ເມື່ອເວົ້າເຖິງເລື່ອງໂພສະນາການ 1000ວັນ ທໍາອິດຂອງຊີວິດນັ້ນ ແມ່ນຖືວ່າມີຄວາມສໍາຄັນເປັນຢ່າງຍິ່ງ ເພາະນັ້ນໝາຍເຖິງການມີສຸຂະພາບທີ່ດີ ແລະ ແຂງແຮງ, ແຕ່ຢູ່ໃນເຂດສຸກສາລາກິແນະ ແມ່ນຍັງຖືວ່າເປັນເຂດທີ່ມີຄວາມສ່ຽງຫຼາຍ ເພາະເຂົາເຈົ້າຍັງຂາດເຂີນທາງດ້ານຄວາມຮູ້ໃນການດູແລສຸຂະພາບ ໂດຍສະເພາະໃນກຸ່ມເດັກນ້ອຍ ເມື່ອຄອບຄົວໃດທີ່ມີເດັກນ້ອຍເກີດມາ ເຂົາຈະໃຫ້ກິນນົມແມ່ພຽງເລັກນ້ອຍ ແລ້ວເຂົາກໍຈະປ້ອນອາຫານໃຫ້ກິນແລ້ວ, ເມື່ອເປັນເຊັ່ນນັ້ນ ທາງໂຄງການຈຶ່ງເຫັນວ່າພວກເຂົາມີຄວາມສ່ຽງຫຼາຍທີ່ຈະເປັນເດັກຂາດສານອາຫານ ຈຶ່ງໄດ້ຈັດຕັ້ງໂຄງການ ການຮ່ວມມືເພື່ອການປັບປຸງວຽກງານທາງດ້ານໂພສະນາການຂອງຊຸມຊົນຊົນເຜົ່າກາໂດ ທີ່ມີຄວາມສ່ຽງທາງດ້ານຂາດສານອາຫານ ໃນເຂດສຸກສາລາກິແນະ ເມືອງສະໝ້ວຍ ແຂວງສາລະວັນ, ແລະ ຈັດຕັ້ງການເຝິກອົບຮົມໃຫ້ຄວາມຮູ້ທາງດ້ານການດື່ມນົມແນ່ພຽງຢ່າງດຽວ ໃນຊ່ວງໄລຍະ 1000ວັນທໍາອິດຂອງຊີວິດຂອງເດັກທີ່ເກີດໃໝ່,
ສໍາລັບ ທ. ອໍາ ຢິວ ເຊິ່ງເປັນໜຶ່ງໃນຜູ້ເຂົ້າຮ່ວມໂຄງການ ແລະ ໄດ້ນໍາເອົາບົດຮຽນດັ່ງກ່າວເຂົ້າມາໝູນໃຊ້ໃນຄອບຄົວ ຈົນກາຍເປັນຄອບຄົວຕົວແບບທາງດ້ານການມີສຸຂະພາບທີ່ດີ ແລະ ລາວໄດ້ໃຫ້ລູກລາວດື່ມນົມແມ່ຢ່າງດຽວ ຕັ້ງແຕ່ມື້ເກີດຈົນຮອດ 6 ເດືອນ ແລະ ຄອບຄົວລາວເອງກໍເປັນຜູ້ນໍາບ້ານ ຈຶ່ງເປັນການງ່າຍທີ່ເຮັດໃຫ້ບັນດາປະຊາຊົນທີ່ຢູ່ພາຍໃນບ້ານປະຕິບັດຕາມ ແລະ ເອົາແບບຢ່າງໃນການໝູນໃຊ້ບົດຮຽນເຂົ້າມາໃນຊີວິດປະຈໍາວັນ.
ດ້ວຍຄວາມທີ່ທາງໂຄງການເນັ້ນການສົ່ງເສີມວຽກງານທາງດ້ານໂພສະນາການຂອງເດັກ 1000 ວັນທໍາອິດຂອງຊີວິດ ກໍຄືນັບຕັ້ງແຕ່ມື້ທີ່ຢູ່ໃນທ້ອງແມ່ຈົນຮອດອາຍຸ 02 ປີ, ເຊິ່ງບາງຄອບຄົວກໍຍັງບໍ່ທັນມີລູກນ້ອຍ ຫຼື ລູກຂອງພວກເຂົາເຕີບໃຫຍ່ໝົດແລ້ວ, ດ້ວຍເຫດນັ້ນພວກເຂົາເລີຍບໍ່ສົນໃຈໃນການທີ່ເອົາໃຈໃສ່ໃນການລ້ຽງດູລູກຫຼານຂອງພວກເຂົາ, ທາງໂຄງການຈຶ່ງຈໍາເປັນຕ້ອງໄດ້ມີການເຮັດວຽກຢ່າງໜັກເພື່ອສ້າງຄວາມເຂົ້າໃຈໃນການສົ່ງເສີມລ້ຽງດູລູກຫຼານໃຫ້ເຂົາໄດ້ຮັບສານອາຫານທີ່ຄົບຖ້ວນ, ຖືກຫຼັກໂພສະນາການ ຈົນກວ່າພວກເຂົາຈະສາມາດຊ່ວຍເຫຼືອຕົນເອງໄດ້.