະຕິທິນໄດ້.

ປະຕິທິນກົດໝາຍໃນແຕ່ລະປີ ແມ່ນມີຫົວຂໍ້ຫຼັກທີ່ແຕກຕ່າງກັນ ທາງດ້ານກົດໝາຍ ແລະ ນະໂຍບາຍ ທີ່ສອດຄ່ອງກັບການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ເຂົ້າກັບສະພາບການພົວພັນຂອງປະຊາຊົນ ແລະ ໂຄງການພັດທະນາຕ່າງໆ ໂດຍສະເພາະວຽກງານທາງດ້ານທີ່ດິນ ແລະ ຊັບພະຍາກອນທໍາມະຊາດເພື່ອໃຫ້ເກີດມີການພັດທະນາທີ່ຍືນຍົງ.

3. ຜົນສຳເລັດຂອງໂຄງການ / Results of the project

“ປະຕິທິນກົດໝາຍແມ່ນຫຍັງ?” ນີ້ອາດຈະເປັນຄໍາຖາມຫຼື ອຸທານຂອງຄົນທີ່ໄດ້ຍິນວະລີນີ້ໃນຄັ້ງທໍາອິດ ເຊິ່ງຫຼາຍຄົນອາດຄິດບໍ່ອອກວ່າມັນຕ່າງກັບປະຕິທິນອື່ນໆແນວໃດ ແລະ ມັນມີປະໂຫຍດ ແລະ ຄວາມສໍາຄັນແນວໃດ.

ປະຕິທິນກົດໝາຍ ຫຼື ພາສາອັງກິດເອີ້ນວ່າ: Legal Calendar  ແມ່ນພາກສ່ວນໜຶ່ງໃນການສື່ສານທາງນິຕິກໍາ ເຊັ່ນ: ກົດໝາຍ, ດໍາລັດ ແລະ ບົດແນະນໍາ ໃນຂົງເຂດທີ່ດິນ, ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແລະ ບົດບາດ ຍິງ-ຊາຍ ເພື່ອໃຫ້ຊາວບ້ານສາມາດເຂົ້າເຖີງຂໍ້ມູນຂ່າວສານດັ່ງກ່າວ, ຮັບຮູ້ຂະບວນການປົກປ້ອງສິດຜົນປະໂຫຍດຂອງຕົນ ເຊິ່ງຫົວຂໍ້ຫຼັກຂອງແຕ່ລະໜ້າ ມີເນື້ອໃນທີ່ສາມາດນໍາໃຊ້ໄດ້ທາງດ້ານກົດໝາຍ ແລະ ເຂົ້າໃຈງ່າຍເໝາະສົມກັບປະຊາຊົນໃນແຕ່ລະທ້ອງຖິ່ນທົ່ວປະເທດ.

