ທ. ບີຢ່າງ ອາຍຸ 45 ປີ ເກີດທີ່ບ້ານ ຕືຊ້າ ເມືອງໜອງແຮດ ແຂວງຊຽງຂວາງ ເປັນຄົນພິການຕາບອດສອງເບື້ອງ, ລາວເປັນລູກຜູ່ກົກຂອງຄອບຄົວ ທ້າວ ຢົ້ວວ່າຢ່າງ ແລະ ນາງໄຊທໍ່ ໃນເມື່ອກ່ອນຄອບຄົວຂອງລາວເປັນຄອບຄົວໜື່ງທີ່ທຸກຍາກ ແມ່ເສຍຊິວິດແລ້ວແຕ່ປີ 2014 ແລະ ຕໍ່ມາພໍ່ຂອງລາວກໍ່ໄດ້ເສຍຊີວິດໃນປີ 2018 ຕອນລາວອາຍຸ 5-6 ປີ ລາວໄດ້ເປັນພະຍາດໂດຍບໍ່ຮູ້ສາເຫດເຮັດໃຫ້ອອກຕຸ່ມທົ່ວຮ່າງກາຍ ພໍ່ແມ່ລາວໄດ້ໄຊ້ຢາສະໝຸນໄພປິ່ນປົວຕາມພາສາພື້ນບ້ານເຮັດໃຫ້ຕາລາວບອດທັງສອງເບື້ອງຕັ້ງແຕ່ນັ້ນມາເລີຍ, ລາວບໍ່ໄດ້ໄປໂຮງຮຽນ ຄວາມຮູ້ຂອງລາວແມ່ນບໍ່ມີປໍເລີຍ ຈິ່ງເຮັດໃຫ້ລາວເກີດມີບັນຫາຫຼາຍຢ່າງຕາມມາເຊັ່ນ: ບໍ່ຮູ້ຫາເງີນລ້ຽງຕົນເອງມີແຕ່ຂໍນຳນ້ອງຊາຍ ແລະ ອາວ, ບໍ່ໄດ້ເຂົ້າຮ່ວມຂະບວນການໃນງານປະເພນີຕ່າງໆ, ບໍ່ໄດ້ຮັບການສົ່ງເສີມຈາກພໍ່ໃນການປະກອບອາຊີບໃດໆ, ຖືກຄົນອ້ອມຂ້າງດູ່ໝີ່ນປະໝາດເວົ້າຢຽບຫຍາມ, ມີແຕ່ຖ້າກິນນໍາພໍ່ແມ່ອ້າຍເອື້ຍນ້ອງຫາມາໃຫ້ກີນເທົ່ານັ້ນ, ລາວຄິດເສຍໃຈວ່າຕາລາວບອດແລ້ວຊີບໍ່ມີເມຍນຳເພີ່ນ ແລະ ຈະບໍ່ເປັນທີ່ເພີ່ງຂອງພໍ່ແມ່ໄດ້. ສີ່ງນີ້ເຮັດໃຫ້ລາວທໍ້ຖອຍໃຈບາງຄັ້ງຄາວ. ມາຮອດປີ 2012 ລາວຈິ່ງໄດ້ຕັດສິນໃຈເຂົ້າມາໃນເມືອງເພື່ອຕາມຫາຝັນຂອງລາວທີ່ຢາກເປັນໝໍນວດຕາມການແນະນໍາຂອງພີ່ນ້ອງລາວມາຢູ່ບ້ານຄັງເຜິ້ງຈົນມາພົບທີມງານສະມາຄົມຄົນພິການພວກເຮົາຈິ່ງໄດ້ເຂົ້າໄປຊ່ວຍ.