ຜົນສໍາເລັດໃນການສ້າງວິດຖ່າຍຂອງປະຊາຊົນ 15 ບ້ານ ໃນເຂດສຸກສາລາກິແນະ ເມືອງສະໝ້ວຍ ແຂວງສາລະວັນ

ID:

65

Author:

TKL

Organization:
Takieng Lao
Created date:

2020-01-24 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ບັນຫາເລື່ອງສຸຂະພາບທີ່ດີບົນພື້ນຖານຂອງຄວາມສະອາດ ຖືວ່າເປັນເລື່ອງທີ່ສໍາຄັນ ແລະ ບໍ່ຄວນເບິ່ງຂ້າມ ເນື່ອງຈາກການມີສຸຂະພາບທີ່ດີ ກໍຍ່ອມເກີດມາຈາກການມີສິ່ງແວດລ້ອມທີ່ດີ, ເຊັ່ນດຽວກັນກັບບັນດາໝູ່ບ້ານ 15 ບ້ານ ທີ່ຢູ່ໃນເຂດສຸກສາລາກິແນະ ເມືອງສະໝ້ວຍ ແຂວງສາລະວັນ ກໍເປັນອີກກຸ່ມບ້ານໜຶ່ງ ທີ່ຍັງມີຄວາມສ່ຽງທາງດ້ານການຮັກສາສຸຂະພາບ ເພາະວ່າເຂົາເຈົ້າບໍ່ມີວິດຖ່າຍ ແລະ ມີການຖ່າຍຊະຊາຍຕາມປ່າ ອັນເປັນສາເຫດຂອງການເກີດແມ່ພະຍາດຕ່າງໆ, ເນື່ອງຈາກພວກເຂົາເຈົ້າຍັງບໍ່ມີຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງພຽງພໍໃນການຮັກສາສຸຂະພາບຂອງຕົນເອງແລະຄອບຄົວ, ເຊິ່ງມັນສະແດງອອກຢູ່ທີ່ ເດັກນ້ອຍໃນເຂດເປົ້າໝາຍແມ່ນມີອາການຖອກທ້ອງຢູ່ເປັນປະຈໍາ ແລະ ຮ່າງກາຍບໍ່ແຂງແຮງສົມບູນ ເວົ້າລວມກໍຄືປະຊາຊົນພາຍໃນບ້ານ ເວົ້າສະເພາະກໍແມ່ນບັນເດັກນ້ອຍ, ດັ່ງນັ້ນ ທາງໂຄງການ “ການຮ່ວມມືເພື່ອການປັບປຸງວຽກງານໂພຊະນາການຂອງຊຸມຊົນຊົນເຜົ່າກາໂດທີ່ມີຄວາມສ່ຽທາງດ້ານການຂາດສານອາຫານໃນເຂດສຸກສາລາກິແນະ, ເມືອງສະຫມ່ວຍ, ແຂວງສາລະວັນ.” ຈຶ່ງໄດ້ເຫັນເຖິງຄວາມສໍາຄັນຂອງບັນຫາດັ່ງກ່າວ ຈຶ່ງໄດ້ຮ່ວມມືກັບພາກສ່ວນສາທາລະນະສຸກເມືອງສະໝ້ວຍ ແລະ ສຸກສາລາກິແນະ ພ້ອມດ້ວຍອໍານາດການປົກຄອງບ້ານ ປັບປ່ຽນແນວຄວາມຄິດແກ່ປະຊາຊົນໃຫ້ເຫັນເຖິງການດູແລເອົາໃຈໃສ່ຮັກສາສຸຂະພາບ ແລະ ຮັກສາຄວາມສະອາດ ເພື່ອຊີວິດການເປັນຢູ່ທີ່ດີຂຶ້ນຂອງເຂົາເຈົ້າເອງ ແລະ ຄອບຄົວ

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ໂຄງການໄດ້ສ້າງແຕ່ລະໝູ່ບ້ານໃຫ້ມີການແຂ່ງຂັນກັນໃນການເປັນບ້ານຕົວຢ່າງໃນດ້ານການສ້າງວິດຖ່າຍ ແລະ ຮັກສາຄວາມສະອາດ, ຖ້າຫາກບ້ານໃດທີ່ເປັນແບບຢ່າງດ້ານນີ້ແລ້ວ ທາງໂຄງການຈະສົ່ງລາຍຊື່ຂຶ້ນຫາເມືອງເພື່ອໃຫ້ທາງເມືອງຮັບຮູ້ ແລະ ປະກອບເອກະສານໃບຍ້ອງຍໍໃຫ້ຄອບຄົວ ຫຼື ບ້ານດັ່ງກ່າວ
  • ສ້າງໃຫ້ປະຊາຊົນເຫັນວ່າການມີວິດຖ່່າຍນັ້ນ ມີຜົນດີຫຼາຍພຽງໃດ ໂດຍການນໍາພາສ້າງ ໂດຍທີ່ໃຫ້ປະຊາຊົນມີສ່ວນຮ່ວມ ແລະ ເປັນເຈົ້າການໃນວຽກງານດັ່ງກ່າວ
  • ປຸກລະດົມໃຫ້ປະຊາຊົນ ແລະ ເດັກນ້ອຍມີການຮັກສາຄວາມສະອາດຢູ່ສະເໝີ ເຊັ່ນ: ການລ້າງມືກ່ອນ ແລະ ຫຼັງ ກິນເຂົ້າ, ການລ້າງມືຫຼັງໃຊ້ວິດຖ່າຍທຸກຄັ້ງ, ການສັກເຄື່ອງນຸ່ງຢູ່ເປັນປະຈໍາ, ກິນອາຫານທີ່ຖືກຫຼັກໂພສະນາການ