ເບິ່ງລາຍລະອຽດເພີ່ມເຕີມທີ່ນີ້: https://youtu.be/OWcz6QkDUT4

ການຜະລິດປະຕິທິນກົດໝາຍ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2009 ພາຍໃຕ້ຈຸດປະສົງອັນດຽວກັນຂອງບັນ ດາອົງການຈັດຕັ້ງທາງສັງຄົມລາວ ແລະ ສາກົນ ໃນການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍກ່ຽວກັບວຽກງານທີ່ດິນ ແລະ ຊັບພະຍາກອນທຳມະຊາດ. ມາເຖິງປັດຈຸບັນເຫັນວ່າ ປະຕິທິນກົດໝາຍແມ່ນໄດ້ເດີນທາງມາເຖິງປີທີ 11 ແລ້ວ ເຊິ່ງອັນນີ້ແມ່ນໂຕຊີ້ວັດອັນໜຶ່ງທີ່ເຫັນໄດ້ຄວາມສໍາເລັດຂອງການຮ່ວມມືກັນຂອງບັນດາສະມາຊິກ, ການຕອບຮັບທີ່ດີຈາກຊຸມຊົນ ແລະ ການສະໝັບໜູນແນວຄວາມຄິດນີ້ຈາກໜ່ວຍງານພາກລັດຕ່າງໆ ເຊິ່ງເຫັນຢ່າງຊັດເຈນວ່າແຕ່ລະປີ ໜ່ວຍງານພາກລັດຫຼາຍພາກສ່ວນຕ່າງກໍ່ເລີ່ມໃຫ້ຄວາມສໍາຄັນ ແລະ ປະກອບສ່ວນຕໍ່ກັບການນໍາເອົາປະຕິທິນກົດໝາຍຂອງພວກເຮົາໄປເຜີຍ ແຜ່ໃນແຕ່ລະພື້ນທີ່ຕ່າງໆ ອັນເປັນການກະຈາຍຂໍ້ມູນຄວາມຮູ້ໃຫ້ໄປໄດ້ຢ່າງທົ່ວເຖິງ ໂດຍມີຫຼາຍໜ່ວຍງານຮ່ວມມືກັນໃນການເຜີຍແຜ່.   

ມີປະຊາຊົນຫຼາຍຄົນກໍ່ໄດ້ໃຫ້ຄໍາເຫັນວ່າ ຂໍ້ມູນກົດໝາຍທີ່ຢູ່ໃນປະຕິທິນຂອງພວກເຮົາແມ່ນມີປະໂຫຍດຫຼາຍຕໍ່ການປົກປ້ອງສິດຂອງເຂົາເຈົ້າ.  ຕົວຢ່າງມີປະຊາຊົນກຸ່ມໜຶ່ງໃນ ຜົ້ງສາລີ ໄດ້ບອກກັບທີມງານເຮົາວ່າ ພວກເຂົາໄດ້ໃຊ້ຂໍ້ມູນໃນປະຕິທິນກົດໝາຍໃນຫົວຂໍ້ ສັນຍາກະສິກໍາ ເພື່ອປົກປ້ອງສິດຂອງເຂົາເຈົ້າ ເມື່ອມີນັກລົງທຶນເຂົ້າມາຫາໃນຊຸມຊົນ ເພື່ອບໍ່ໃຫ້ນັກລົງທຶນເອົາປຽບ ແລະ ໄດ້ໃຊ້ຂໍ້ມູນດັ່ງກ່າວນັ້ນ ເພື່ອຮັບປະກັນດານເຮັດສັນຍາທີ່ມີຄວາມຍຸດຕິທໍາແຕ່ປະຊາຊົນ. ນີ້ເປັນຕົວຢ່າງອັຮນໜຶ່ງທີ່ສະແດງໃຫ້ພວກເຮົາເຫັນວ່າ ສິ່ງທີ່ພວກເຮົາໄດ້ຮ່ວມກັບສ້າງຂື້ນມານັ້ນແມ່ນໄປຮອດໄປເຖິງປະຊາຊົນ ແລະ ສາມາດນໍາໃຊ້ໄດ້ແທ້ໆ.

4. ປັດໄຈສູ່ຜົນສຳເລັດ / Factors of success

ຈາກການຕິດຕາມ ແລະ ປະເມີນການນໍາໃຊ້ປະຕິທິນກົດໝາຍຂອງແຕ່ລະຊ່ວງຕະຫຼອກໄລຍະທີ່ຜ່ານມາເຫັນວ່າ ປັດໄຈຫຼັກໆ ທີ່ເຮັດປະຕິທິນກົດໝາຍມີຄວາມສໍາເລັດແມ່ນພວກເຮົາສາມາດສະຫຼຸບໄດ້ດັ່ງນີ້:

