ການປ່ຽນແປງຄວາມເທົ່າທຽມກັນດ້ານບົດບາດຍິງ-ຊາຍໃນຄອບຄົວ.

ID:

70

Author:

HNL

Organization:
IWAA
Created date:

2020-02-07 00:00:00

1. ກ່ຽວກັບສະພາບບັນຫາທີ່ໂຄງການຢາກຈະແກ້ໄຂ / About the problem that project want to solve.

ຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ການແບ່ງວຽກໃນຄົວເຮືອນລະຫວ່າງຍິງ-ຊາຍ ໃນຊຸມຊົນແຕ່ເດີມແມ່ນໃຊ້ເພດເປັນຕົວກຳນົດ ແລະ ໄດ້ສືບທອດຕໍ່ໆກັນມາຈົນກາຍເປັນວັດທະນາທຳໃນການດຳລົງຊີວິດໃນຊຸມຊົນ ຜູ້ຍິງຈະໄດ້ຮັບມອບໝາຍໃຫ້ເບິ່ງແຍງຄວາມເປັນຢູ່ໃນຄອບຄົວເປັນໜ້າທີ່ຫຼັກຕ້ອງຮັບພາລະທຸກຢ່າງ ເພື່ອອຳນວຍຄວາມສະດວກໃຫ້ແກ່ຄົນໃນຄອບຄົວ, ສ່ວນຜູ້ຊາຍມີໜ້າທີ່ຫຼັກຄືເປັນຜູ້ນຳຄອບຄົວ ແລະ ມີໜ້າທີ່ຫາລ້ຽງຄອບຄົວ. ປະຈຸບັນສະພາບສັງຄົມໄດ້ປ່ຽນແປງໄປຫຼາຍຈາກເກົ່າຕາມກະແສສະພາບເສດຖະກິດ ແລະ ວັດທະນະທຳ. ແຕ່ບົດບາດຍິງ-ຊາຍ ຍັງຄົງປ່ຽນແປງພຽງເລັກໜ້ອຍ. ແມ່ຍິງຍັງຄົງມີໂອກາດອອກນອກບ້ານໜ້ອຍກວ່າຜູ້ຊາຍ ເຖິງຢ່າງໃດກໍ່ຕາມໃນທາງປະຕິບັດຍິງ-ຊາຍ ກໍ່ໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການເຮັດວຽກທັງສອງຝ່າຍ. ແຕ່ອາດມີໄລຍະເວລາບາງຊ່ວງ ຫຼື ໂອກາດໃນການຊ່ວຍວຽກທີ່ແຕກຕ່າງກັນ ຜູ້ຍິງຈະຊ່ວຍວຽກໃນຄົວເຮືອນ ແລະ ນອກເຮືອນຢູ່ຕະຫຼອດເວລາທີ່ມີໂອກາດ. ສ່ວນຜູ້ຊາຍຈະຊ່ວຍວຽກຜູ້ຍິງພາຍໃນເຮືອນກໍ່ຕໍ່ເມື່ອບໍ່ໄດ້ໄປວຽກນອກ ຫຼື ບໍ່ມີວຽກເຮັດ. ສະຫຼຸບແລ້ວ ໃນປັດຈຸບັນນີ້ ບັນຫາກໍ່ຄື ຍັງມີແມ່ຍິງຈຳນວນຫຼາຍກໍ່ຍັງແບກຫາບພາລະໜັກໃນການເຮັດວຽກເຮືອນການຊານລ້ຽງດູລູກເຕົ້າ ລວມເຖິງການຫາລາຍໄດ້ເຂົ້າຄອບຄົວ ເຊິ່ງຖືວ່າການເຮັດວຽກເຮືອນການຊານຮັບໃຊ້ຄອບຄົວນັ້ນແມ່ນບໍ່ມີຄ່າຈ້າງຫຍັງບາງຄັ້ງຄາວກໍ່ຖືກຜົວເວົ້າວ່າເມຍຂ້ອຍບໍ່ໄດ້ເຮັດຫຍັງ? ແທ້ຈິງແລ້ວວຽກເຮືອນທີ່ເຂົາເຈົ້າເຮັດຮັບໃຊ້ລູກຜົວນັ້ນຖ້າຄິດໄລເປັນຄ່າຈ້າງ ແມ່ນມີຄ່າມະຫາສານແຕ່ທຸກຄົນແມ່ນບໍ່ເຫັນຄຸນຄ່ານີ້ເລີຍ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ / About how the project solve the problems

