ໃນປັດຈຸບັນ ບົດບາດ ແລະ ສິດທິ ຂອງແມ່ຍິງ ແລະ ຜູ້ຊາຍ ແມ່ນມີຄວາມເທົ່າທຽມຂຶ້ນຫຼາຍເຊິ່ງອີງຕາມຄວາມທັນສະໃໝ ແລະ ຄວາມຈະເລີນກ້າວໜ້າຂອງສັງຄົມໃນປັດຈຸບັນ, ແຕ່ສໍາລັບເຂດສຸກສາລາກິແນະ ເມືອງສະໝ້ວຍ ແຂວງສາລະວັນ ເມື່ອເວົ້າເຖິງບົດບາດຍິງຊາຍແລ້ວ ແມ່ນຍັງບໍ່ທັນມີຄວາມເທົ່າທຽມກັນ ເຊີ່ງມັນສະແດງອອກຢູ່ບ່ອນວ່າ ຜູ້ຊາຍແມ່ນເປັນຜູ້ມີສິດອຳນາດໃນການຕັດສິນໃຈພາຍໃນຄອບຄົວຫຼາຍກວ່າຜູ້ຍິງ ເຊີ່ງເຮັດໃຫ້ແມ່ຍິງເປັນຜູ້ຮັບພາລະຂອງຄອບຄົວເປັນສ່ວນໃຫ່ຍໂດຍສະເພາະການລ້ຽງລູກ ແລະ ການຊອກຫາສະບຽງອາຫານເພື່ອລ້ຽງຄອບຄົວ ເຊິ່ງເປັນອີກບັນຫາໜຶ່ງທີ່ມີຄວາມສ່ຽງສູງ ໂດຍສະເພາະກໍແມ່ນເປັນການກົດຂີ່ຂູດຮີດແມ່ຍິງ ເຮັດໃຫ້ແມ່ຍິງບໍ່ມີສິດທິພຽງພໍໃນການສະແດງອອກໃນດ້ານຕ່າງໆ ແລະ ບໍ່ມີອໍານາດໃນການຕັດສິນໃຈໃນຄອບຄົວ ແລະ ສັງຄົມ.