ໃນປັດຈຸບັນ ບັນດາແມ່ຍິງທີ່ຢູ່ໃນນະຄອນຄອນຫຼວງ ເວົ້າລວມ ເວົ້າສະເພາະກໍແມ່ນແມ່ຍິງທີ່ມາຈາກຕ່າງແຂວງ ໂດຍສ່ວນໃຫຍ່ກໍແມ່ນຂຶ້ນມາຊອກຫາວຽກເຮັດງານທໍາ ດ້ວຍຄວາມຂາດເຂີນທາງດ້ານການເງິນ ແລະ ລາຍໄດ້ ຈຶ່ງເປັນເຫດໃຫ້ພວກເຂົາຕ້ອງຫ່າງຈາກບ້ານເກີດບ້ານນອນ ຫ່າງຈາກຄອບຄົວ ເພື່ອຂຶ້ນມາເຮັດວຽກຢູ່ໃນນະຄອນຫຼວງວຽງຈັນ ໂດຍທີ່ພວກເຂົາບໍ່ຮູ້ເລີຍວ່າ ໃນເມືອງໃຫຍ່ທີ່ເຕັມໄປດ້ວຍຄວາມຈະເລີນແຫ່ງນີ້ ກໍເຊື່ອງຊ້ອນອັນຕະລາຍຕ່າງໆ ອັນເປັນໄພແກ່ພວກເຂົາເຈົ້າໄດ້ເຊັ່ນກັນ, ແມ່ຍິງທີ່ດ້ອຍໂອກາດໃນທີ່ນິ້ ຄືແມ່ຍິງທີ່ຍັງຂາດເຂີນທາງດ້ານການສຶກສາ, ຄວາມຮູ້ ແລະ ຄວາມເຂົ້າໃຈໃນການດູແລສຸຂະພາບຈະເລີນພັນຂອງພວກເຂົາເອງ ລວມໄປເຖິງສິດທິໃນການຕັດສິນໃຈ ແລະ ການສະແດງຄວາມຄິດເຫັນຕ່າງໆ. ເມື່ອເປັນເຊັ່ນນັ້ນແລ້ວ ທາງອົງການແຄນານາຊາດປະຈໍາລາວ ແລະ ສະມາຄົມເພື່ອສຸຂະພາບ ຈຶ່ງໄດ້ຈັດຕັ້ງ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາແມ່ຍິງທີ່ດ້ອຍໂອກາດໃນນະຄອນຫຼວງ ຂຶ້ນມາ ເນື່ອງຈາກເຫັນເຖິງຄວາມສໍາຄັນໃນການສະແດງອອກທາງດ້ານສິດທິຕ່າງໆຂອງແມ່ຍິງທີ່ດ້ອຍໂອກາດ ພ້ອມທັງເພື່ອເຝິກອົບຮົມ ແລະ ໃຫ້ຄວາມຮູ້ຄວາມເຂົ້າໃຈແກ່ພວກເຂົາເຈົ້າໃນການເບິ່ງແຍງດູແລສຸຂະພາບຂອງຕົນເອງ.