ໃນປັດຈຸບັນ ບັນດາແມ່ຍິງທີ່ຢູ່ໃນນະຄອນຄອນຫຼວງ ເວົ້າລວມ ເວົ້າສະເພາະກໍແມ່ນແມ່ຍິງທີ່ມາຈາກຕ່າງແຂວງ ໂດຍສ່ວນໃຫຍ່ກໍແມ່ນຂຶ້ນມາຊອກຫາວຽກເຮັດງານທໍາ ດ້ວຍຄວາມຂາດເຂີນທາງດ້ານການເງິນ ແລະ ລາຍໄດ້ ຈຶ່ງເປັນເຫດໃຫ້ພວກເຂົາຕ້ອງຫ່າງຈາກບ້ານເກີດບ້ານນອນ ຫ່າງຈາກຄອບຄົວ ເພື່ອຂຶ້ນມາເຮັດວຽກຢູ່ໃນນະຄອນຫຼວງວຽງຈັນ ໂດຍທີ່ພວກເຂົາບໍ່ຮູ້ເລີຍວ່າ ໃນເມືອງໃຫຍ່ທີ່ເຕັມໄປດ້ວຍຄວາມຈະເລີນແຫ່ງນີ້ ກໍເຊື່ອງຊ້ອນອັນຕະລາຍຕ່າງໆ ອັນເປັນໄພແກ່ພວກເຂົາເຈົ້າໄດ້ເຊັ່ນກັນ, ແມ່ຍິງທີ່ດ້ອຍໂອກາດໃນທີ່ນິ້ ຄືແມ່ຍິງທີ່ຍັງຂາດເຂີນທາງດ້ານການສຶກສາ, ຄວາມຮູ້ ແລະ ຄວາມເຂົ້າໃຈໃນການດູແລສຸຂະພາບຈະເລີນພັນຂອງພວກເຂົາເອງ ລວມໄປເຖິງສິດທິໃນການຕັດສິນໃຈ ແລະ ການສະແດງຄວາມຄິດເຫັນຕ່າງໆ. ເມື່ອເປັນເຊັ່ນນັ້ນແລ້ວ ທາງອົງການແຄນານາຊາດປະຈໍາລາວ ແລະ ສະມາຄົມເພື່ອສຸຂະພາບ ຈຶ່ງໄດ້ຈັດຕັ້ງ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາແມ່ຍິງທີ່ດ້ອຍໂອກາດໃນນະຄອນຫຼວງ ຂຶ້ນມາ ເນື່ອງຈາກເຫັນເຖິງຄວາມສໍາຄັນໃນການສະແດງອອກທາງດ້ານສິດທິຕ່າງໆຂອງແມ່ຍິງທີ່ດ້ອຍໂອກາດ ພ້ອມທັງເພື່ອເຝິກອົບຮົມ ແລະ ໃຫ້ຄວາມຮູ້ຄວາມເຂົ້າໃຈແກ່ພວກເຂົາເຈົ້າໃນການເບິ່ງແຍງດູແລສຸຂະພາບຂອງຕົນເອງ (ທ່ານສາມາດຕິດຕາມລາຍລະອຽດໃນບົດເກົ່າທີ່ທາງທີມງານເຄີຍຂຽນລົງກ່ອນໜ້ານີ້)
ໃນບົດເລື່ອງຕໍໄປນີ້ ເປັນການຄັດເລືອກເອົາກໍລະສຶກສາ ທີ່ທາງທີມງານໄດ້ມີການສອບຖາມ ແລະ ສໍາພາດເຖິງບັນຫາຕ່າງໆທີ່ຜູ້ເຂົ້າກໍາລັງພົບເຈິຢູ່ ເປັນຕົ້ນກໍແມ່ນບັນຫາທາງດ້ານສຸຂະພາບຈະເລີນພັນ ທີ່ກ່ຽວຂ້ອງກັບແມ່ຍິງໂດຍກົງ ພ້ອມທັງຍັງກ່ຽວໂຍງເຖິງຄວາມຮູ້ສຶກ ຫຼື ບັນຫາທາງຈິດໃຈຕື່ມອີກ, ດ້ວຍຄວາມທີ່ແມ່ຍິງທຸກຄົນທີ່ເຂົ້າຮ່ວມການເຝິກອົບຮົມ ແມ່ນທາງທີມງານຈະມີການສໍາພາດ ແລະ ສອບຖາມເປັນການສ່ວນໂຕ ເຊິ່ງນອກຈາກຈະໄດ້ເປັນການສໍາຫຼວດປະເມີນແລ້ວ ຍັງເປັນການໂອ້ລົມ ແລະ ໃຫ້ຄໍາປຶກສາແກ່ຜູ້ທີ່ເຂົ້າຮ່ວມໂຄງການອີກດ້ວຍ, ເພາະສະນັ້ນ ຈຶ່ງມີຫຼາຍຄົນທີ່ເຂົ້າຮ່ວມໂຄງການນີ້ ແລະ ເຮົາໄດ້ຄັດເລືອກເອົາພຽງ “ໜຶ່ງກໍລະນີເທົ່ານັ້ນ” ເຊິ່ງອາດຈະຕ້ອງໄດ້ມີການປົກປິດໃບໜ້າ ແລະ ປົກປິດຂໍ້ມູນສ່ວນໂຕຂອງຜູ້ກ່ຽວ ເພື່ອເປັນການໃຫ້ກຽດຜູ້ເຂົ້າຮ່ວມ ພ້ອມທັງຍັງເປັນການຮ້ອງຂໍສ່ວນໂຕຈາກຜູ້ເຂົ້າຮ່ວມອີກດ້ວຍ.
ນາງຫຼ້າ (ນາມສົມມຸດ) ອາຍຸ 20ປີ ພະນັກງານຝ່່າຍຫຍິບຢູ່່່ໂຮງງານແຫ່ງໜຶ່ງໃນນະຄອນຫຼວງ
ບັນຫາຂອງລາວແມ່ນ ມີອາການລົງຂາວຍາວນານ ເຊິ່ງໃນການເປັນລົງຂາວນັ້ນ ເປັນການລົງຂາວຄັນບໍລິເວນຊ່ອງຄອດ ເຊິ່ງເຮັດໃຫ້ລາວຂາດຄວາມໝັ້ນໃຈ, ສາເຫດເນື່ອງມາຈາກລາວບໍ່ໃສ່ຖົງຢາງອານາໄມເມື່ອເວລາມີເພດສໍາພັນ ເພາະລາວເຂົ້າໃຈວ່າຖົງຢາງອານາໄມບໍ່ໄດ້ມີຄວາມສໍາຄັນຫຍັງ, ເມື່ອເປັນດັ່ງນັ້ນລາວເລີຍໄປຊື້ຢານໍາຄຣີນິກທົ່ວໄປມາກິນເອງ ອາການຈຶ່ງເລີ່ມຫາຍໄປ, ແຕ່ລາວກໍຍັງກັບມາມີອາການເໝືອນເກົ່າ, ລາວບໍ່ກ້າໄປໂຮງໝໍ ເພາະຄິດວ່າຄົງຈະໃີຄ່າໃຊ້ຈ່າຍສູງ ແລະ ອີກຢ່າງລາວເຮັດວຽກຕັ້ງແຕ່ວັນຈັນ-ວັນເສົາ ມີເວລາພຽງແຕ່ມື້ດຽວກໍຄືວັນອາທິດ, ລາວຈຶ່ງໃຊ້ວິທີໂດຍການໄປຊື້ຢາມາກິນເອງ, ແຕ່ບາງເທື່ອບໍ່ມີເງິນກໍບໍ່ໄດ້ຊື້ ແລະ ປ່ອຍໃຫ້ຕົນເອງພົບກັບບັນເກົ່າໆຢູ່ແບບນັ້ນ, ລາວຮູ້ສຶກອາຍ ແລະ ບໍ່ກ້າບອກໃຜ ຈຶ່ງບໍ່ຄ່ອຍໄດ້ມີໃຜສົນໃຈລາວ