ຈາກຕົວເລກສະທິຕິການເຈັບເປັນ ແລະ ຕົວເລກການກວດເລືອດໃນແຂວງເຊກອງ ໃນປີ 2018 ຈໍານວນການກວດເລືອດມີ 23.916 ຄົນ, ຈໍານວນການພົບເຊື້ອ 973 ຄົນ ຍ້ອນບໍ່ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພະຍາດໄຂ້ມາລາເຣຍ ແລະ ຕາໜ່າງການບໍລິການຍັງບໍ່ທົ່ວເຖິງ ເຮັດໃຫ້ອັດການເສຍຊີວິດເພີ່ມສູງຂື້ນໃນຫຼາຍແຂວງພາກໃຕ້ ດັ່ງນັ້ນເພື່ອເປັນການຂະຫຍາຍຕາໜ່າງການຕອບໂຕ ແລະ ປ້ອງກັນພະຍາດໄຂ້ມາລາເຣຍໃຫ້ທັນເວລາ ແລະ ທົ່ວເຖິງໃນເຂດຊຸມຊົນທີ່ຫ່າງໄກຊອກຫຼີກ ການສ້າງອາສາສະໝັກບ້ານກໍ່ເປັນອີກເປົ້າໝາຍໜຶ່ງໃນການເຮັດກິດຈະກໍາເພື່ອໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ມາລາເຣຍພ້ອມທັງຊອກຄົ້ນ ແລະ ປິ່ນປົວໃຫ້ທັນເວລາໃນເຂດຊຸມຊົນ.
ທາງໂຄງການໄດ້ຮ່ວມມືກັບພາກລັດໃນການຂັດເລືອກບ້ານເປົ້າໝາຍທີມີຄວາມສ່ຽງທີຈະເກີດພະຍາດໄຂ້ມາລາເຣຍສູງໂດຍການສົມທຽບຕົວເລກສະທິຕິການກວດເລືອດ ແລະ ຕິດເຊື່ອພະຍາດໄຂ້ມາລາເຣຍໃນປີຜ່ານມາ ພ້ອມຂັດເລືອກອາສາສະໝັກບ້ານຜູ້ທີມີຄວາມສາມາດສະແດງອອກ, ສາມາດເຜີຍແຜ່ຄວາມຮູ້ໄດ້, ສາມາດຍິນຍອມ ແລະ ສະໝັກໃຈເຮັດຕາມເງື່ອນໄຂທີ່ໂຄງການກໍານົດ ໂດຍການຄັດເລືອກແມ່ນໄດ້ຖືກຮັບຮອງເຫັນດີເຫັນພ້ອມຈາກອົງການຈັດຕັ້ງບ້ານ, ສຸກສາລາ ແລະ ໜ່ວຍງານໄຂ້ຍຸງເມືອງ ເພື່ອຮັບປະກັນສ້າງຕາໜ່າງການຊອກຄົ້ນ, ປິ່ນປົວ ແລະ ໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ມາລາເຣຍໃນແຕ່ລະບ້ານເປົ້າໝາຍ.