  • ການຜະລິດປະຕິທິນກົດໝາຍແມ່ນ ອີງໃຈຄວາມຈໍາເປັນ ແລະ ຕ້ອງການຂອງປະຊາຊນທ້ອງຖິ່ນ ເພື່ອນໍາໃຊ້ຂໍ້ມູນໃນປະຕິທິນນີ້ ໃນການປົກປ້ອງສິດຂອງຕົນເອງ ແລະ ເປັນແນວທາງໃນການແກ້ໄຂບາງບັນຫາທີ່ເກີດຂື້ນທີ່ຕິດພັນກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ
  • ການພັດທະນາປະຕິທິນກົດໝາຍໃນໄລຍະທີ່ຜ່ານມາແມ່ນມີການຮ່ວມມືເປັນຢ່າງດີ ຂອງບັນດາສະມາຊິກ ທີ່ເປັນອົງການຈັດຕັ້ງທາງສັງຄົມ ແລະ ການສະໜັບສະໜູນແນວຄວາມຄິດຈາກພາກລັດ ຕໍ່ກັບການຜະລິດປະຕິ ທິນຕະຫຼອດໄລຍະທີ່ຜ່ານມາ
  • ສັງເກດເຫັນວ່າ ໃນແຕ່ລະປີກໍ່ຈະມີສະມາຊິກ ແລະ ພາກລັດທີ່ສົນໃຈເຂົ້າຮ່ວມ ຫຼື ເປັນສ່ວນໜຶ່ງຂອງປະຕິທິນກົດໝາຍເຮົາຫຼາຍຂື້ນ ເຊິ່ງສິ່ງດັ່ງກ່າວນີ້ເກີດຈາກການເຮັດຮ່ວມກັນຂອງຫຼາຍພາກສ່ວນ ແລະ ການເຜີຍແຜ່ປະຕິທິນກົດໝາຍແມ່ນມີຂື້ນຢ່າງກວ້າງຂວາງ
  • ຈາກເຫດການຕົວຈິງທີ່ວ່າ ປະຊາຊົນໄດ້ມີການນໍາໃຊ້ເນື້ອຫາໃນປະຕິທິນກົດໝາຍແທ້ໆ ອັນໄດ້ເປັນເຫດຜົນຫຼັກສໍາຄັນທີ່ເຮັດໃຫ້ພວກເຮົາມີຄວາມໝັ້ນໃຈ ແລະ ເປັນແຮງຜັກດັນອັນໜຶ່ງທີ່ສໍາຄັນໃນການສືບຕໍ່ສ້າງປະ ຕິທິນຂື້ນມາໃນແຕ່ລະປີ ເພື່ອໃຫ້ເກີດຜົນປະໂຫຍດຢ່າງແທ້ຈິງແກ່ສັງຄົມ
  • ປັດໄຈໜຶ່ງທີ່ມີຄວາມສໍາຄັນກໍ່ຄື ການສ້າງປະຕິທິນກົດໝາຍແຕ່ລະຫົວຂໍ້ແມ່ນອີງໃສ່ເຫດການຕົວຈິງທີ່ເກີດຂື້ນ ທີ່ມາການແລກປ່ຽນຈາກບັນດາສະມາຊິກໃນກຸ່ມສ້າງປະຕິທິນ ເຊິ່ງກຸ່ມທີ່ມີຄວາມເຂົ້າໃຈບັນຫາຢ່າງເລິກ ເຊິ່ງ ແລະ ໄດ້ມີການເຮັດວຽກຢ່າງຕິດແທດກັບປະຊາຊົນໃນທ້ອງຖິ່ນ. ສະນັ້ນ ສິ່ງນີ້ຈຶ່ງເປັນສ່ວນທີ່ເຮັດໃຫ້ປະຕິທິນກົດໝາຍຂອງພວກເຮົາເກີດຂື້ນ ແລະ ສາມາດນໍາໃຊ້ຕົວຈິງໄດ້ແທ້.

