ການສ້າງໄວໜຸ່ມໃຫ້ກາຍເປັນຜູ້ຮຽນຮູ້ຄວາມແຕກຕ່າງເພື່ອກ້າວໄປສູ່ການປ່ຽນແປງໄປໃນທາງທີ່ດີຂຶ້ນ

ID:

66

Author:

TKL

Organization:
Takieng Lao
Created date:

2020-01-27 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ໃນສັງຄົມທີ່ເຮົາອາໄສຢູ່ໃນປັດຈຸບັນ ເຮົາຮູ້ກັນດີວ່າພຶດຕິກຳຂອງມະນຸດເປັນສິ່ງທີ່ຊັບຊ້ອນ, ມະນຸດມີສັກກະຍາພາບໃນການພັດທະນາຕົນເອງ, ມະນຸດສາມາດປ່ຽນແປງໄດ້ໂດຍອາໄສເວລາໃນການຮຽນຮູ້, ພະຍາຍາມຈະປັບປ່ຽນ ແລະ ພັດທະນາຮູບແບບພຶດຕິກໍາທັງຂອງຕົນເອງ ແລະ ຂອງຜູ້ອື່ນທີ່ຢູ່ຮ່ວມກັບເຮົາໃນສັງຄົມໃຫ້ເປັນໄປໃນທິດທາງທີ່ເໝາະສົມເພາະໃນຊີວິດປະຈໍາວັນ ມະນຸດບໍ່ໄດ້ຢູ່ພຽງຄົນດຽວແຕ່ຕ້ອງມີປະຕິສໍາພັນກັບຜູ້ອື່ນເຊິ່ງເປັນສິ່ງແວດລ້ອມເມື່ອມະນຸດຢູ່ຮ່ວມກັນເປັນກຸ່ມແລ້ວກຸ່ມດັ່ງກ່າວຈະມີອິດທິພົນເຮັດໃຫ້ເກີດພຶດຕິກໍາຫຼາຍໆດ້ານຂື້ນ. ຢ່າງໃດກໍ່ຕາມ ໄວໜຸ່ມຍັງບໍ່ທັນເຂົ້າໃຈໃນຕົວເອງວ່າທີ່ຈິງແລ້ວຕົນເອງເປັນຄົນແບບໃດ, ບໍ່ກ້າທີ່ຈະເປີດເຜີຍ ແລະ ບໍ່ຍອມຮັບໃນສິ່ງທີ່ຕົນເອງເປັນ, ໄວໜຸ່ມຍັງບໍ່ເຂົ້າໃຈໃນສິ່ງທີ່ຄົນອື່ນເປັນ ຫຼື ກຳລັງເຮັດຢູ່, ເຮັດໃຫ້ເກີດມີຊ່ອງວ່າງໃນການຈຳແນກແບ່ງກຸ່ມ, ບໍ່ຍອມຮັບໃນສິ່ງທີ່ຄົນອື່ນເປັນ, ເກີດມີການຈຳແນກຊົນຊັ້ນຊົນເຜົ່າ ແລະ ສາສະໜາ, ເຮັດໃຫ້ໄວໜຸ່ມທີ່ຖືກຈຳແນກ ຫຼື ຕ່າງຈາກຄົນອື່ນບໍ່ກ້າທີ່ຈະສະແດງອອກ, ຖືກຈຳກັດໃນສັງຄົມ ແລະ ບໍ່ຖືກຍອມຮັບຈາກສັງຄົມ.

