ການປູກຈິດສຳນຶກເພື່ອສົ່ງເສີມສິດການມີສ່ວນຮ່ວມໃນຊຸຸມຊົນໂດຍກຸ່ມ ຜູ້ພິການ ພ້ອມດ້ວຍສະມາຊິກສະພາປະຊາຊົນຂັ້ນແຂວງ (PPAs)

ID:

68

Author:

LDPAXK

Organization:
LDPA XK
Created date:

2020-02-06 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

  1. ກົດໝາຍວ່າດ້ວຍຄົນພິການສະບັບນີ້ເປັນກົດໝາຍປະກາດນໍາໃຊ້ໃໝ່ໃນວັນທີ່ 22 ມັງກອນ ປີ 2019.
  2. ຜູ້ພິການ ແລະ ຊຸມຊົນຍັງບໍ່ຮັບຮູ້ເຖິງເນື້ອໃນກ່ຽວກັບກົດໝາຍສະບັບນີ້.
  3. ຜູ້ພິການຍັງບໍ່ມີທັກສະໃນການວາງແຜນເຜີຍແຜ່ກົດໝາຍ ແລະ ວິທີການອອກແບບໃນການປູກຈິດສໍານຶກໃຫ້ແກ່ຊຸມຊົນ.
  4. ການສ້າງຄວາມເຂັ້ມແຂງ, ຄວາມສະເໝີພາບຂອງຄົນພິການ ແລະ ການພັດທະນາຊຸມຊົນ

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

  1. ຄັດເລືອກກຸ່ມເປົ້າໝາຍໃນກຸ່ມຜູ້ພິການໂດຍໃຊ້ມາດຖານຜູ້ທີ່(ໄປມາສະດວກ,ມີຄວາມຮູ້,ສາມາມປາກເວົ້າໄດ້)
  2. ຝຶກອົບຮົມເຜີຍແຜ່ກົດໝາຍໃຫ້ກຸ່ມຜູ້ພິການ.
  3. ຝຶກອົບຮົມວິທີການອອກແບບປູກຈິດສໍານຶກ.
  4. ຝຶກອົບຮົມທັກສະການເປັນຜູ້ອໍານວຍຄວາມສະດວກໃຫ້ແກ່ກຸ່ມເປົ້າໝາຍ.

3. ຜົນສຳເລັດຂອງໂຄງການ / Results of the project

  1. ຜູ້ພິການໄດ້ຈັດຕັ້ງການປູກຈິດສໍານຶກ 1 ຄັ້ງພາຍໃນ 2 ເດືອນ ໃນວັນທີ່ 3 ກຸມພາ ປີ 2020 ມີຜູ້ເຂົ້າຮ່ວມທັງໝົດ 35 ຄົນ,ຍິງ 20 ຜູ້ພິການ 6 ຍິງ 2.
  2. ໄດ້ເພີ່ມຄວາມອາດສາມາດ,ຄວາມໝັ້ນໃຈໃນການອອກສຽງເພື່ອສິດທິ ແລະ ການມີສ່ວນຮ່ວມໃນກິດຈະກຳທາງສັງຄົມ
  3. ຊຸມຊົນໄດ້ມີການສົນທະນາດ້ານນະໂຍບາຍ ແລະ ຄວາມຮັບຜິດຊອບໃນການມີອິດທິພົນຕໍ່ຜູ້ສ້າງນະໂຍບາຍຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງຊຸມຊົນ.
  4. ຜູ່ເຂົ້າຮ່ວມທຸກຄົນສາມາດເຂົ້າໃຈຕໍ່ກົດໝາຍວ່າດ້ວຍຄົນພິການ.

4. ປັດໄຈສູ່ຜົນສຳເລັດ / Factors of success

  1. ກຸ່ມເປົ້າໜາຍຊາວບ້ານ ແລະ ຊຸມຊົນທົ່ວໄປໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ.
  2. ຄູ່ຮ່ວມງານພາກລັດໄດ້ໃຫ້ຄວາມຮ່ວມໄມ້ຮ່ວມມືໃນການເຮັດຈິດຈະກຳ.
  3. ພະນັກງານວິຊາການ, ຫົວໜ້າໂຄງການມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ມີຄວາມຮັບຜິດຊອບສູງຈື່ງສາມາດເຮັດໃຫ້ວຽກງານດຳເນີນໄປໄດ້ດີ.

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  1. ບາງຄົນຍັງບໍ່ຮູ້ການເຮັດວຽກເປັນທີມ
  2. ບັນຫາກ່ຽວກັບຄຳສັບ ພາສາທາງກົດໝາຍເຮັດໃຫ້ຜູ້ຟັງບໍ່ຄ່ອຍເຂົ້າໃຈໃນເນື້ອຫາ ແລະ ຄວາມໝາຍຂອງບາງຄໍາສັບ.

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  1. ຕ້ອງໄດ້ມີການຄັດເລືອກຕົວແທນໃນການນໍາສະເໜີ ໃຫ້ຮຽບຮ້ອຍເປັນຢ່າງດີກ່ອນທີ່ຈະມີການປະຕິບັດຕົວຈິງ.
  2. ຕ້ອງມີການທົດສອບຫຼາຍໆຄັ້ງໃຫ້ຜູ້ນໍາສະເໜີນັ້ນເຂົ້າໃຈຕົນເອງວ່າເຮົາຊິເຮັດຫຍັງ, ຊິເວົ້າຫຍັງໃຫ້ມີວິທີແກ້ໄຂສະຖານະການ ແລະ ການຍົກຕົວຢ່າງປະກອບ.
  3. ຕ້ອງໃຫ້ອະທິບາຍລະອຽດ, ຊ້າໆ, ມີເອກະສານຢາຍໃຫ້ຜູ່ມາເຂົ້າຮ່ວມ.
  4. ຕ້ອງໃຫ້ເວົ້າເຫດການທີ່ເກີດຂື້ນ ແລະ ຕິດພັນກັບການເຮັດວຽກຕົວຈິງ.

...
...
...
...