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ເມື່ອຍ້ອນເບິ່ງຄືນໃນໄລຍະຕົ້ນຂອງການສ້າງປະຕິທິນກົດໝາຍເຫັນວ່າ ພົບກັບຄວາມຫຍຸ້ງຍາກຫຼາຍປະ ການ ໂດຍສະເພາະການຂົນຂວາຍໃຫ້ສະມາຊິກຮ່ວມກັນເປັນກຸ່ມເພື່ອພັດທະນາປະຕິທິນ ແລະ ດ້ວຍເນື້ອຫາຫົວຂໍ້ຕ່າງໆແມ່ນຫຼາຍພາກສ່ວນຍັງບໍ່ທັນມີຄວາມເຂົ້າໃຕຈຢ່າງກະຈ່າງແຈ້ງຈຶ່ງເຮັດໃຫ້ມີຫຼາຍອົງການບໍ່ມີຄວາມໝັ້ນໃຈການເຂົ້າຮ່ວມການພັດທະນາປະຕິທິນຂອງພວກເຮົາ. ແຕ່ເມື່ອພວກເຮົາເຫັນເຖິງຜົນປະໂຫຍດ ແລະ ຄວາມສໍາຄັນຂອງປະຕິທິນກົດໝາຍນີ້ ກໍ່ໄດ້ເຮັດໃຫ້ເລີ່ມມີຫຼາຍອົງການ ແລະ ໜ່ວຍງານພາກລັດເອົງກໍ່ຫັນມາສົນໃຈເຂົ້າຮ່ວມເປັນສ່ວນໜຶ່ງໃນການເຜີຍແຜ່ປະຕິທິນກົດໝາຍ.
  • ມາເຖິງໄລຍະປັດຈຸກໍ່ຍັງເຫັນວ່າ ຂະບວນການການພັດທະນາປະຕິທິນກົດໝາຍກໍ່ຍັງພົບກັບຄວາມທ້າທາຍຫຼາຍບໍ່ວ່າຈະເປັນການການເລືອກຫົວຂໍ້ໃຫ້ແທດເໝາະກັບສະພາບຄວາມເປັນຈິງທີ່ມີການປ່ຽນແປງ ອັນໄດ້ເຮັດໃຫ້ການເຜີຍແຜ່ຂໍ້ມູນປະຕິທິນກົດໝາຍບາງຄັ້ງອາດບໍ່ແທເດເໝາະກັບຄວາມເປັນຈິງ
  • ເນື່ອງຈາດຫຼາຍພື້ນທີ່ແມ່ນມີຄວາມແຕກຕ່າງກັນ ອັນໄດ້ເຮັດໃຫ້ບາງຄັ້ງກໍ່ເປັນອຸປະສັກໃນການເຜີຍແຜ່ປະຕິທິນກົດໝາຍ ໂດຍສະເພາະຄວາມເຂົ້າໃຈຕໍກັບຈຸດປະສົງຂອງການເຜີຍແຜ່ປະຕິທິນກົດໝາຍຂອງພວກເຮົາ ສະນັ້ນມັນຈຶ່ງມີຄວາມຈຈໍາເປັນຢ່າງຍິ່ງທີ່ຕອງອະທິບາຍຢ່າງລະອຽດຖີ່ຖ້ວນແກ່ໜ່ວຍງານໃນທ້ອງຖິ່ນໃຫ້ມີຄວາມເຂົ້າໃຈກ່ອນທີ່ຈະມີການເຜີຍແຜ່  
  • ເຖິງວ່າປະຕິທິນກົດໝາຍຈະເນັ້ນການໃຊ້ພາບປະກອບໃນການອະທິບາຍຫົວຂໍ້ຕ່າງໆ ແຕ່ເນື່ອຈາກຫຼາຍພື້ນທີ່ແມ່ນມີການນໍາໃຊ້ພາສາທ້ອງຖິ່ນຂອງຕົນ ເຊິ່ງບາງຄັ້ງອາດຈະເຮັດບໍ່ສາມາດເຮັດໃຫ້ຫຼາຍກຸ່ມເຂົ້າ ໃຈຫົວຂໍ້ ແລະ ເນື່ອຫາໃນປະຕິທິນໄດ້
  • ເນື່ອງຈາກປະຕິທິນກົດໝາຍແມ່ນໃຊ້ຮູບແບບເດີມມາຫຼາຍກວ່າ 10 ປີ ແລ້ວ ສະນັ້ນວິທີການເດີມອາດຈະບໍ່ແທດເໝາະຕໍ່ກັບບາງພື້ນທີ່ ສະນັ້ນ ອາດເຮັດໃຫ້ຫຼາຍຄົນບໍ່ໃຫ້ຄວາມສົນໃຈໃນການນໍາໃຊ້ຂໍ້ມູນປະ ຕິທິນກົດໝາຍຂອງພວກເຮົາອີກ ເຊິ່ງເປັນໂຈດໃຫຍ່ສໍາລັບທີມງານພວກເຮົາໃນການຄົ້ນຄິດວິທີການອັນ ໃໝ່ໃນແທດເໝາະກັບກັບສັງຄົມປັດຈຸບັນ ແລະ ຫຼາຍກຸ່ມຍິ່ງຂື້ນ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