ເມື່ອເຫັນບັນຫາດັ່ງກ່າວແລ້ວທາງໂຄງການພວກເຮົາໄດ້ນຳເອົາຄວານຮູ້ດ້ານການຮຽນຮູ້ ແລະ ປະຕິບັດຕົວຈິງດ້ານບົດບາດຍິງ-ຊາຍ (GALs)ລົງຝຶກໃຫ້ກຸ່ມເປົ້າໝາຍໂດຍການນຳໃຊ້ເຄື່ອງມື ຕົ້ນໄມ່ດຸ່ນດ່ຽງ ຈະສະແດງເຖິງສະພາບຄວາມເປັນຈິງໃນການດຳລົງຊີວິດໃນຄອບຄົວ ວຽກທີ່ແມ່ຍິງເຮັດຫຼາຍຫນ່ອຍ, ວຽກທີ່ຜູ້ຊາຍເຮັດຫຼາຍໜ້ອຍໃນຄອບຄົວຫຼັງຈາກນັ້ນຈຶ່ງມາວາງໃສ່ແຜນວາດຂອງຕົ້ນໄມ້ເພື່ອໃຫ້ເກີດການແບ່ງວຽກໃນຄົວເຮືອນທີ່ສະເໝີພາບກັນ (ເອີ້ນວ່າເປັນແຜນການແບ່ງວຽກໃນຄອບຄົວທີ່ສົມດຸນ)

3. ຜົນສຳເລັດຂອງໂຄງການ / Results of the project

ຫຼັງຈາກທີ່ເຮົາໄດ້ລົງຈັດການຝຶກອົບຮົມໃຫ້ກຸ່ມແລ້ວ ກໍ່ໄດ້ມີການຕິດຕາມປະເມີນຜົນເປັນແຕ່ລະໄລຍະ ຕາມແຜນທີ່ຄອບຄົວຄູ່ຜົວເມຍເຂົາເຈົ້າໄດ້ວາງໄວ້ຮ່ວມກັນ.ໃນບາງຄອບຄົວໄດ້ມີການຊ່ວຍວຽກກັນຫຼາຍຂື້ນ ແລະ ສິ່ງໃດທີ່ຊາຍບໍ່ມັກຍິງກໍ່ບໍ່ເຮັດ, ສິ່ງໃດທີ່ຍິງບໍ່ມັກ ຊາຍກໍ່ຫຼຸດຜ່ອນລົງ ມີການແບ່ງວຽກຊ່ວຍວຽກ ແລະ ດຳລົງຊີວິດແບບເທົ່າທຽມກັນ ບໍ່ເອົາປຽບກັນ ແລະ ກໍ່ເຫັນຄຸນຄ່າຂອງການເຮັດວຽກໜັກຂອງເມຍ ຖ້າຄິດເປັນເງິນແມ່ນຈຳນວນຫຼາຍສົມຄວນ.

4. ປັດໄຈສູ່ຜົນສຳເລັດ / Factors of success

  • ທີມງານໂຄງການ(ຄູຝຶກມີການກຽມການທີ່ດີ ແລະ ເປັນທີມທີ່ເກັ່ງ)
  • ໄດ້ຮັບການຕ້ອນຮັບ ແລະ ການຮ່ວມມືທີ່ດີຈາກກຸ່ມເປົ້າໝາຍ ແລະ ອຳນາດການປົກຄອງ.
  • ໄດ້ຮັບການປະສານງານທີ່ດີ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານພາກລັດທີ່ກ່ຽວຂ້ອງເປັນຢ່າງດີ

5. ຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ / Limitations

  • ເລື່ອງຂອງສະຖານທີ່ ແລະ ເວລາໃນການປະຕິບັດລົງຫາຊຸ່ມຊົນ
  • ຊາວບ້ານບາງຄົນກໍ່ບໍ່ເຂົ້າໃຈກ່ຽວກັບການຝຶກອົບຮົມ
  • ອຳນາດການປົກຄອງບ້ານຍັງບໍ່ເຂົ້າໃຈວຽກງານຂອງໂຄງການເຮັດໃຫ້ການປະສານງານ ແລະ ການຮ່ວມມືບໍ່ດີປານໃດ

6. ຂໍ້ແນະນຳສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ / Recommendations for scaling up

  • ຄວນສຶກສາເບິ່ງສະພາບຄວາມເປັນຈິງ, ບັນຫາຄວາມຕ້ອງການຂອງກຸ່ມເປົ້າໝາຍກ່ອນຈະຝຶກອົບຮົມ ແລະ ທ່າແຮງການຮັບຮູ້ຂອງຊຸມຊົນ.
  • ມີການນຳໃຊ້ເຄື່ອງມື ແລະ ກຽມຄວາມພ້ອມຂອງທີມງານຄູຝຶກກໍ່ເປັນສິ່ງສຳຄັນ.
  • ປຶກສາຫາລືວາງແຜນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຮ່ວມກັນ.

...
...
...
...