 ສະນັ້ນ ອົງການມິດຕະພາບເມັນໂນນາຍ ຈຶ່ງໄດ້ຈັດຕັ້ງໂຄງການໄວໜຸ່ມຮຽນຮູ້ສູ່ການປ່ຽນແປງ ເພື່ອຈະນໍາເອົາກຸ່ມຄົນດັ່ງກ່າວນັ້ນ ມາເພີ່ມຂີດຄວາມສາມາດຂອງພວກຂື້ນໃຫ້ຫຼາຍຍິ່ງຂື້ນ ໂດຍການຝຶກອົບຮົມຮຽນຮູ້ທັກສະໃນການເຂົ້າໃຈໃນສິ່ງທີ່ຕົນເອງເປັນ ແລະ ຍອມຮັບໃນສິ່ງທີ່ຄົນອື່ນເປັນ, ຜ່ານການແລກປ່ຽນສົນທະນາເພື່ອໃຫ້ເຂົ້າໃຈໃນບັນຫາ ແລະ ກ້າທີ່ຈະປະເຊີນໜ້າກັບຄວາມເປັນຈິງ ແລ້ວກ້າວໄປສູ່ພະວະການເປັນຜູ້ນຳ ແລະ ເພີມພາວະຂອງການເປັນຜູ້ນຳ ເພາະການເປັນຜູ້ນຳນັ້ນຕ້ອງໄດ້ເລີ່ມຕົ້ນຮຽນຮູ້ຕັ້ງຕອນເປັນໄວໜຸ່ມຕ້ອງຮຽນຮູ້ທີ່ຈະບໍລິຫານຈັດການ ແລະ ມີຄວາມຮັບຜິດຊອບຕັ້ງແຕ່ຕອນທີ່ຍັງສຶກສາຮຳຮຽນຢູ່ເພື່ອກຽມພ້ອມສູ່ການເປັນຜູ້ນຳທີ່ດີໃນອານາຄົດໄດ້

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  • ທາງໂຄງການໄດ້ມີການຈັດການນໍາເອົາໄວໜຸ່ມຜູ້ທີ່ມີຄວາມສົນໃຈເຂົ້າມາເຝິກອົບຮົມຕາມແຕ່ລະຫົວຂໍ້ທີ່ທາງໂຄງການວາງໄວ້ ບໍ່ວ່າຈະເປັນ ຫົວຂໍ້ ການເຂົ້າໃຈໃນເອກະລັກຂອງຕົນເອງ, ການຍອມຮັບ ແລະ ເຂົ້າໃຈໃນເອກະລັກຂອງຄົນອື່ນ, ການຢູ່ຮ່ວມກັນຢ່າງສັນຕິສຸກ, ການທໍາຄວາມເຂົ້າໃຈໃນການເກີດຂໍ້ຂັດແຍ່ງ, ເປີດໃຈຄວາມຄວາມຄິດຕ່າງໆ ເຫຼົ່ານີ້ເປັນຕົ້ນ
  • ທາງໂຄງການຍັງໄດ້ມີການຫຼິ້ນກິດຈະກໍາໂດຍຜ່ານເກມຕ່າງໆໃຫ້ເພື່ອບັນດາຜູ້ເຂົ້າຮ່ວມມີສ່ວນຮ່ວມ ແລະ ທົດລອງເປັນຜູ້ນໍາກິດຈະກໍາດ້ວຍຕົນເອງອີກດ້ວຍ

3. ຜົນສຳເລັດຂອງໂຄງການ / Results of the project

  • ເຮັດໃຫ້ໄວໜຸ່ມມີຄວາມເຂົ້າໃຈກ່ຽວກັບຕົວເອງ ແລະ ຄົນອື່ນຫຼາຍຂື້ນ
  • ເຮັດໃຫ້ໄວໜຸ່ມສາມາດປັບໂຕເຂົ້າກັບສັງຄົມເພື່ອເຮັດໃຫ້ເກີດສັນຕິສຸກ
  • ເຮັດໃຫ້ໄວໜຸ່ມສາມາດສ້າງສາຍພົວພັນທີດີກັບໄວໜຸ່ມທີ່ແຕກຕ່າງກັນທາງດ້ານເອກະລັກ, ເຊື້ອຊາດ, ຊົນເຜົ່າ ແລະ ສາສະໜາ
  • ເຮັດໃຫ້ໄວໜຸ່ມມີຄວາມເຂົ້າໃຈກ່ຽວກັບບັນຫາທີ່ເກີດຂື້ນ
  • ເຮັດໃຫ້ໄວໜຸ່ມຜູ້ທີ່ເຂົ້າຮ່ວມກ້າທີຈະເປີດໃຈ, ແລກປ່ຽນບັນຫາເຊິ່ງກັນ ແລະ ກັນ
  • ເຮັດໃຫ້ໄວໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈໃນການເປັນຜູ້ນໍາທີ່ຖືກຕ້ອງ