ເນື່ອງຈາກວ່າປະຕິທິນກົດໝາຍຂອງພວກເຮົາແມ່ນມີຫົວຂໍ້ທີ່ຫຼາກຫຼາຍ ທີ່ບໍ່ແມ່ນປະເດັນເລື່ອງທີ່ດິນເທົ່ານັ້ນ ແຕ່ປະຕິທິນກົດໝາຍຂອງພວກເຮົາແມ່ນຍັງມີຫົວຂໍ້ຕ່າງໆທີ່ບັນດາສະມາຊິກຂອງ Voice ຫຼື ບຸກຄົນປະຊາຊົນທົ່ວໄປສາມາດນໍາໄປໃຊ້ເພື່ອເຜີຍແຜ່ກຸ່ມເປົ້າໝາຍທີ່ບັນດາທ່ານເຮັດວຽກຮ່ວມໄດ້ ເຊັ່ນ: ຄວາມສະເໝີພາບລະຫວ່າງຍິງ-ຊາຍ (ຕໍ່ກັບການນໍາໃຊ້ທີ່ດິນ), ສັນຍາກະສິກໍາ, ການເຂົ້າເຖິງການຊ່ວຍເຫຼືອລ້າທາງກົດໝາຍ, ການຮັບມືກັບໄພ ພິບັດທໍາມະຊາດ ແລະ ອື່ນໆ ເຊິ່ງຂໍ້ມູນເຫຼົ່ານີ້ ບັນດາທ່ານສາມາດໄປເຜີຍແຜ່ຕໍ່ໄດ້.

ຫຼື ເອວົ້າອີກຢ່າງໜຶ່ງວ່າ ສາມາດໃຊ້ປະຕິທິນກົດໝາຍຂອງພວກເຮົາເປັນບ່ອນອີງທາງດ້ານນິຕິກໍາໄດ້ ເນື່ອງຈາກຂໍ້ມູນທີ່ລະບຸໃນປະຕິທິນກົດໝາຍ ແມ່ນພວກເຮົາໄດ້ຂັດຈ້ອນມາຈາກບັນດາກົດໝາຍ ແລະ ນະໂຍບາຍຕ່າງໆທີ່ມີການປະກາດໃຊ້ເປັນທາງການແລ້ວ.

ສໍາລັບທ່ານທີ່ສົນໃຈປະຕິທິນກົດໝາຍຂອງພວກເຮົາແຕ່ວ່າ ແຕ່ປີ 2010 - 2020ມີຫົວຂໍ້ໄດ້ແດ່ນັ້ນ ສາມາດເຂົ້າໄປເບິ່ງ ຫຼື ດາວໂລດເພື່ອນໍາໄປເຜີຍແຜ່ຕໍ່ໄດ້ທີ່ເວັບໄຊ້ຂອງພວກເຮົາໄດ້ທີ່ນີ້: http://bit.ly/2lFcK3u

...
...
...
...