3. ຜົນສຳເລັດຂອງໂຄງການ / Results of the project

  • ປະຊາຊົນມີຄວາມຮ່ວມມືກັນ ແລະ ມີຄວາມຕັ້ງໃຈສູງໃນການຢາກປ່ຽນແປງຊີວິດການເປັນຢູ່ຂອງພວກເຂົາເອງໃຫ້ດີຂຶ້ນກວ່າເກົ່າ
  • ປະຊາຊົນມີຄວາມເຂົ້າໃຈ ແລະ ເຫັນຜົນຮ້າຍຂອງການບໍ່ຮັກສາຄວາມສະອາດ
  • ພາຍຫຼັງສໍາເລັດໂຄງການປະຊາຊົນວິດຖ່າຍເພີ່ມຂຶ້ນເຖິງ 211 ຫຼັງ

4. ປັດໄຈສູ່ຜົນສຳເລັດ / Factors of success

  • ທີມງານໂຄງການໄດ້ມີການຕິດຕາມຢ່າງເປັນໄລຍະ
  • ອໍານາດການປົກຄອງບ້ານໃຫ້ຄວາມຮ່ວມມືໃນການປຸກລະດົມຂົນຂວາຍປະຊາຊົນໃຫ້ເປັນເຈົ້າການໃນການປະຕິບັດກິດຈະກໍາດັ່ງກ່າວ
  • ຜູ້ໃຫ້ທຶນສະໜັບສະໜູນໃຫ້ການອໍານວຍຄວາມສະດວກໃນການສະໜອງທຶນງົບປະມານ ແລະ ສະໜອງຄວາມຮູ້ທາງດ້ານວິຊາການໃຫ້ແກ່ທີມງານ
  • ພາກລັດໃຫ້ຄວາມເອົາໃຈໃສ່ ແລະ ຄອຍໃຫ້ຄໍາປຶກສາຢ່າງໃກ້ຊິດ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ທີ່ຕັ້ງພູມສັນຖານບໍ່ອໍານວຍຄວາມສະດວກ ເນື່ອງຈາກຕັ້ງຢູ່ເທິງພູຈຶ່ງມີຄວາມຫຍຸ້ງຍາກເວລາຂຸດວິດຖ່າຍ,
  • ເນື່ອງຈາກໃນເຂດໝູ່ບ້ານເປົ້າໝາຍບໍ່ຄ່ອຍມີນໍ້າ (ປະຊາຊົນນໍາໃຊ້ນໍ້າລິນ ແລະ ນໍ້າເຊ) ຈຶ່ງເຮັດໃຫ້ການສ້າງວິດຖ່າຍເປັນການສ້າງແບບວິດແຫ້ງ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ສໍາຫຼວດຄວາມຕ້ອງການຂອງພື້ນທີ່ເປົ້າໝາຍວ່າມີຄວາມຕ້ອງການດ້ານໃດແດ່ທີ່ທາງເຮົາສາມາດຊ່ວຍເຫຼືອໄດ້
  • ປະສານງານກັບພາກສ່ວນທີ່ກ່ຽວຂ້ອງຢ່າງລະອຽດເພື່ອຄວາມສະດວກໃນການເກັບກໍາຂໍ້ມູນ
  • ຍື່ນໜັງສືສະເໜີຂໍຈັດຕັ້ງກິດຈະກໍາແກ່ພາກສ່ວນທີ່ກ່ຽວຂ້ອງ
  • ຫຼັງຈາກຂໍໜັງສືສະເໜີແລ້ວ ກໍເລີ່ມມີການເຝິກອົບຮົມ
  • ລົງມືໃນການປະຕິບັດກິດຈະກໍາ
  • ທີມງານໂຄງການມີການຕິດຕາມ ແລະ ປະເມີນຜົນຢ່າງເປັນໄລຍະ
  • ສະຫຼຸບຜົນການຈັດຕັ້ງໃນການປະຕິບັດກິດຈະກໍາຕ່າງໆ

...
...
...
...