4. ປັດໄຈສູ່ຜົນສຳເລັດ / Factors of success

  • ທາງໂຄງການໄດ້ຮັບຄໍາແນະນໍາ ແລະ ການສະໜັບສະໜູນທີ່ດີ ບໍ່ວ່າຈະເປັນທາງດ້ານທຶນຮອນ ຫຼື ຄວາມຮູ້ວິຊາການຕ່າງໆ ຈາກອົງການມິດຕະພາບເມັນໂນນາຍ
  • ທາງຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈ ແລະ ຕັ້ງໃຈເປັນຢ່າງດີໃນການເຂົ້າຮ່ວມການເຝິກອົບຮົມໃນຫົວຂໍ້ຕ່າງໆ
  • ທາງໂຄງການໄດ້ນໍາເອົາບົດຮຽນທີ່ມີເນື້ອໃນທີ່ເຂົ້າໃຈງ່າຍ ແລະ ສອດຄ້ອງກັບບັນຫາຄວາມເປັນຈິງທີ່ຫຼາຍໆຄົນພົບເຈິ ແລະ ຍັງບໍ່ທັນພົບເຈິ
  • ທາງທີມງານມີການເຮັດວຽກ ແລະ ປະສານງານກັນເປັນທີມ ອັນເປັນສາເຫດຂອງວຽກງານທີ່ປະສົບຜົນສໍາເລັດຢ່າງສວຍງາມ
  • ທາງໂຄງການມີການຕິດຕາມ ແລະ ສອບຖາມກັບຜູ້ເຂົ້າຮ່ວມຢ່າງເປັນກັນເອງ ຕໍ່ກັບບັນຫາ ແລະ ບົດຮຽນທີ່ໄດ້ຮຽນມາ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ເວລາໃນການເຝິກອົບຮົມຂອງພວກເຮົາຍັງມີໜ້ອຍ ເຊິ່ງເຮັດໃຫ້ຜູ້ເຂົ້າບາງຄົນຢາກໄດ້ຂໍ້ມູນໃຫ້ຫຼາຍກວ່ານີ້
  • ບາງຄັ້ງທີມງານຄູເຝິກເອງ ກໍຍັງອ່ອນປະສົບການໃນບາງເນື້ອໃນ ເຮັດໃຫ້ຍັງບໍ່ສາມາດຕອບຄໍາຖາມບາງຂໍ້ຈາກຜູ້ເຂົ້າຮ່ວມໄດ້
  • ຜູ້ເຂົ້າຮ່ວມບາງຄົນກໍຍັງບໍ່ກ້າເປີດໃຈຍອມຮັບໃນຄວາມແຕກຕ່າງຂອງຄົນອື່ນໄດ້ເທື່ອ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ຕ້ອງມີການວາງແຜນ ແລະ ຂຽນແຜນຢ່າງລະອຽດ ເພື່ອສຶກສາເຖິງບັນຫາ ແລະ ຫົວຂໍ້ຕ່າງໆທີ່ເຮົາຈະເຮັດກິດຈະກໍາເຫຼົ່ານັ້ນ
  • ຄວນມີການຄັດເລືອກສະຖານທີ່ໃນການເຝິກອົບຮົມຢ່າງເໝາະສົມ
  • ເຈາະຈົງກຸ່ມເປົ້າໝາຍຢ່າງຊັດເຈນ ວ່າເຮົາຕ້ອງການຈັດກິດຈະກໍາກັບກຸ່ມຄົນໃດ
  • ຄວນມີການຕິດຕາ ແລະ ປະເມີນຜົນ ເພື່ອຊອກຫາຈຸດບົກບ່ອງ ແລະ ເພື່ອເປັນບົດຮຽນໃນການຈະຈັດກິດຈະກໍາໃນຄັ້ງຕໍ່ໄປ

...
...
...
...